ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ວ່າ ສຫລ ຈະເອົາບາດກ້າວ ຍຸຕິ ຄວາມຮຸນແຮງ ທາງເພດ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (25 ມັງກອນ 2014)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (25 ມັງກອນ 2014)
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ລັດຖະ
ບານຂອງທ່ານ ຈະເອົາບາດກ້າວເພື່ອປາບປາມອາຊະຍາກຳໃນ
ການກໍ່ຄວາມຮຸນແຮງ ທາງເພດ.

ໃນຄຳປາໄສ ປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາເວົ້າວ່າ ທ່ານໄດ້ສ້າງຕັ້ງ ໜ່ວຍປະຕິບັດງານ
ຂອງທຳນຽບຂາວ ເພື່ອປົກປ້ອງ ພວກນັກຮຽນນັກສຶກສາ ຈາກ
ການລວນລາມທາງເພດ. ທ່ານກ່າວວ່າ ລັດຖະບານຂອງທ່ານ
ຈະຊ່ອຍບັນດາໂຮງຮຽນຕ່າງໆໃຫ້ເຮັດໜ້າທີ່ດີຂຶ້ນໃນການປ້ອງ ກັນແລະຮັບມືກັບການຈູ່ໂຈມລ່ວງລໍ້າທາງເພດ ຢູ່ຕາມວິທະຍາ
ເຂດຕ່າງໆ ໂດຍ ໃຫ້ຂໍ້ສັງເກດວ່າ ນຶ່ງໃນຫ້າຂອງພວກແມ່ຍິງທີ່
ຖືກຈູ່ໂຈມລ່ວງລໍ້າທາງເພດແມ່ນເກີດຂຶ້ນທີ່ມະຫາວິທະຍາໄລ.

ນອກເໜືອໄປຈາກຄວາມວິຕົກກັງວົນຢູ່ຕາມໂຮງຮຽນຕ່າງໆແລ້ວ ປະທານາທິບໍດີໂອບາ ມາຍັງເວົ້າວ່າ ລັດຖະບານຂອງທ່ານ ຈະສືບຕໍ່ດຳເນີນງານ ເພື່ອຍຸຕິການຈູ່ໂຈມທາງເພດ ບໍ່ວ່າຈະເກີດຂຶ້ນຢູ່ໃສ ສ່ວນນຶ່ງແລ້ວ ແມ່ນດ້ວຍການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ລະ ບົບກົດໝາຍອາຍາຂອງປະເທດ.



ທ່ານໂອບາມາກ່າວຕື່ມວ່າ ໃນຂະນະທີ່ລັດຖະບານມີວຽກງານທີ່ຕ້ອງໄດ້ກະທຳນັ້ນ ມັນກໍ ສຸດແລ້ວແຕ່ຊາວອາເມຣິກັນ ທີ່ຈະຕ້ອງໄດ້ດຳເນີນງານ ໃນພາກສ່ວນຂອງພວກເຂົາເຈົ້າ ໂດຍສະເພາະ ແມ່ນການສິດສອນພວກຊາວໜຸ່ມ ໃຫ້ຮູ້ຈັກ ສະແດງການເຄົາລົບ ຕໍ່ພວກ
ແມ່ຍິງ ທີ່ເຂົາເຈົ້າສົມຄວນຈະໄດ້ຮັບນັ້ນ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນສະມາຊິກສະພາສູງ Roy Blunt ຈາກ ລັດ Missouri ກ່າວວ່າ ນະໂຍບາຍເສດຖະກິດ ຂອງທ່ານໂອບາມາ ສ້າງຄວາມເສຍຫາຍ ໃຫ້ແກ່ຊາວອາເມຣິກັນ ທີ່ທຸກຍາກ.
XS
SM
MD
LG