ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ສະເໜີ ຮ່າງງົບປະມານ ມູນຄ່າ 3,730 ຕື້ໂດລາ ຕໍ່ລັດຖະສະພາ


ປະທານາທິບໍດີ ບາຣັກ ໂອບາມາ ໄປຢ້ຽມຢາມໂຮງຮຽນມັດທະຍົມຕົ້ນ Parkville Middle School ແລະເປີດໂຕແຜນງົບປະທານຂອງທ່ານ ຢູ່ທີ່ນັ້ນ ກໍເພາະວ່າ ”ອານາຄົດຂອງເດັກນ້ອຍຂອງພວກເຮົາ ແມ່ນເປັນເດີມພັນ ໃນການຕັດສິນໃຈ ອັນຫຍຸ້ງຍາກຕ່າງໆ ທີ່ປະເຊີນໜ້າພວກເຮົາຢູ່ເວລານີ້.” (White House Photo
ປະທານາທິບໍດີ ບາຣັກ ໂອບາມາ ໄປຢ້ຽມຢາມໂຮງຮຽນມັດທະຍົມຕົ້ນ Parkville Middle School ແລະເປີດໂຕແຜນງົບປະທານຂອງທ່ານ ຢູ່ທີ່ນັ້ນ ກໍເພາະວ່າ ”ອານາຄົດຂອງເດັກນ້ອຍຂອງພວກເຮົາ ແມ່ນເປັນເດີມພັນ ໃນການຕັດສິນໃຈ ອັນຫຍຸ້ງຍາກຕ່າງໆ ທີ່ປະເຊີນໜ້າພວກເຮົາຢູ່ເວລານີ້.” (White House Photo

ປະທານາທິບໍດີໂອບາມາ ກ່າວວ່າ ຮ່າງງົບປະມານສໍາລັບສົກປີ 2012 ທີ່ທ່ານໄດ້ສົ່ງໃຫ້ ສະພາຄອງແກຣສນັ້ນ ແມ່ນເຕັມໄປດ້ວຍທາງເລືອກທີ່ຕັດສິນໃຈຍາກຫຼາຍ ກ່ຽວກັບການ ໃຊ້ຈ່າຍໃນໂຄງການຕ່າງໆທີ່ທ່ານຢາກອຸ້ມຊູເປັນພິເສດນັ້ນ. ຜູ້ສື່ຂ່າວອາວຸໂສວີໂອເອປະຈໍາ ທໍານຽບຂາວ ແດນ ໂຣບິນສັນ ລາຍງານວ່າ ທ່ານປະທານາທິບໍດີກໍາລັງຮຽກຮ້ອງໃຫ້ພັກ ເດໂມແຄຣທ ແລະພັກຣີພັບບລິກັນ ຈົ່ງດໍາເນີນງານຮ່ວມກັນ ໃນການເອົາບາດກ້າວເພີ່ມຕື່ມ ເພື່ອຫຼຸດຜ່ອນການໃຊ້ຈ່າຍເກີນກໍານົດ ແຕ່ກໍກ່າວວ່າ ໂຄງການຕ່າງໆທີ່ຫລໍ່ແຫລມຕໍ່ອະນາ ຄົດຂອງຊາດນັ້ນ ຄວນຈະສະຫງວນຮັກສາເອົາໄວ້.

ຮ່າງງົບປະມານດັ່ງກ່າວ ມີມູນຄ່າ 3 ພັນ 730 ຕື້ໂດລາ
ພ້ອມດ້ວຍຈໍານວນ 1 ພັນ 100 ຕື້ໂດລາ ທີ່ຄາດວ່າຈະ
ປະຫຍັດໄດ້ໃນລະຫວ່າງທົດສະວັດຕໍ່ໜ້າ ຈາກການຫຼຸດ
ຜ່ອນການໃຊ້ຈ່າຍ ແລະການເພີ່ມອັດຕາພາສີ ໂຮມທັງ
400 ຕຶ້ ຫລື 400 ພັນລ້ານໂດລາ ທີ່ມາຈາກການໂຈ໊ະ ການໃຊ້ຈ່າຍພາຍໃນປະເທດໃນໄລຍະຫ້າປີ.

ການຂາດດຸນງົບປະມານສຳລັບປີ 2011 ນີ້ ຄາດວ່າຈະ
ຖີບຕົວສູງຂື້ນເປັນປະວັດການເຖິງ 1 ພັນ 650 ຕື້ໂດລາ
ຊຶ່ງສ່ວນໃຫຍ່ແລ້ວ ແມ່ນເປັນຜົນເນື່ອງມາຈາກການຕົກ
ລົງກ່ຽວກັບເລຶ່ອງພາສີ ທີ່ປະທານາທິບໍດີໄດ້ເຈລະຈາຕໍ່
ຮອງກັບພັກຣີພັບລິກັນໃນປີຜ່ານມາ ແລະນັ້ນກໍເປັນປີທີ່
ສີ່ລຽນຕິດ ທີ່ອັດຕາການຂາດດຸນງົບປະມານ ຈະສູງກວ່າ
1 ພັນຕື້ໂດລາ ເຖິງແມ່ນວ່າລັດຖະບານໂອບາມາເວົ້າວ່າ ອັດຕາຂາດດຸນຈະລົດລົງໃນປີໜ້ານີ້ກໍຕາມ.

