ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາ ຂໍໃຫ້ ສະພາອະນຸມັດ ການຂຶ້ນພາສີ ພວກຄົນຮັ່ງ (ເບິ່ງວີດີໂອ)


ປະທານາທິບໍດີ​ສະຫະລັດ​ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ມັນ​ເຖິງ​ເວລາ​ແລ້ວທີ່​ພວກ​ຄົນ
ຮັ່ງມີ​ຊາວ​ອາ​ເມຣິກັນ ​ຈະ​ຕ້ອງ​ຈ່າຍ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ ສ່ວນ​ແບ່ງ​ທີ່ຍຸຕິ​ທຳ​ໃນ​ການ​ເສຍ
ພາສີ.

ໃນ​ລະຫວ່າງ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ທ່ານ​ໂອ​ບາ​ມາໄດ້​ຮຽກຮ້ອງ
ໃຫ້​ລັດຖະສະພາ​ສະຫະລັດ​ ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ ໃນ​ອັນ​ທີ່​ເອີ້ນວ່າ “ກົດ​ລະບຽບ​
ຂອງ​ທ່ານ Buffet” ​ໃນ​ໄລຍະ​ສອງ​ສາມ​ອາທິດ​ຂ້າງ​ໜ້ານີ້.

ແຜນ​ການ​ດັ່ງກ່າວຊຶ່ງຕັ້ງຊື່ຕາມ​ນັກ​ລົງທຶນມະຫາ​ເສດ​ຖີພັນ​ລ້ານທ່ານ Warren Buffet ນັ້ນ
ຈະ​ຂຶ້ນພາສີ​ພວກ​ທີ່​ມີ​ລາຍ​ຮັບ​ບໍ່​ຕໍ່າ​ກວ່າ 1 ລ້ານ​ໂດ​ລາ ຊຶ່ງທ່ານ Buffet ມັນບໍ່​ເປັນ​ການ​ຍຸ
ຕິ​ທຳ​ທີ່​ທ່ານ​ຈ່າຍ​ພາສີ​ຕໍ່າ​ກວ່າ​ເລຂາ​ຂອງ​ທ່ານ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ການ​ໃຫ້​ເງິນ​ສະໜັບ​ສະໜຸນ​ເພື່ອຫຼຸດພາສີ​ໃຫ້​ແກ່​ພວກຄົນ
ຮັ່ງມີ​ນັ້ນບໍ່​ເປັນການ​ຍຸຕິ​ທຳ​ເລີຍ ​ໃນ​ຂະນະ​ທີ່​ບັນດາ​ຄອບຄົວ​ຂອງພວກ​ຄົນ​ຊັ້ນກາງ​ພວມ​ດີ້ນ
ຮົນ​ໃນ​ການ​ຈັບ​ຈ່າຍ​ເພື່ອ​ຊື້ສິ່ງ​ຂອງ​ທີ່​ມີ​ຄວາມ​ຈຳ​ເປັນ.

ໃນ​ຄຳ​ປາ​ໄສ​ຕອບ​ຂອງ​ພັກຣີພັບ​ບລີ​ກັນນັ້ນ ທ່ານ John Boehner ປະທານສະພາ​ຕໍ່າ​
ຂອງ​ສະຫະລັດ​ຈົ່ມ​ວ່າ ລັດຖະບານ​ທ່ານ​ໂອ​ບາ​ມາ​ບໍ່​ໄດ້​ດຳ​ເນີນ​ການຢ່າງ​ເປັນ​ການ​ພຽງພໍ ​
ເພື່ອ​ເພີ່ມ​ການຜະລິດ​ນໍ້າມັນ​ ແລະ​ແກັສທຳ​ມະ​ຊາດ​ຢູ່​ໃນ​ດິນຂອງ​ລັດຖະບານ​ກາງ. ທ່ານ​
ຮຽກຮ້ອງ​ບໍ່​ໃຫ້​ຕັ້ງລະບຽບ​ການ​ໃໝ່​ເພີ່ມ​ຕື່ມ​ສຳ​ຫຼັບການ​ສ້າງ​ໂຮງ​ກັ່ນ​ນໍ້າມັນ.

ນອກ​ນັ້ນ​ແລ້ວ ທ່ານ Boehner ຍັງ​ສືບ​ຕໍ່​ເນື້ອໄນ​ຂອງ​ພັກຣີພັບ​ບລີ​ກັນ​ທີ່​ຖິ້ມ​ໂທດ​ໃສ່​ລັດ
ຖະບານກ່ຽວ​ກັບ​ລາຄາ​ນໍ້າມັນ​ທີ່​ແພງ​ຂຶ້ນັ້ນ.

XS
SM
MD
LG