ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ວ່າ ເສດຖະກິດ ສຫລ ພວມກ້າວໄປ ຂ້າງໜ້າ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮຽກຮ້ອງໃນ
ວັນເສົາມື້ນີ້ ໃຫ້ຊາວອາເມຣິກັນເບິ່ງຂ້າມ ຫົວຂໍ້ຂ່າວທີ່ສ້າງຄວາມ
ທໍ້ໃຈທາງການເມືອງໄປຍັງ “ສິ່ງດີໆທີ່ພວມເກີດຂຶ້ນ” ຢູ່ໃນເສດຖະ
ກິດ.

ທ່ານໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາ ຂອງທ່ານວ່າ ທຸລະກິດໄດ້ສ້າງວຽກເຮັດງານທຳ 7 ລ້ານ 8 ແສນວຽກໃນໄລຍະ
44 ເດືອນຜ່ານມາ. ທ່ານເວົ້າວ່າ ອີກ 200,000 ຄົນໄດ້ເຂົ້າເຮັດ
ວຽກໃນເດືອນແລ້ວ.

ນອກນັ້ນທ່ານຍັງເວົ້າວ່າ ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງມາ
ການຂາດດຸນ ງົບປະມານຂອງປະເທດ ໄດ້ຫລຸດລົງເຄິ່ງນຶ່ງ ຊຶ່ງເຮັດໃຫ້ເປັນການງ່າຍຂຶ້ນ ສຳລັບການລົງທຶນໃນດ້ານຕ່າງໆທີ່ຊ່ອຍສ້າງວຽກເຮັດງານທຳເຊັ່ນການສຶກສາ ການຄົ້ນ ຄວ້າ ແລະໂຄງລ່າງພື້ນຖານເປັນຕົ້ນ.

ປະທານາທິບໍດີໂອບາມາ ໃຫ້ຂໍ້ສັງເກດວ່າ ນັບເປັນເທື່ອທຳອິດໃນຮອບເກືອບ 20 ປີ ທີ່ ອາເມຣິກາສາມາດຜະລິດນໍ້າມັນໄດ້ຫຼາຍກວ່າທີ່ຕົນຊື້ຈາກຕ່າງປະເທດ.

ປະທານາທິບໍດີໂອບາມາ ຂໍໃຫ້ຊາວອາເມຣິກັນວາດພາບເບິ່ງວ່າ ສະຫະລັດຈະດຳເນີນ ການໄປໄດ້ຫຼາຍຂະໜາດໃດ ຖ້າຫາກວ່າທັງສອງພັກການເມືອງເຮັດວຽກຮ່ວມກັນໂດຍ ປາສະຈາກໃນອັນທີ່ທ່ານເອີ້ນວ່າການຂາດຄວາມໄຕ່ຕອງຂອງສອງສາມຄົນທີ່ເອົາເສດ ຖະກິດມາເປັນໂຕປະກັນ ໃນທຸກໆສອງສາມເດືອນ ຫຼືເຮັດໃຫ້ສິ້ນເປືອງເວລາ ໃນການ ລົງຄະແນນສຽງຫຼາຍສິບເທື່ອເພື່ອຫາທາງຍົກເລີກກົດໝາຍປະກັນໄພສຸຂະພາບລາຄາ ຖືກນັ້ນ.

ໃນຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນ ສະມາຊິກສະພາຕໍ່າ Dr. Michael Burgess ຈາກລັດ Texas ກ່າວວ່າ ກົດໝາຍປະກັນໄພສຸຂະພາບທີ່ມີບັນຫາຄວນຖືກ ຍົກເລີກແລະດຳເນີນຄວາມພະຍາຍາມໃໝ່. ທ່ານເວົ້າວ່າກົດໝາຍຮັກສາສຸຂະພາບດັ່ງ ກ່າວບໍ່ໄດ້ເປັນໄປຕາມທີ່ປະທານທິບໍດີສັນຍາໄວ້ ໂດຍເອີ້ນວ່າເປັນໄພພິບັດທາງລົດໄຟ ຫຼືບັນຫາຮ້າຍແຮງສຳລັບທ່ານໝໍ ສຳລັບພວກຄົນເຈັບ ແລະສຳລັບຊາວອາເມຣິກັນນຳ ດ້ວຍ.
XS
SM
MD
LG