ໃນການກ່າວຄໍາປາໄສທີ່ ໂຮງຮຽນ Parkville Middle School and Center for
Technology ຢູ່ລັດແມຣີແລນດ໌ ຕິດກັບນະຄອນຫລວງວໍຊິງຕັນນັ້ນ ທ່ານໂອບາມາກ່າວ
ວ່າ ຮ່າງງົບປະມານນີ້ ໄດ້ມີການປະຫຍັດຫຼາຍຢ່າງ ໂດຍຕັດໂຄງການຕ່າງໆ ທີ່ບໍ່ເປັນປະ
ໂຫຍດ ຫລືຟຸມເຟືອຍນັ້ນລົງ ບັງຄັບໃຫ້ມີການເອົາຄວາມຮັບຜິດຊອບເພີ່ມຂຶ້ນກວ່າເກົ່າ ແລະໂດຍຜ່ານການລົດຜ່ອນໃນດ້ານຕ່າງໆທີ່ທ່ານເປັນຫ່ວງເປັນໃຍຫລາຍທີ່ສຸດນັ້ນ ເປັນ
ຕົ້ນວ່າ ການຊ່ວຍເຫລືອດ້ານພະລັງງານ ແລະໂຄງການອື່ນໆອີກຫລາຍໂຄງການ ສໍາລັບ ຊາວອາເມຣິກັນທີ່ມີລາຍໄດ້ຕໍ່ານັ້ນ.

ເຖິງແມ່ນທ່ານໂອບາມາໄດ້ກ່າວວ່າ ປະເທດຊາດຈໍາເປັນຕ້ອງໄດ້ດໍາເນີນການຢ່າງເຄັດຄັດ ໃນເລື້ອງລະບຽບວິໄນກ່ຽວກັບງົບປະມານນັ້ນກໍຕາມ ແຕ່ທ່ານກໍໄດ້ເນັ້ນຍໍ້າເຖິງຄວາມຈໍາ
ເປັນທີ່ຈະຕ້ອງລົງທຶນເຂົ້າໃສ່ໃນດ້ານການສຶກສາ ແລະພາກສ່ວນອື່ນໆທີ່ສໍາຄັນຕໍ່ອະນາຄົດ
ຂອງປະເທດຊາດ ຊຶ່ງທ່ານໂອບາມາ ກ່າວຊີ້ແຈງຕໍ່ໄປວ່າ:

“ເຖິງ​ແມ່ນ​ວ່າ ມັນຈະເປັນຈໍາເປັນທີ່ສຸດ ທີ່ພວກເຮົາຈະຕ້ອງຢູ່ກິນ ຕາມລາຍໄດ້
ທີ່
ພວກເຮົາມີ ແລະຂະນະດຽວກັນ ພວກເຮົາກໍມີຄວາມໝາຍໝັ້ນຢ່າງເດັດຂາດ ທີ່ຈະຕ້ອງດໍາເນີນງານຮ່ວມກັນ ກັບພວກພັກເດໂມແກຣັດ ແລະພັກຣີພັບບລິກັນ ເພື່ອຫາທາງປະຫຍັດງິນຕື່ມອີກ ແລະພິຈາລະນາບັນຫາງົບປະມານຕ່າງໆ ຢ່າງ
ກວ້າງຂວາງນັ້ນ
ພວກຮົາກໍບໍ່ສາມາດທີ່ຈະເສຍສະລະອະນາຄົດຂອງພວກເຮົາດ້ ໃນຂະນະທີ່ພວກເຮົາດໍາເນີນຂັ້ນຕອນດັ່ງກ່າວ.”

ປະທານາທິບໍດີ Barack Obama ຖະແຫລງຢູ່ໂຮງຮຽນມັດທະຍົມ ຕົ້ນ Parkville Middle School ທີ່ເມືອງ Parkville, ລັດ Maryland, ວັນຈັນ ທີ 14 2011. ຢືນຢູ່ຂ້າງທ່ານ ແມ່ນ ທ່ານ Jacob Lew ຜູ້ອໍານວຍການ ຫ້ອງການຄຸ້ມຄອງແລະງົບປະມານ. (AP Photo/Carolyn Kaster)
ປະທານາທິບໍດີ Barack Obama ຖະແຫລງຢູ່ໂຮງຮຽນມັດທະຍົມ ຕົ້ນ Parkville Middle School ທີ່ເມືອງ Parkville, ລັດ Maryland, ວັນຈັນ ທີ 14 2011. ຢືນຢູ່ຂ້າງທ່ານ ແມ່ນ ທ່ານ Jacob Lew ຜູ້ອໍານວຍການ ຫ້ອງການຄຸ້ມຄອງແລະງົບປະມານ. (AP Photo/Carolyn Kaster)

