ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ສຳນຶກ ໃນໂອກາດ ບຸນອິສເຕີ (ວີດີໂອ)


ທ່ານ Barack Obama ​ໃຊ້ການກ່າວ​ຄຳ​ປາ​ໄສ​ປະ​ຈໍາ​ອາທິດ ​ເວົ້າ​ກ່ຽວ​ກັບອັນ​ທີ່ທ່ານ ​ຮ້ອງ​ວ່າ “​​ໂອກາດ​ອັນ​ພິ​ເສດແລະ​ສັກສິດ​ຂອງ​ປີ” ​
ທ່ານ Barack Obama ​ໃຊ້ການກ່າວ​ຄຳ​ປາ​ໄສ​ປະ​ຈໍາ​ອາທິດ ​ເວົ້າ​ກ່ຽວ​ກັບອັນ​ທີ່ທ່ານ ​ຮ້ອງ​ວ່າ “​​ໂອກາດ​ອັນ​ພິ​ເສດແລະ​ສັກສິດ​ຂອງ​ປີ” ​
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໃຊ້ການ
ກ່າວ​ຄຳ​ປາ​ໄສ​ປະ​ຈໍາ​ອາທິດຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ ​ເວົ້າ​
ກ່ຽວ​ກັບອັນ​ທີ່ທ່ານ ​ຮ້ອງ​ວ່າ “ໂອກາດ​ອັນ​ພິ​ເສດແລະ​ສັກສິດ​
ຂອງ​ປີ” ​ຊຶ່ງເປັນ​ເວລາທີ່ຊາວ​ຄຣິສສະ​ເຫລີມ​ສະຫລອງ ການ​
ກັບ​ຄືນ​ຊີບຂອງ​ພະ​ເຢຊູ ​ແລະການລະ ນຶກເຖິງ​ການ​ຫລົບໜີ
​ອອກຈາກອີຈິບຂອງ​ພວກ​ຊາວ​ຢິວ.

ຜູ້​ນໍາ​ສະຫະລັດ ​ກ່າວ​ວ່າ ຕົວຢ່າງ​ຂອງພະ​ເຢຊູ​ ​ໃນ​ການ​ຮັກ
ຫອມ​ພວກ ເພື່ອນບ້ານຂອງທ່ານ ແລະ​ຫລິງ​ເຫັນ​ທຸກໆ​ຄົນ
ເປັນ​ລູກ​ຂອງ​ພະ​ເຈົ້ານັ້ນ ​ແມ່ນ​ເປັນ​ຄຸນ​ຄ່າ “ທີ່​ເປັນ​ໝາກຫົວ​
ໃຈ ບໍ່​ແມ່ນ​ພຽງ​ແຕ່​ສຳລັບ​ຊາວຄຣິສຕຽນ​ເທົ່າ​ນັ້ນ ​ແຕ່​ສຳລັບ
ທຸກໆສາສະໜາ​ນຳ​ດ້ວຍ.”



ທ່ານ Obama ກ່າວ​ວ່າ “ນັບ​ແຕ່​ສາສະໜາ​ຢີວ​ຫາສາສະໜາອິສລາມ ​ແຕ່​ສາສະຮິນ​ດູຫາສາສະໜາຊິກ ຕ່າງ​ກໍໄດ້​ສະທ້ອນ​ຄຳຮຽກຮ້ອງ​ທີ່​ດັງ​ກ້ອງ​ຢ່າງ​ແຮງ ໃຫ້​ບໍລິການ​ຮັບ​ໃຊ້​ພວກອ້າຍ ​ເອື້ອຍ ນ້ອງຂອງ​ພວກ​ເຮົາ” ​ແລະ “​ໃຫ້​ປະຕິບັດ​ຕໍ່​ຄົນ​ອື່ນໆດັ່ງ​ດຽວ​ກັບ​ທີ່​ເຮົາ​ປາດ​ຖະໜາ​ຢາກໃຫ້​ຄົນ​ອື່ນ​ປະຕິບັດ​ຕໍ່​ເຮົາ.”

ປະທານາທິບໍດີ ກ່າວ​ວ່າ ທ່ານ​ຫວັງ​ວ່າ​ທຸກຄົນຈະ​ສວຍໃຊ້​ເວລາ​ຊົ່ວ​ລະ ຍະ​ນຶ່ງ​ຂອງ​ມື້ພັກ​ ໃນ​ທ້າຍ​ປະ​ຈໍາສັບປະດາ​ນີ້ ​ເພື່ອ “ຢຸດ​ພັກ​ແລະ​ກໍ​ໄຕ່ ຕອງ ​ສວມ​ກອດ​ຜູ້​ທີ່​ເຮົາ​ຮັກ ຂອບໃຈຕໍ່​ການ​ໃຫ້​ພອນ​ທີ່​ພວກ​ເຮົາ​ໄດ້​ຮັບ ​ແລະ​ອຸທິດໂຕ​ພວກ​ເຮົາ​ຄືນ​ອີກ ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດ ທີ່​ໃຫຍ່​ກວ່າ​ຂອງ​ພວກ​ເຮົາ​ເອງ.”

Obama Address
please wait
Embed

No media source currently available

0:00 0:03:31 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG