ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ​ ກ່າວວ່າ ອຸດສາຫະກຳລົດ ຂອງ ສຫລ ຟື້ນໂຕ ຄືນແລ້ວ


ປ. ບາຣັກ ໂອບາມາ​
ປ. ບາຣັກ ໂອບາມາ​

ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາໃນ​ວັນ​ເສົາ​ມື້ນີ້ ປະທານາທິບໍດີ​ສະ
ຫະລັດ ທ່ານ ບາ​ຣັກ ​ໂອ​ບາ​ມາ​ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ ກ່ຽວ​ກັບ ​ຄວາມ​
ກ້າວໜ້າ ​ທີ່​ບໍ່​ໜ້າ​ເຊື່ອ​ທີ່​ມີ​ຂຶ້ນ ຢູ່​ໃນ​ອຸດສາຫະກຳ​ລົດຂອງ​ສະຫະ
ລັດ.

ທ່ານ​ກ່າວ​ວ່າ ​ເມື່ອ 7 ປີ​ກ່ອນ ອຸດສາຫະກຳ​ລົດແມ່ນ​ພວມ​ຈະ​ພັງ
ທະລາ​ຍລົງ ​ໂດຍ​ມີ​ການ​ປິດ​ໂຮງງານ​ຕ່າງໆ​ ​ແລະ ​ພວກ​ຄົນ​ງານ​ຫຼາຍ​ຮ້ອຍ​ພັນ​ຄົນ​ຖືກ​ປົດ ອອກ​ຈາກ​ໜ້​າທີ່.

ປະທານາທິບໍດີີ ​ໄດ້​ທຳ​ການ​ຕັດສິນ​ໃຈດັ່ງກ່າວໃນ​ຂະນະ​ທີ່​ທ່ານ​ຫາ​ກໍ​ເຂົ້າຮັບ​ຕຳ​ແໜ່​ງ​ໄດ້​ສອງສາມ​ເດືອນ​ ​ໂດຍ​ວາງ​ເດີມ​ພັນ ​ກ່ຽວ​ກັບ​ພວກ​ຄົນ​ງານແລະອຸດສາຫະກຳການ​ຜະລິດ
​ຂອງ​ອາ​ເມຣິກັນ ຈັດຕັ້ງຍຸດ​ທະ​ສາດ ​ເພື່ອ​ນຳ​ເອົາ​ອຸດສາຫະກຳ​ລົດ​ໂອ​ໂຕ​ກັບ​ຄືນ​ມາ.​ ນັບ
ຕັ້ງ​ແຕ່​ນັ້ນມາ​ອັດຕາ​ຄົນ​ຫວ່າງ​ງານ​ໃນ​ນະຄອນ Detroit ​ໄດ້​ຫຼຸດ​ລົງ​ຫຼາຍກວ່າ​ເຄິ່ງນຶ່ງ​ແລະ​
ພວກ​ຄົນ​ງານ​ເຮັດ​ລົດ​ ມີ​ວຽກ​ການ​ໃໝ່​ເພີ້ມຂຶ້ນຫລາຍກວ່າ 640,000 ວຽກ.

​ໃນ​ວັນ​ທີ 20 ມັງກອນ​ນີ້ ປະທານາທິບໍດີ​ໂອ​ບາ​ມາຈະ​ໄປ​ຢ້ຽມຊົມ​ການວາງ​ສະ​ແດງລົດ​ທີ່​ນະຄອນ Detroit ​ເພື່ອ​ເບິ່ງ​ຄວາມ​ກ້າວໜ້າ​ດ້ວຍ​ຕົວ​ທ່ານ​ເອງ.​ ຍ້ອນເລື້ອງລາວ​ຂອງ​ອຸດ ສາຫະກຳ​ລົດເປັນ​ການ​ທົດ​ສອບ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວອາ​ເມຣິກັນ​ໄດ້​ປະສົບ​ຄວາມ
​ສຳ​ເລັດ​ໃນ​ຮອບ 7 ປີ​ທີ່​ຜ່ານ​ມາແລະ​ທັງ​ໝົດ​ນັ້ນ​ຄື​ສິ່ງ​ທີ່ຊາວ​ອາ​ເມຣິກັນ​ສາມາດ​ເຮັດໄດ້.

WASHINGTON, DC — In this week's address, the President remarked on the incredible progress that has been made in the American auto industry.Just seven years ago, the industry was on the brink of collapse, with plants closing and hundreds of thousands of workers getting laid off.The President made a decision in his first couple of months in office to place his bet on American workers and American manufacturing, implementing a strategy to bring the American auto industry back.Since then, Detroit-area unemployment has been cut by more than half, and automakers have added more than 640,000 new jobs.On January 20, the President will visit the Detroit Auto Show to see this progress firsthand.Because the story of the auto industry is an apt illustration of all that America has accomplished in the past seven years, and all that it can do.

XS
SM
MD
LG