ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ຊຸກຍູ້ໃຫ້ ບໍລິສັດອາເມຣິກັນສ້າງ ວຽກເຮັດງານທໍາ ຢູ່ພາຍໃນສະຫະລັດ (ເບິ່ງວີດີໂອ)


ທ່ານໂອບາມາ ຊຸກຍູ້ໃຫ້ ບໍລິສັດອາເມຣິກັນສ້າງ ວຽກເຮັດງານທໍາ ຢູ່ພາຍໃນສະຫະລັດ (ເບິ່ງວີດີໂອ)
ທ່ານໂອບາມາ ຊຸກຍູ້ໃຫ້ ບໍລິສັດອາເມຣິກັນສ້າງ ວຽກເຮັດງານທໍາ ຢູ່ພາຍໃນສະຫະລັດ (ເບິ່ງວີດີໂອ)

ເບິ່ງວີດີໂອກ່ຽວກັບຄໍາປາໃສປະຈໍາອາທິດຂອງທ່ານໂອບາມາ:

ປະທານາທິບໍດີໂອບາມາ ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ສິນນໍ້າໃຈ​ໃໝ່ໆແກ່ບໍລິສັດ ທີ່ສ້າງ
ວຽກເຮັດງານທໍາຢູ່ພາຍໃນສະຫະລັດ ແລະທ່ານຕັ້ງໃຈວ່າຈະລົງໂທດ ບໍລິສັດທີ່ສົ່ງວຽກ
ງານອອກໄປຕ່າງປະເທດ.

ໃນຄໍາປາ​ໃສປະຈໍາອາທິດ ທາງອິນເຕີແນັດແລະວິທະຍຸ ໃນວັນເສົາວານນີ້ ທ່ານປະທາ
ນາທິບໍດີກ່າວວ່າ ທ່ານຈະ “ນໍາສະເໜີຮ່າງ​ກົດໝາຍດ້ານພາສີໃໝ່ ເພື່ອໃຫ້ລາງວັນແກ່
ບໍລິສັດ ທີ່ໄດ້​ເລືອກເຮັດໃນສິ່ງທີ່ຖືກຕ້ອງ ໂດຍການນໍາເອົາວຽກເຮັດງານທໍາກັບຄືນມາ
ປະເທດ ແລະກໍລົງທຶນຢູ່ໃນສະຫະລັດ ແລະພ້ອມກັນນັ້ນ ທ່ານກໍຈະຢຸດ​ເຊົາການຍົກເວັ້ນ
ດ້ານພາສີ ແກ່ບໍລິສັດທີ່ສົ່ງວຽກອອກໄປ ເຮັດ ຢູ່ຕ່າງປະເທດ.”

ໃນຕົ້ນອາທິດຜ່ານ​ມານີ້, ທ່ານ​ໂອ​ບາ​ມາໄດ້ກ່າວຕໍ່ພວກຫົວໜ້າບໍລິຫານທຸລະກິດທີ່​
ໄປເຕົ້າໂຮມກັນຢູ່ທໍານຽມຂາວວ່າ ທ່ານຈະ “ເຮັດໃຫ້ແນ່ໃຈວ່າ ພວກ​ເຂົາ​ເຈົ້າມີລັດຖະ
ບານທີ່ຈະເຮັດທຸກສິ່ງທຸກຢ່າງ ເທົ່າທີ່ມີອໍານາດເຮັດໄດ້ ເພື່ອຊ່ວຍໃຫ້ພວກ​ເຂົາ​ເຈົ້າປະ
ສົບຜົນສໍາເລັດ.”

ນອກຈາກນັ້ນ ທ່ານປະທານາທິບໍດີຍັງໄດ້ສະເໜີໃຫ້ປັບປຸງ​ແລະຮວມ​ເອົາອົງກອນການຄ້າ
ແລະ​ພານິດ​ຂອງ​ລັດຖະບານຫົກແຫ່ງເຂົ້າກັນ ເພື່ອຕັດຂັ້ນຕອນໃນການບໍລິຫານແລະປັບ ປຸງການບໍລິການຂອງໜ່ວຍງານຕ່າງ​ໆຂອງລັດຖະບານ.

ເບິ່ງວີດີໂອຄໍາປາໃສຕອບຂອງຝ່າຍຣີພັບບລິກັນ:

ສ່ວນຢູ່ໃນຄໍາຖະແຫລງປະຈໍາອາທິດຂອງພັກຣີພັບບລິກັນນັ້ນ ສະມາຊິກສະພາສູງ John
Hoeven ຈາກລັດ North Dakota ໄດ້ກ່າວຕິຕຽນປະທານາທິບໍດີ ໂອບາມາ ທີ່ບໍ່ໄດ້ ໃຫ້ການອະນຸມັດແກ່ໂຄງການທໍ່ນໍ້າມັນ Keystone XL.

ທ່ານເວົ້າວ່າ ໂຄງການດັ່ງກ່າວຈະສ້າງເຮັດວຽກເຮັດງານທໍາເປັນຫລາຍພັນ ໜ້າວຽກ ແລະກໍຈະນໍາເອົານໍ້າມັນເປັນຫລາຍພັນຖັງ ຈາກການາດາ,ຈາກລັດຂອງທ່ານ Hoeven ​
ເອງ ແລະຈາກລັດ Montana ໄປຍັງ​ພວກໂຮງກັ່ນນໍ້າມັນຂອງສະຫະລັດ ເພື່ອຫລຸດ ການກາງຕໍ່ອາໃສນໍ້າມັນຈາກຕ່າງປະເທດລົງ.

ລັດຖະບານຂອງທ່ານໂອບາມາກ່າວວ່າ ເຂົາເຈົ້າຕ້ອງການເວລາຫລາຍກວ່ານີ້ ເພື່ອຈະພິ
ຈາລະນາໂຄງການດັ່ງກ່າວ.

XS
SM
MD
LG