ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຢາກໃຫ້ ສະພາ ສຫລ ຂຶ້ນຄ່າຈ້າງ ຂັ້ນຕໍ່າສຸດ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການ
ອອກດຳລັດຂອງຄະນະບໍຣິຫານ ທີ່ທ່ານໄດ້ກະທຳໄປໃນສັບປະ
ດານີ້ທີ່ບັງຄັບໃຫ້ບໍລິສັດສັນຍາຈ້າງຕ່າງໆຂອງລັດຖະບານກາງ
ຈ່າຍຄ່າຈ້າງໃຫ້ພະນັກງານ ບໍ່ໃຫ້ຫຼຸດ 10 ໂດລາກັບ 10 ເຊັນຕໍ່
ຊົ່ວໂມງນັ້ນ ແມ່ນບາດກ້າວນຶ່ງ ໄປສູ່ການຟື້ນຟູໂອກາດ ສຳລັບ
ໝົດທຸກຄົນ.

ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານໃນວັນເສົາມື້ນີ້ວ່າ ບັນດາບໍລິສັດສັນຍາຈ້າງຂອງລັດ
ຖະບານກາງເຫຼົ່ານີ້ ແມ່ນເປັນພວກພະນັກງານທີ່ເສີບອາຫານ ໃຫ້ແກ່ທະຫານຂອງພວກເຮົາ ລ້າງຖ້ວຍລ້າງຊາມແລະບົວລະ
ບັດຮັກສາພວກນັກລົບເກົ່າຂອງພວກເຮົາ.

ທ່ານໂອບາມາ ກ່າວວ່າ ເສດຖະກິດຂອງສະຫະລັດ ໄດ້ເຕີບໂຕ ມາສີ່ປີແລ້ວ ແຕ່ພວກຄົນ
ງານ ໂດຍສະເລ່ຍແລ້ວ ເກືອບວ່າບໍ່ໄດ້ຫຍັງເລີຍ ໃນຂະນະທີ່ພວກເປັນຫົວໜ້າ ແມ່ນລໍ້າ ລວຍຂຶ້ນກວ່າແຕ່ກ່ອນ.



ປະທານາທິບໍດີໂອບາມາກ່າວວ່າ ນັ້ນຄືເຫດຜົນທີ່ວ່າເປັນຫຍັງສະຫະລັດຈຶ່ງຈຳເປັນຕ້ອງ ໄດ້ເສີມສ້າງເສດຖະກິດ ທີ່ເຮັດວຽກໃຫ້ແກ່ທຸກໆຄົນ ບໍ່ແມ່ນແຕ່ພວກທີ່ໂຊກດີ ຈຳນວນບໍ່
ເທົ່າໃດຄົນທໍ່ນັ້ນ.

ທ່ານໂອບາມາ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາ ຮັບຜ່ານຮ່າງກົດໝາຍ ທີ່ຈະ
ຂຶ້ນເງິນຄ່າຈ້າງຂັ້ນຕໍ່າສຸດຂອງລັດຖະບານກາງໃຫ້ເປັນ 10 ໂດລາກັບ 10 ເຊັນຕໍ່ຊົ່ວໂມງ.

ປະທານາທິບໍດີ ເວົ້າວ່າ ການຮັບຮອງເອົາຮ່າງກົດໝາຍນີ້ ຈະຊ່ອຍຊາວອາເມຣິກັນຫຼາຍ ລ້ານຄົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະຊ່ອຍໃຫ້ອີກຫລາຍລ້ານຄົນເຮັດວຽກ ເຮັດໄປສູ່ເສັ້ນທາງ ລອດພົ້ນຈາກຄວາມທຸກຍາກ ໂດຍປາສະຈາກ ການໃຫ້ຄວາມຊ່ອຍ ເຫລືອໃດໆແມ່ນແຕ່ໂດລາດຽວ ໃນການເກັບພາສີໃໝ່ ຫລືການໃຊ້ຈ່າຍນັ້ນ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນ ສະມາຊິກສະພາຕໍ່າ Tom Rooney ຈາກລັດ Florida ໄດ້ຕຳໜິຕິຕຽນປະທານາທິບໍດີ ທີ່ໄດ້ຕັດເມດີແຄລົງ ໃນກົດໝາຍວ່າ ດ້ວຍປະກັນໄພສຸຂະພາບລາຄາຖືກ ຊຶ່ງຮູ້ກັນ ໃນນາມ Obamacare ນັ້ນ. ທ່ານເວົ້າວ່າ ນອກຈາກຈະມີການດຳເນີນການສິ່ງໃດສິ່ງນຶ່ງແລ້ວ ກົດໝາຍຮັກສາສຸຂະພາບນີ້ກໍຈະກຳ
ຈັດ ທາງເລືອກສຳລັບພວກຄົນຊະລາຫຼືຜູ້ເຖົ້າຜູ້ແກ່ ໃຫ້ໝົດໄປໃນທີ່ສຸດນັ້ນ.

XS
SM
MD
LG