ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ຂໍໃຫ້ສະພາ ຕົກລົງກັນ ໂດຍໄວ ໃນເລື່ອງ ງົບປະມານ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ ສະມາຊິກລັດຖະສະພາຍຸຕິໃນອັນທີ່ທ່ານເອີ້ນວ່າວົງຈອນຂອງ
ວໍຊິງຕັນ ໃນການກໍ່ວິກິດການ ແລະການທຳລາຍຕົນເອງ ແລະ ຮັບຜ່ານຮ່າງງົບປະມານທີ່ຈະຊ່ອຍໃຫ້ເສດຖະກິດເຕີບໂຕ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາໄດ້ກ່າວເຖິງບູລິມະສຸດຂອງທ່ານສຳລັບຮ່າງ
ງົບປະມານທີ່ລັດຖະສະພາສະຫະລັດຈະເລີ້ມອະພິປາຍກັນໃນ
ອາທິດນີ້. ທ່ານໂອບາມາເວົ້າວ່າທ່ານຢາກໃຫ້ອຸດຕັນຊ່ອງວ່າງ ໃນການໃຊ້ຈ່າຍເງິນພາສີແບບບໍ່ເປັນປະໂຫຍດເພື່ອໃຫ້ມີບ່ອນ
ສຳລັບໂຄງການຕ່າງໆທີ່ຊ່ອຍເສີມສ້າງໂຄງລ່າງພື້ນຖານແລະປັບປຸງການສຶກສາ.

ນອກນັ້ນ ປະທານາທິບໍດີໂອບາມາ ຍັງກ່າວຢໍ້າ ເຖິງການດຳເນີນຄວາມພະຍາຍາມຂອງ
ທ່ານກ່ຽວກັບເລື່ອງລະບຽບວິໄນດ້ານງົບປະມານໂດຍໃຫ້ຂໍ້ສັງເກດວ່າໂຕເລກເມື່ອໄວໆ ມານີ້ຂອງກະຊວງການເງິນ ສະແດງໃຫ້ເຫັນວ່າ ລັດຖະບານສະຫະລັດໄດ້ຕັດການຂາດ
ດຸນຂອງຕົນລົງເຄິ່ງນຶ່ງໃນງົບປະມານປີ 2013 ສູ່ລະດັບຕໍ່າສຸດ ນັບແຕ່ປີ 2008 ເປັນຕົ້ນ
ມາ.



ສະມາຊິກສະພາສັງກັດພັກເດໂມແຄຣັດແລະຣີພັບບລີກັນມີເວລາບໍ່ຮອດ 3 ເດືອນເພື່ອ ຈະບັນລຸການຕົກລົງກ່ຽວກັບງົບປະມານໃໝ່. ເສັ້ນຕາຍກ່ຽວກັບການເພີ້ມຂີດຈຳກັດ ໃນ ການກູ້ຢືມຂອງສະຫະລັດ ກໍຈະມີຂຶ້ນບໍ່ເທົ່າໃດອາທິດຫຼັງຈາກນັ້ນ.

ເສັ້ນຕາຍທີ່ວ່ານີ້ ໄດ້ຕັ້ງກັນ ໃນການຕົກລົງເດືອນແລ້ວ ເພື່ອຍຸຕິການອັດລັດຖະບານລົງ ບາງສ່ວນ ເປັນເວລາ 16 ມື້ ຍ້ອນການຄັດຄ້ານຂອງພັກຣີພັບບລີກັນ ຕໍ່ກົດໝາຍຮັກສາ ສຸຂະພາບທີ່ເປັນລາຍເຊັນຂອງປະທານາທິບໍດີນັ້ນ.

Obamacare ຊຶ່ງເປັນຊື່ກົດໝາຍຮັກສາສຸຂະພາບ ຕາມທີ່ຮູ້ກັນນັ້ນ ແມ່ນຫົວຂໍ້ໃນຄຳ
ປາໄສປະຈຳສັບປະດາຂອງພັກຣີພັບບລີກັນ. ສະມາຊິກສະພາສູງ Dan Coats ຈາກ ລັດອິນດຽນນາ ໄດ້ກ່າວໂຈມຕີເວັບໄຊກົດໝາຍຮັກສາສຸຂະພາບ ຊຶ່ງໄດ້ປະສົບກັບບັນ ຫາຫຼາຍໆຢ່າງ ຫຼັງຈາກມີການເລີ້ມນຳໃຊ້ ໃນເດືອນແລ້ວນີ້.

ທ່ານ Coats ເວົ້າວ່າການເລີ້ມນຳໃຊ້ທີ່ມີບັນຫາຂອງເວັບໄຊ Obamacare ແມ່ນເປັນ ພຽງພາກສ່ວນທີ່ມອງເຫັນໄດ້ງ່າຍເທົ່ານັ້ນ ແລະເຕືອນວ່າ ຖ້າບັນຫາດັ່ງກ່າວຫາກບໍ່ໄດ້ ຮັບການແກ້ໄຂແລ້ວຊາວອາເມຣິກັນກໍຈະຕົກຄ້າງຢູ່ເທິງເຮືອ Titanic ລຳນີ້. ສະມາຊິກ ສະພາສູງ Coats ໄດ້ສະເໜີໃຫ້ເລື່ອນເວລາ ໃນການຈັດຕັ້ງປະຕິບັດອອກໄປນຶ່ງປີ ໃນ ພາກສ່ວນກົດໝາຍ Obamacare ທີ່ບັງຄັບໃຫ້ຊາວອາເມຣິກັນທີ່ບໍ່ມີປະກັນໄພທັງໝົດ ຕ້ອງໄດ້ຈົດທະບຽນຊື້ປະກັນໄພສຸຂະພາບ ຫຼືຖ້າບໍ່ດັ່ງນັ້ນແລ້ວກໍຈະປະເຊີນກັບການຖືກ ປັບໄໝ.

ສະມາຊິກ ລັດຖະສະພາພັກຣີພັບບລີກັນ ຍັງສືບຕໍ່ສະແດງຄວາມເຫັນຄັດຄ້ານ ຕໍ່ແຜນ
ການຮັກສາສຸຂະພາບດັ່ງກ່າວແຕ່ກໍໃຫ້ສັນຍານວ່າພວກທ່ານຈະດຳເນີນງານເພື່ອປ້ອງ ກັນບໍ່ໃຫ້ມີການປິດລັດຖະບານຕື່ມອີກ. ໃນວັນເສົາມື້ນີ້ ປະທານາທິບໍດີໂອບາມາໄດ້ຊົມ ເຊີຍການໃຫ້ຄວາມເຫັນດັ່ງກ່າວໂດຍເວົ້າວ່າ ພວກເຮົາບໍ່ຄວນທຳລາຍຕົວເອງໃນທຸກໆ ສອງສາມເດືອນ.

ປະທານາທິບໍດີໂອບາມາຊຶ່ງສັງກັດພັກເດໂມແຄຣັດທີ່ພວມດຳລົງຕຳແໜ່ງເປັນປີທີ 5
ນັ້ນ ມັກໂຕ້ຖຽງເລື້ອຍໆ ກັບສະມາຊິກພັກຣີພັບບລີກັນ ຊຶ່ງເປັນຝ່າຍຄ້ານ ຢູ່ໃນສະພາ ກ່ຽວກັບການໃຊ້ຈ່າຍຂອງລັດຖະບານ ອັດຕາການເກັບພາສີ ແລະເລື່ອງໜີ້ສິນໄລຍະ ຍາວຂອງປະເທດຊາດ.

XS
SM
MD
LG