ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການທ່ອງທ່ຽວ ຈະເຮັດໃຫ້ ເສດຖະກິດ ຂອງສະຫະລັດ ເຕີບໃຫຍ່ຂະຫຍາຍໂຕ (ເບິ່ງວີດີໂອ)


ການທ່ອງທ່ຽວ ຈະເຮັດໃຫ້ ເສດຖະກິດ ຂອງສະຫະລັດ ເຕີບໃຫຍ່ຂະຫຍາຍໂຕ (ເບິ່ງວີດີໂອ)
ການທ່ອງທ່ຽວ ຈະເຮັດໃຫ້ ເສດຖະກິດ ຂອງສະຫະລັດ ເຕີບໃຫຍ່ຂະຫຍາຍໂຕ (ເບິ່ງວີດີໂອ)

ປະທານາທິບໍດີ​ສະຫະລັດ​ທ່ານ​ບາຣັກ​ໂອ​ບາ​ມາ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ແລະປະ​ເທດ​ຊາດ​
ໃຫ້ການ​ສະໜັບ​ສະ​ໜຸນ​ຕໍ່​ແຜນການ​ລິ​ເລີ່​ມຂອງ​ທ່ານຊຶ່ງ​ຈະເສີມ​ຂະຫຍາ​ຍການທ່ອງທ່ຽວທີ່​
ທ່ານ​ເວົ້າວ່າ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳນັ້ນ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ທ່ານ​ໂອ​ບາ​ມາ​ເວົ້າ
ວ່າທ່ານ​ຕ້ອງການ​ຢາກ​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ງ່າຍ​ຂຶ້ນສຳລັບ​ພວກ​ນັກ​ທ່ອງ​ທ່ຽວ​ທີ່​
ຈະ​ເດີນທາງ​ມາ​ຢ້ຽມຢາມ​ແລະ​ໃຊ້​ຈ່າຍ​ເງິນ​ຢູ່​ທີ່​ສະຫະລັດ

ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ເລັ່ງລັດ​ການ​ກວດຄົນ​ເຂົ້າ​ເມືອງ​ຢູ່​ຕາມ​ສະໜາມ​
ບິນ​ຕ່າງໆທີ່​ພວກ​ນັກ​ທ່ອງ​ທ່ຽວ​ມັກ​ເດີນທາງ​ເຂົ້າມາ ຂັ້ນຕອນ​ໃນການ​ອອກ​ວີ​ຊ່າ​ໄວ​ຂຶ້ນສຳ
ລັບ​ບັນດາປະ​ເທດ​ທີ່​ມີ​ຊົ້ນຊັ້ນກາງ​ເພີ່ມ​ຂຶ້ນ ​ເຊັ່ນ​ຈີນ​ແລະບຣາຊີ​ລ ​ແລະ​ຂະຫຍາຍ​ຈຳນວນ​ປະ
ເທດ​ບ່ອນ​ທີ່​ພວກ​ນັກ​ທ່ອງ​ທ່ຽວ​ສາມາດ​ໄດ້ຮັບ​ການ​ກວດກາ​ອະນຸມັດ​ລ່ວງ​ໜ້າໂດຍ​ກະຊວງ​
ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ຂອງ​ສະຫະລັດ.

ປະທານາທິບໍດີ​ໂອ​ບາ​ມກ່າວ​ວ່າ ທ່ານ​ໄດ້​ດຳ​ເນີນ​ບາດກ້າວ​ຈຳນວນ​ນຶ່ງ​ ເພື່ອ​ປັບປຸງ​ເສດຖະ
ກິດ​ຂອງ​ປະ​ເທດ​ຫຼັງຈາກ​ລັດຖະສະພາ​ສະຫະລັດ​ກ່ອນ​ໜ້ານີ້ບໍ່​ໄດ້​ໃຫ້ການ​ສະໜັບ​ສະ​ໜຸນຕໍ່
ແຜນການ​ລິ​ເລີ່​ມຂອງ​ທ່ານ.

ປະທານາທິບໍດີ​ສະຫະລັດ​ກ່າວ​ວ່າ ທ່ານ​ຈະ​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ແຜນ​ການ​ທີ່ທ່ານ​ຮຽກ
ຮ້ອງ​ໃຫ້​ມີ​ການ​ດຳ​ເນີນ​ການ ຢູ່​ໃນ​ຄຳ​ປາ​ໄສ​ຕໍ່​ລັດຖະສະພາ​ແລະ​ປະ​ເທດ​ຊາດ​ຂອງ​ທ່ານ​ໃນ
ມື້ວັນ​ອັງຄານ​ນີ້.

ເບິ່ງຄຳຖະແຫຼງຂອງພັກຣີພັບບລີກັນ

XS
SM
MD
LG