ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາຮຽກຮ້ອງໃຫ້ ສະພາຕໍ່າຮັບຜ່ານ ຮ່າງກົດໝາຍວ່າດ້ວຍການຂົນສົ່ງ (ເບິ່ງວີດີໂອ)


ປະທານາທິບໍດີ​ສະຫະລັດ​ທ່ານ​ບາຣັກ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ສະພາ​ຕໍ່າ​ສະຫະລັດຮັບ​ຜ່ານ
ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຂົນ​ສົ່ງທີ່​ທ່ານ​ເວົ້າວ່າຈະ​ເຮັດ​ໃຫ້​ຊາວອາ​ເມຣິກັນ​ມີ​ວຽກ​ການ​ເຮັດ​
ຕື່ມ ​ແລະ​ປ້ອງ​ກັນ​ບໍ່​ໃຫ້ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ປະສົບ​ກັບ​ສະພາບ​ຫຼຸດຖອຍ.

ສະພາ​ສູງ​ຂອງ​ສະຫະລັດ​ ໄດ້​ຮັບຮອງ​ເອົາ​ແລ້ວ ຮ່າງ​ກົດໝາຍສະບັບ​ທີ່​ໄດ້​ຮັບ​ການສະໜັບ
ສະ​ໜຸນ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ​ເພື່ອ​ສ້ອມ​ແປງ​ຖະໜົນ​ຫົນທາງ ຂົວ ​ແລະ​ສະໜັບສະ
ໜຸນ​ວຽກ​ງານ​ການ​ກໍ່ສ້າງ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ ​ປະຈຳ​ສັບປະດາ​ຂອງ​ທ່ານ​ນັ້ນ ​ປະທານາທິບໍດີ ​ໂອ​ບາ​ມາ
ຍັງ​ໄດ້​ກ່າວ​ປ້ອງ​ກັນ​ ນະ​ໂຍບາຍພະລັງງານ​ຂອງ​ທ່ານໂດຍ​ເວົ້າວ່າການ ຜະລິດ​ນໍ້າມັນ​ພາຍ
ໃນ​ປະ​ເທດ ​ແມ່ນ​ສູງ​ສຸດ​ໃນ​ຮອບ 8 ປີ.

ແຕ່​ນອກ​ນັ້ນທ່ານຍັງ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ສະຫະລັດ​ໃຫ້ການ​ສະໜັບສະໜຸນຕໍ່​ອຸສາຫະ
ກຳຜະລິດ​ພະລັງງານ​ທີ່​ສະອາດ​ຕ່າງໆ ​ເຊັ່ນ​ພະລັງງານ​ລົມ​ແລະພະລັງງານ​ແສງ​ຕ​າ​ເວັນເປັນ
ຕົ້ນ.

ໃນ​ຄຳ​ປາ​ໄສ​ຕອບ ​ປະຈຳ​ສັບປະດາ ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາ​ສູງ Mitt
McConnel ຈາກ​ລັດ Kentucky ​ໄດ້​ໃຊ້​ວັນ​ຄົບຮອບ​ປີ​ທີ​ສອງກ່ຽວ​ກັບການປະຕິ​ຮູບ​ລະ
ບົບ​ຮັກສາ​ສຸຂະພາບ​ຂອງ​ທ່ານ​ໂອ​ບາ​ມາ​ໃນ​ອາທິດ​ໜ້ານີ້ ຕຳ​ໜິຕິຕຽນ​ກົດໝາຍ​ດັ່ງກ່າວ.

ທ່ານ​ເວົ້າວ່າ ພັກຂອງ​ທ່ານມີ​ການ​ຕັດສິນ​ໃຈ​ຫຼາຍຂຶ້ນກວ່າ​ແຕ່​ກ່ອນ ​ທີ່​ຈະ​ຍົກ​ເລີກໃນ​ອັນ​ທີ່​
ທ່ານເອີ້ນວ່າ ກົດໝາຍ​ຮັກສາ​ສຸຂະພາບຂອງ​ທ່ານ​ໂອ​ບາ​ມາ​ຫຼື Obamacare ​ໂດຍ​ກ່າວ
ອ້າງ​ວ່າ ມັນ​ຂັດ​ຕໍ່ກົດໝາຍ​ລັດຖະທຳ​ມະນູນ​ແລະ​ມີຄ່າ​ໃຊ້​ຈ່າຍ​ສູງ​ໂພດ.

XS
SM
MD
LG