ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ຂໍຮ້ອງ ໃຫ້ສະພາ ຮັບຜ່ານ ງົບປະມານ ຂອງທ່ານ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ລັດຖະສະພາ ຮັບຮອງເອົາ ຮ່າງງົບປະມານຂອງທ່ານ ເພື່ອມາ
ໃຊ້ແທນ ການຕັດງົບປະມານແບບອັດຕະໂນມັດ ທີ່ເອີ້ນກັນວ່າ
sequester ນັ້ນ ກ່ອນທີ່ມັນຈະສ້າງຄວາມເສຍຫາຍເພີ້ມຕື່ມ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາເວົ້າວ່າ ໃນທີ່ສຸດລັດຖະສະພາກໍຈະຮູ້ສຶກວ່າ ການຕັດດັ່ງກ່າວແມ່ນນຳໃຊ້ຕໍ່ພວກເຂົາເຈົ້ານຳດ້ວຍ ໃນຂະນະ ທີ່ບັນດາສະມາຊິກສະພາພວມກະກຽມບິນກັບຄືນເມືອບ້ານເກີດ
ສຳລັບວັນພັກສຸດສັບປະດາ. ໃນອາທິດນີ້ ພວກເດີນທາງໄດ້ພາ
ກັນຕົກຄ້າງຕາມສະໜາມບິນ ແລະເທິງເຮືອບິນເປັນເວລາຫຼາຍ
ຊົ່ວໂມງ ຍ້ອນໄດ້ມີການຫຼຸດຈຳນວນພະນັກງານ ທີ່ເຮັດວຽກຢູ່ຕາມຫໍຄວບຄຸມການບິນແຫ່ງ
ຕ່າງໆ.



ທ່ານໂອບາມາກ່າວວ່າ ຍ້ອນອັນທີ່ທ່ານເອີ້ນວ່າການຕັດແບບບໍ່ມີການໄຕ່ຕອງນີ້ພວກເດີນ
ທາງຈຶ່ງປະສົບບັນຫາ ພວກເດັກນ້ອຍຈຶ່ງຖືກໄລ່ອອກຈາກໂຄງການໆສຶກສາແລະຄອບຄົວ ທະຫານບາງຄົນຕ້ອງໄດ້ຮັບມືກັບຄວາມຕຶງຄຽດໃໝ່ ຫຼັງຈາກໄດ້ເສຍສະລະມາຫຼາຍພໍແຮງ
ແລ້ວ.

ໃນຄຳປາໄສຕອບ ປະຈຳສັບປະດາ ຂອງພັກຣີພັບບລີກັນໃນວັນເສົາມື້ນີ້ ສະມາຊິກສະພາ
ຕໍ່າ Bill Shuster ຈາກລັດ Pennsylvania ໂຕ້ແຍ້ງວ່າ ອົງການຄຸ້ມຄອງການບິນຂອງລັດ ຖະບານກາງສະຫະລັດ ສາມາດປ້ອງກັນບໍ່ໃຫ້ເກີດການຊັກຊ້າຂອງຖ້ຽວບິນຕ່າງໆໄດ້ ໂດຍ ການຕັດການໃຊ້ຈ່າຍຢູ່ບ່ອນອື່ນໆ ແລະປ່ຽນຕາຕະລາງເຮັດວຽກ ແຕ່ກັບມີຄວາມຕັ້ງໃຈ ເລືອກບໍ່ດຳເນີນການດັ່ງກ່າວ. ນອກນັ້ນແລ້ວທ່ານຍັງເວົ້າວ່າ ບາງຄົນຢູ່ທີ່ທຳນຽບຂາວຄິດ
ວ່າ ການສ້າງຄວາມເຈັບປວດໃຫ້ແກ່ປະຊາຊົນອາດເຮັດໃຫ້ປະທານາທິບໍດີມີອິດທິພົນ ໃນ ການຕໍ່ລອງເພື່ອຫຼີກລ່ຽງທີ່ຈະຕັດການໃຊ້ຈ່າຍລົງ ແລະຂຶ້ນພາສີຕໍ່ຊາວອາເມຣິກັນ.

XS
SM
MD
LG