ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ກ່າວວ່າ ສະຫະລັດ ຕ້ອງຕັ້ງເປົ້າໝາຍ ໃນດ້ານພະລັງງານ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ ການກອບ​ກູ້ອຸສາຫະກຳ​ລົດ​ໂອ
ໂຕ​ໄດ້​ຊ່ອຍ​ຮັກສາ​ວຽກ​ເຮັດ​ງານ​ທຳ​ໄວ້ຫຼາຍລ້ານວຽກ ໃນ​ລະຫວ່າງທີ່​ເສດຖະກິດຫຼຸດຖອຍ
ຢ່າງ​ຮ້າຍ​ແຮງນັບ​ແຕ່​ໄດ້​ເກີດ​ສະພາບ​ເສ​ດຖະກິດ​ຕົກ​ຕໍ່າ​ຄັ້ງ​ໃຫຍ່​ຂອງ​ໂລກ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ ປະທາ​ນາ​ທິບໍດີ​
ໂອ​ບາ​ມາ​ເວົ້າວ່າ ການ​ຟື້ນຟູອຸສາຫະກຳ​ລົດ​ໂອ​ໂຕ​ທີ່​ສຳຄັນໆ​ຂອງສະຫະລັດ ຍັງ​ໄດ້​ສ້າງ​
ວຽກ​ເຮັດ​ງານ​ທຳ​ໃໝ່ຫຼາຍກວ່າ 200 ​ພັນວຽກ​ ໃນ​ອຸສາຫະກຳ​ລົດ​ໂອ​ໂຕ ​ໃນ​ຮອບ​ສອງ​ປີ​
ເຄິ່ງຜ່ານ​ມານີ້.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ຂໍ້​ຕົກລົງກອບ​ກູ້​ອຸສາ​
ຫະກຳນັ້ນບໍລິສັດ​ເຮັດ​ລົດ​ໂອ​ໂຕ​ຂອງ​ສະຫະລັດ ຕ້ອງໄດ້​ເລີ່​ມຜະລິດ​ລົດ​ໃຊ້​ເຊື້ອ​ໄຟ​ໜ້ອຍ​ລົງ
ເພື່ອ​ຫຼຸດຜ່ອນ ​ຄວາມ​ຕ້ອງການ​ທາງ​ດ້ານ​ນໍ້າມັນ ​ຈາກຕ່າງປະ​ເທດ. ທ່ານ​ເວົ້າວ່າ ການ​ນໍາ
ເຂົ້ານໍ້າມັນ​ຂອງ​ສະຫະລັດ​ໄດ້​ຫຼຸດລົງ ​ໃນໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ ແຕ່​ສະຫະລັດ​ຈຳ​ເປັນ
ຕ້ອງ​ໄດ້​ເບິ່ງ​ໄປ​ຍັງ​ການ​ນຳ​ໃຊ້​ພະລັງງານລົມ ​ແລະ​ຕາ​ເວັນ​ນຳ​ດ້ວຍ.

ທ່ານ​ໂອ​ບາ​ມາ​ຢາກ​ໃຫ້​ລັດຖະສະພາ​ສະຫະລັດ​ຢຸດ​ເຊົາ​ການໃຊ້​ເງິນ​ພາສີ 4 ພັນລ້ານ​ໂດ​ລາ
ອຸດໜຸນບັນດາ​ບໍລິສັດ​ນໍ້າມັນ​ທີ່​ໄດ້​ກຳ​ໄລ​ສູງ ແລະ​ເພັ່ງ​ເລັງ​ໃສ່​ການພັດທະນາ​ແຫຼ່ງພະລັງງານ​
ທີ່​ໃຊ້​ຄືນ​ໃໝ່​ໄດ້.

ໃນ​ຄຳ​ປາ​ໄສ​ຕອບ​ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະ​ມາ​ຊິກ​ສະພາ​ຕໍ່າ Doc Hastings ຈາກ​
ລັດ​ວໍ​ຊິງ​ຕັນໄດ້​ກ່າວຫາ​ປະທານາທິບໍດີໂອ​ບາ​ມາ​ວ່າ ຂັດຂວາງໂຄງການ​ທີ່​ຈະ​ເພີ່ມ​ການ​ຜະ
ລິດ​ນໍ້າມັນ​ຂອງ​ສະຫະລັດຮວມທັງ​ໂຄງການ​ສ້າງ​ທໍ່​ນໍ້າມັນ Keystone.

ທ່ານ Hastings ກ່າວ​ວ່າ ບັນດາ​ສະມາຊິກ​ສະພາ​ຂອງ​ພັກຣີພັບ​ບລີ​ກັນ ​ໄດ້​ລົງຄະ​ແນນ
ສຽງ​ ເພື່ອ​ກຳຈັດ​ເຄື່ອງ​ກີດຂວາງ​ຕ່າງໆ ​ໃນ​ການ​ພັດທະນາ​ແຫຼ່ງພະລັງງານໃໝ່​ນັ້ນ.

XS
SM
MD
LG