ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ກ່າວວ່າ ຊາວອາເມຣິກັນ ປ່ອນບັດ ເພື່ອ ໃຫ້ແກ້ໄຂ ບັນຫາ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວໃນຄຳປາ
ໄສປະຈຳສັບປະດາຂອງທ່ານວ່າ ຊາວອາເມຣິກັນໄດ້ສົ່ງຂ່າວທີ່
ຈະແຈ້ງໃນການເລືອກຕັ້ງປະທານາທິບໍດີອາທິດນີ້. ທ່ານເວົ້າວ່າ ຊາວອາເມຣິກັນໄດ້ປ່ອນບັດເພື່ອໃຫ້ມີການເອົາມາດຕະການ ບໍ່ ແມ່ນການເມືອງປົກຕາມປົກກະຕິ.

ປະທານາທິບໍດີ ກ່າວໃນວັນເສົາມື້ນີ້ວ່າ ບູລິມມະສິດສຳລັບລັດ
ຖະບານຂອງທ່ານ ກໍຄື ການສ້າງວຽກການ ແລະການເຕີບໂຕ
ຂອງເສດຖະກິດ. ທ່ານເວົ້າວ່າ ທ່ານຈະບໍ່ຮັບເອົາວິທີການແກ້
ໄຂໃດໆກໍຕາມ ເພື່ອປັບປຸງເສດຖະກິດ ໃຫ້ດີຂຶ້ນ ທີ່ບໍ່ມີຄວາມ
ກໍ້າເກິ່ງສົມດູນ.



ທ່ານໂອບາມາເວົ້າວ່າ ທ່ານປະຕິເສດບໍ່ຍອມຂໍຮ້ອງໃຫ້ພວກນັກສຶກສາ ພວກທີ່ສູງອາຍຸຫຼື ພວກຄົນຊັ້ນກາງຊ່ອຍຈ່າຍໃນການຫຼຸດຜ່ອນການຂາດດຸນງົບປະມານທັງໝົດໃນຂະນະທີ່ ບໍ່ໄດ້ມີການຂໍຮ້ອງໃຫ້ພວກມີລາຍໄດ້ກາຍ 250,000 ໂດລາ ຊ່ອຍຈ່າຍພາສີຕື່ມແມ່ນແຕ່ ອັດດຽວ.

ປະທານສະພາຕໍ່າສະຫະລັດ ທ່ານ John Boehner ກ່າວໃນຄຳປາໄສຕອບ ຂອງພັກຣີ ພັບບລີກັນ ໃນວັນເສົາມື້ນີ້ວ່າ ລັດຖະສະພາບໍ່ຄວນຈະຂຶ້ນອັດຕາການເສຍພາສີແຕ່ຄວນ ເພັ່ງເລັງໃສ່ວຽກງານ ກ່ຽວກັບການອຸດຕັນຊ່ອງຫວ່າງ ໃນການເສຍພາສີຕ່າງຫາກ. ທ່ານ Boehner ຍັງກ່າວຕື່ມວ່າ ອັດຕາການເສຍພາສີ ຄວນຈະຫຼຸດລົງຕື່ມອີກ ແລະໂຄງການ ຊ່ອຍເຫຼືອຕ່າງໆທີ່ມີການຄໍ້າປະກັນຂອງລັດຖະບານຄວນຈະມີການປ່ຽນແປງ ໂດຍໄດ້ສະ ແດງຄວາມຫວັງໄວ້ວ່າ ທັງສອງຝ່າຍອາດຈະບັນລຸການຕົກລົງກັນ ທີ່ລັດຖະສະພາສະຫະ ລັດ ຮັບເອົາໄດ້.

ກ່ຽວຂ້ອງກັນ

XS
SM
MD
LG