ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ໂອ​ບາ​ມາ ໃຫ້​ສໍາພາດ​ຂ່າວ ທາງໂທລະພາບ​


ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​
ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ກ່າວ​ວ່າ ທ່ານ​ບໍ່​ຖື​ວ່າ ທ່ານ​ເປັນໂຕເກັງ
ທີ່ຈະ​ເປັນ​ຜູ້​ຊະນະໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ປະ​ເທດ​ໃນປີ 2012 ໜ້າ​ນີ້ ​ໂດຍ​
ກ່າວ​ຕໍ່​ຜູ້​ສໍາພາດທ່ານ​ທາງໂທລະພາບ​ວ່າ ການ​ເສດຖະກິດ​ທີ່​ລົ້ມລຸກຄຸກຄານນີ້ ແນ່ນອນ
ຈະເຮັດໃຫ້ ທ່ານມີຄະແນນສຽງເປັນຮອງ ຫຼື​ເສຍ​ໄຊ​ ໃນ​ຄວາມ​ພະຍາ​ຍາມຂອງທ່ານ​ເພື່ອ
ໃຫ້​ໄດ້​ເປັນ​ປະທານາທິບໍດີຕື່ມ​ອີກ​ສະ​ໄໝ​ທີ​ສອງ​ນັ້ນ.

ໃນ​ການ​ກ່າວ​ຕໍ່​ທ່ານ George Stephanopoulos ຜູ້​ສື່​ຂ່າວ​ຕາໜ່າງ ໂທລະພາບ ABC ​
ໃນ​ວັນອັງຄານ​ມື້​ນີ້ ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ບໍ່​ຄຶດ​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງ
ຄົນ​ອາ​ເມຣິກາ​ສ່ວນ​ຫລາຍແມ່ນ​ດີ​ຂຶ້ນກວ່າ​ເມື່ອ 4 ປີຜ່ານມາ​ ກ່ອນທ່ານ​ຖືກ​ເລືອກ​ຕັ້ງ​ເປັນ
ປະທານາ​ທິບໍດີ​ ​ເມື່ອ​ເວົ້າ​ເຖິງດ້ານ​ເສດຖະກິດ​ແລ້ວ.

ເຖິງ​ຢ່າງ​ໃດ​ກໍ​ດີ ຂະນະ​ທີ່​ທ່ານ​ຍອມຮັບວ່າອັດຕາ​ຄົນ​ຫວ່າງ​ງານ​ 9.1 ​ເປີ​ເຊັນ​ໃນ​ປັດຈຸບັນ​ນີ້​
ແມ່ນຍັງ​ຢູ່​ໃນ​ລະດັບ​ສູງ​ໂພດກໍຈິງ ​ແຕ່​ທ່ານ​ໂອ​ບາ​ມາ​ກໍໄດ້ກ່າວ​ປ້ອງ​ກັນ​ນະ​ໂຍບາຍ​ເສດຖະ
ກິດຂອງ​ທ່ານໂດຍ​|ເວົ້າ​ວ່າ ລັດຖະບານໄດ້​ທໍາ​ຄວາມ​ຄືບ​ໜ້າ​ຢ່າງ​ສະ​ມໍ່າສະ​ເໝີ​ມາ​ເພື່ອເຮັດ​
ໃຫ້​ເສດຖະກິດມີ​ສະຖຽນລະພາບນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ຍັງ​ສືບ​ຕໍ່​ຮຽກຮ້ອງ​ ໃຫ້​ພວກຜູ້ນຳພາລັດຖະສະພາສະຫະລັດ​
ຮັບ​ຜ່ານ​ຂໍ້​ສະ​ເໜີ​ມູນ​ຄ່າ 447 ຕື້ໂດ​ລາ ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ສົ່ງ​ເສີມ​ການ​ສ້າງ​ໜ້າວຽກ​ຂຶ້ນ
ໂດຍ​ກ່າວ​ວ່າຂໍ້​ສະ​ເໜີ​ທີ່​ວ່າ​ນີ້​ ສາມາດ​ຊ່ອຍ​ໃຫ້ມີການວ່າຈ້າງ​ປະຊາຊົນຈໍານວນ 1 ລ້ານ 9 ​
ແສນ​ຄົນ ກັບ​ຄືນໄປ​ເຮັດ​ວຽກ​ໄດ້ແຕ່ເບິ່ງ​ຄື​ວ່າພວກ​ສະມາຊິກ​ລັດຖະສະພາ​ສັງ ກັດ​ພັກ
Republican ຈະ​ບໍ່​ຮັບ​ຜ່ານ​ຂໍ້​ສະ​ເໜີ​ຂອງ​ທ່ານທັງ​ໝົດ.

ທ່ານ Stephanopoulos ທີ່​ເປັນ​ຜູ້ສໍາພາດ​ທ່ານ​ສໍາລັບ​ຕາໜ່າງ​ໂທລະ ພາບ ABC
ແລະແວັບ​ໄຊ Yahoo ​ໄດ້​ກ່າວ​ອ້າງ ເຖິງການສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ຄັ້ງ​ໃໝ່
ທີ່ແນະໃຫ້ເຫັນ​ວ່າ ຊາວ​ອາ​ເມຣິກັນ​ສ່ວນ​ຫລາຍ​ຄຶດ​ວ່າ ທ່ານ​ໂອ​ບາ​ມາ​ຈະ​ໄດ້​ຮັບ​ການ
ປາ​ໄຊ​ໃນການ​ເລືອກຕັ້ງປະທານາທິບໍດີ​ ໃນ​ປີ 2012 ຕໍ່ໜ້ານີ້.

XS
SM
MD
LG