ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ຂອບໃຈ ພວກນັກລົບເກົ່າ ທີ່ໄດ້ຮັບໃຊ້ ປະເທດຊາດ


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ໃຊ້ຄຳປາ
ໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ຂອບອົກຂອບໃຈ ພວກນັກລົບເກົ່າສະຫະລັດທີ່ໄດ້ຮັບໃຊ້ປະເທດຊາດໃນສົງຄາມ
ຕ່າງໆ ຮວມທັງສົງຄາມໂລກຄັ້ງທີ 2 ບັນຫາຂັດແຍ້ງເກົາຫຼີ ແລະ
ຫວຽດນາມ ຕະຫຼອດທັງສົງຄາມໃນອີຣັກ ແລະອັຟການິສຖານ.

ວັນຈັນ ວັນທີ 11 ພະຈິກ ເປັນວັນນັກລົບເກົ່າ ຊຶ່ງເປັນພັກຂອງ
ລັດຖະບານກາງສະຫະລັດ.

ທ່ານໂອບາມາເວົ້າວ່າ ມັນເປັນສິ່ງສຳຄັນທີ່ຈະຕ້ອງໄດ້ດຳເນີນ
ການ ຫຼາຍໄປກວ່າຄຳຂອບໃຈລ້າໆ ສຳລັບພວກນັກລົບເກົ່າທີ່ກັບຄືນປະເທດ. ທ່ານເວົ້າ
ວ່າ ລັດຖະບານພວມນຳພາດ້ວຍການເປັນຕົວຢ່າງໃນການວ່າຈ້າງພວກນັກລົບເກົ່າແລະ ດຳເນີນງານ ຮ່ວມກັບບໍລິສັດເອກກະຊົນ ເພື່ອເຮັດໃຫ້ ເປັນການງ່າຍຂຶ້ນ ສຳລັບພວກທະ
ຫານ ໃນການຊອກຫາວຽກເຮັດງານທຳ ເວລາເຂົາເຈົ້າກັບຄືນມາເຖິງສະຫະລັດ.

ປະທານາທິບໍດີ ຊຶ່ງເປັນຜູ້ບັນຊາການທະຫານສູງສຸດຂອງປະເທດນັ້ນຍັງເວົ້າວ່າ ພວກນັກ ລົບເກົ່າ ຄວນຈະໄດ້ຮັບໂອກາດແບບເປັນທຳໃນການສຶກສາຮໍ່າຮຽນທີ່ມີຄຸນນະພາບ ແລະ ຖືກຕ້ອນຮັບຢູ່ຕາມມະຫາວິທະຍາໄລຕ່າງໆໃນທົ່ວປະເທດ.

ໃນຄຳປາໄສຂອງພັກຣີພັບບລີກັນໃນວັນເສົາມື້ນີ້ ສະມາຊິກສະພາຕໍ່າ Todd Young ໄດ້ ນຳສະເໜີຄວາມເຫັນປະຊາຊົນຫຼາຍໆຄົນ ຈາກລັດຂອງທ່ານຄືລັດອິນດຽນນາທີ່ໄດ້ຕຳໜິ ຕິຕຽນຢ່າງໜັກຕໍ່ກົດໝາຍປະກັນໄພສຸຂະພາບລາຄາຖືກ ທີ່ຮູ້ກັນໂດຍທົ່ວໄປວ່າ Obama-
care ນັ້ນ.
XS
SM
MD
LG