ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ວ່າ ພວກທີ່ທ່ານແຕ່ງຕັ້ງ ຈະຕໍ່ສູ້ ເພື່ອ ຊາວອາເມຣິກັນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ໃນຄຳປາໄສປະຈຳສັບປະດາຂອງທ່ານນັ້ນປະທານາທິບໍດີບາ
ຣັກ ໂອບາມາ ໄດ້ກ່າວເຖິງ ການແຕ່ງຕັ້ງ ທ່ານນາງ Mary Jo
White ຂອງທ່ານ ເພື່ອໃຫ້ເປັນຫົວໜ້າກຳມາທິການຕະຫຼາດ
ຫຼັກຊັບແລະຊື້ຂາຍຮຸ້ນ ຫຼື SEC ແລະຄວາມຈຳເປັນເພື່ອໃຫ້
ທ່ານ Richard Cordray ສືບຕໍ່ເປັນຜູ້ອຳນວຍການອົງການ ປົກປ້ອງຄຸ້ມຄອງດ້ານການເງິນຜູ້ບໍລິໂພກ.

ປະທານາທິບໍດີໄດ້ກ່າວເຖິງບຸກຄົນທັງສອງວ່າເປັນຜູ້ຄຸ້ມຄອງ
cops on the beat ທີ່ສາມາດຈັດຕັ້ງປະຕິບັດການປະຕິຮູບ
ຢ່າງເຄັ່ງຄັດທີ່ແນໃສ່ເພື່ອປົກປ້ອງຜູ້ບໍລິໂພກແລະລະບົບການ
ເງິນຂອງສະຫະລັດ.

ປະທານາທິບໍດີໂອບາມາເວົ້າວ່າ ທ່ານນາງ White ມີປະສົບ
ພະການເປັນເວລາຫຼາຍສິບປີ ໃນການປາບປາມພວກອາຊະຍາກອນທີ່ບົງການ ແລະນຳ
ເອົາພວກຄົນຮ້າຍແລະພວກກໍ່ການຮ້າຍມາລົງໂທດ.

ປະທານາທິບໍດີເວົ້າວ່າ ທ່ານ Cordray ແມ່ນແຊ້ມປ້ຽນສຳລັບຜູ້ບໍລິໂພກຊາວອາເມຣິກັນ ໃນຖານະຜູ້ນຳຂອງອົງການປົກປ້ອງຄຸ້ມຄອງດ້ານການເງິນຜູ້ບໍລິໂພກ.

ປະທານາທິບໍດີ ໄດ້ແຕ່ງຕັ້ງທ່ານ Cordray ໃຫ້ເຂົ້າຮັບຕຳແໜ່ງດັ່ງກ່າວ ໃນປີກາຍນີ້ ຫຼັງ ຈາກທາງສະພາສູງໄດ້ປະຕິເສດບໍ່ຍອມລົງຄະແນນສຽງຮັບເອົາ.

ສະມາຊິກສະພາສູງ John Thune ຈາກລັດ Dakota ໃຕ້ ເປັນຜູ້ກ່າວຄຳປາໄສຕອບ ຂອງພັກຣີພັບບລີກັນປະຈຳສັບປະດາ. ທ່ານເວົ້າວ່າມັນເຖິງເວລາແລ້ວທີ່ວໍຊິງຕັນຄວນ ຈະຮ່າງງົບປະມານແລະສ້າງວຽກເຮັດງານທຳແລະໃຫ້ໂອກາດແກ່ບັນດາຄອບຄົວແລະ ພວກຄົນງານຊາວອາເມຣິກັນ.
XS
SM
MD
LG