ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ກ່າວເນັ້ນ ເລື່ອງປະຕິຮູບ ລະບົບ ຄົນເຂົ້າເມືອງ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີບາຣັກ ໂອບາມາ ຮຽກຮ້ອງໃຫ້ບັນດາສະມາຊິກ ລັດຖະສະພາສະຫະລັດໃຫ້ການສະໜັບສະໜຸນຕໍ່ຮ່າງກົດໝາຍ ທີ່ທ່ານເຊື່ອວ່າຈະປົວແປງລະບົບຄົນເຂົ້າເມືອງທີ່ແຕກຫັກຂອງ
ປະເທດ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາກ່າວວ່າ ບໍ່ມີຜູ້ໃດຈະໄດ້ຮັບທຸກໆສິ່ງທີ່ພວກ ເຂົາເຈົ້າຕ້ອງການ ຈາກຮ່າງກົດໝາຍ ຄົນເຂົ້າເມືອງ ທີ່ພວມມີ ການອະພິປາຍກັນ ຢູ່ໃນສະພາສູງ ເວລານີ້. ແຕ່ທ່ານເວົ້າວ່າ ຮ່າງກົດໝາຍດັ່ງກ່າວຈະເສີມຂະຫຍາຍຄວາມເຂັ້ມແຂງໃຫ້ແກ່ ວາມປອດໄພໃນບໍລິເວນຊາຍແດນເພີ້ມການລົງໂທດ ຕໍ່ພວກ ລັກລອບຄ້າມະນຸດ ແລະສ້າງເສັ້ນທາງໄປສູ່ການໄດ້ຮັບສັນຊາດ.

ພວກທີ່ນຳສະເໜີຮ່າງກົດໝາຍສະບັບນີ້ຈາກທັງສອງພັກການເມືອງກ່າວວ່າ ຮ່າງກົດໝາຍ ດັ່ງກ່າວຈະບັງຄັບໃຫ້ພວກທີ່ເຂົ້າມາຢູ່ໃນສະຫະລັດຢ່າງຜິດກົດໝາຍ ຈ່າຍເງິນຄ່າປັບໃໝ ຈ່າຍພາສີ ແລະລໍຖ້າເປັນເວລາຫຼາຍປີສຳລັບໂອກາດທີ່ຈະໄດ້ຮັບສັນຊາດ. ພວກຄັດຄ້ານ ຕໍ່ຮ່າງກົດໝາຍນີ້ເວົ້າວ່າ ມັນຈະທໍ່ກັນກັບທີ່ຈິງແລ້ວ ເປັນການໃຫ້ອະໄພຍະໂທດ.

ເຖິງແມ່ນວ່າຮ່າງກົດໝາຍການປະຕິຮູບສະບັບນີ້ຈະມີການຮັບຜ່ານສະພາສູງກໍຕາມ ແຕໍກໍ ຍັງມີທ່າທາງວ່າຈະປະເຊີນກັບການກວດສອບຢ່າງລະອຽດຢູ່ໃນສະພາຕໍ່າ ບ່ອນທີ່ພວກຜູ້ ນຳປະກາດວ່າ ຈະນຳເອົາຮ່າງກົດໝາຍຄົນເຂົ້າເມືອງຂອງຕົນ ຂຶ້ນມາອະພິປາຍກັນຢູ່ໃນ ສະພາຕໍ່ານັ້ນ.


ສະມາຊິກສະພາຕໍ່າ Luke Messer ຈາກລັດ Indiana ກ່າວໃນຄຳປາໄສຕອບປະຈຳ ສັບປະດາຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ວ່າ ສະມາຊິກລັດຖະສະພາແລະປະທາ ນາທິບໍດີຈຳເປັນຕ້ອງໄດ້ດຳເນີນງານ ໃຫ້ມີການຜ່ອນສັ້ນຜ່ອນຍາວ ເພື່ອຮັກສາອັດຕາ
ການກູ້ຢືມເງິນຂອງພວກນັກສຶກສາ ທີ່ໄດ້ຮັບການສະໜັບສະໜຸນ ຈາກລັດຖະບານ ກາງນັ້ນ ໃຫ້ຢູ່ໃນລະດັບຕໍ່າຕໍ່ໄປ. ທ່ານໄດ້ກ່າວຫາທ່ານໂອບາມາວ່າ ໃຊ້ຍຸດທະສາດ ແບບໂຄສະນາຫາສຽງ ເພື່ອໂຈມຕີແຜນການຂອງພັກຣີພັບບລີກັນ ທີ່ທ່ານ Messer
ເວົ້າວ່າ ເປັນແວ່ນທີ່ສະທ້ອນ ຂໍ້ສະເໜີທຳນຽບຂາວໃນຮູບໃດຮູບນຶ່ງນັ້ນ.

ມີກຳນົດວ່າອັດຕາເງິນກູ້ຢືມຂອງພວກນັກສຶກສາ ຈະເພີ້ມຂຶ້ນເປັນສອງເທົ່າ ໃນວັນທີ 1 ກໍລະກົດ ຂອງອັດຕາ 3.4 ເປີເຊັນ ໃນເວລານີ້.

ວີດິໂອກ່ຽວກັບການຮຽກຮ້ອງ ໃຫ້ປະຕິຮູບລະບົບຄົນເຂົ້າເມືອງ:

US Evangelicals Call on Congress to Pass Immigration Reform
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ
XS
SM
MD
LG