ຮ່າງງົບປະມານດັ່ງກ່າວນີ້ ຈະຕັດຫລືຫຼຸດໂຄງ
ການຕ່າງໆຂອງລັດຖະບານລົງ ປະມານ 200
ກວ່າໂຄງການ ຊຶ່ງເປັນການຕັດທີ່ຜູ້ອໍານວຍ
ການຫ້ອງການຄຸ້ມຄອງແລະງົບປະມານ ທ່ານ
Jacob Lew ກ່າວວ່າ ຈໍາເປັນຕ້ອງໄດ້ເຮັດ
ໂດຍອິງຕາມສະພາວະຂອງເສດຖະກິດ ຊຶ່ງ
ທ່ານກ່າວຕື່ມວ່າບາງສ່ວນຂອງການຕັດອອກ
ນັ້ນ ແມ່ນພວກໂຄງການທີ່ລ້າສະໄໝໄປແລ້ວ
ເປັນສິ່ງທີ່ຊໍ້າກັບຢ່າງອື່ນ ແລະເປັນສິ່ງທີ່ເຮົາ
ຈະເລືອກຕັດ ພຽງເພາະວ່າມັນເປັນສິ່ງທີ່ຖືກ
ຕ້ອງທີ່ຈະປະຕິບັດ. ແຕ່ການຕັດສ່ວນນຶ່ງຈະ
ບໍ່ຢູ່ໃນຈໍາພວກນັ້ນ ມັນເປັນສິ່ງທີ່ພວກເຮົາບໍ່
ຢາກຈະແຕະຕ້ອງ ແຕ່ກໍຕ້ອງເຮັດ ຍ້ອນການ
ທ້າທາຍຕ່າງໆທາງດ້ານງົບປະມານ ທີ່ພວກ ເຮົາປະເຊີນ ຢູ່ໃນຂະນະນີ້.

ແຕ່ຢ່າງໃດກໍຕາມ ຮ່າງງົບປະມານຂອງທ່ານ
ໂອບາມານັ້ນ ໄດ້ສະເໜີໃຫ້ເພີ່ມການໃຊ້ຈ່າຍ
ໃນດ້ານການສຶກສາ ການຄົ້ນຄວ້າແລະການ
ພັດທະນາ ການໃຊ້ພະລັງງານຢ່າງມີປະສິດທິ
ພາບ ແລະໂຄງລ່າງດ້ານການຂົນສົ່ງໂຮມທັງ
ຂໍ້ສະເໜີໃໝ່ໃຫ້ສ້າງທາງລົດໄຟຄວາມໄວສູງ.

ປະທານາທິບໍດີໂອບາມາໄດ້ເວົ້າຕື່ມອີກເຖິງຂໍ້ສະເໜີຂອງທ່ານ ເພື່ອຜະລິດພວກນາຍຄູສອນ
ວິຊາວິທະຍາສາດ-ຄະນິດສາດ ຈໍານວນ 10,000 ຄົນ ເພື່ອປັບປຸງມາດຕະຖານການສຶກສາ ແລະເພີ່ມຄວາມສາມາດໃນການແຂ່ງຂັນຂອງສະຫະລັດໃນໄລຍະຍາວ. ນອກນີ້ແລ້ວ ຮ່າງ
ງົບປະມານດັ່ງກ່າວ ຍັງສະໜັບສະໜຸນຕໍ່ເປົ້າໝາຍ ໃນການທີ່ຈະນຳລົດໄຟຟ້າຈໍານວນນຶ່ງ
ລ້ານຄັນອອກໃຊ້ພາຍໃນປີ 2015 ແລະຜະລິດກະແສໄຟຟ້າເພີ່ມຂື້ນອີກສອງເທົ່າຕົວ ຈາກ
ແຫລ່ງພະລັງງານສະອາດ ໃຫ້ໄດ້ໃນປີ 2035.

ພວກເຈົ້າໜ້າທີ່ທໍານຽບຂາວກ່າວວ່າ ພາກສ່ວນຕ່າງໆຂອງງົບປະມານນີ້ ແມ່ນສະທ້ອນໃຫ້
ເຫັນຜົນງານຂອງຄະນະກໍາມາທິການງົບປະມານຂອງປະທານາທິບໍດີ ທີ່ມາຈາກທັງສອງພັກ
ການເມືອງ. ຢ່າງໃດກໍຕາມ ແຜນການໃຊ້ຈ່າຍນັ້ນບໍ່ໄດ້ກ່ຽວຂ້ອງກັບຄາແນະນໍາສໍາຄັນຕ່າງໆ
ຂອງຄະນະກໍາມະການເພື່ອເອົາມາດຕະການຫຼຸດຜ່ອນການຂາດດຸນແລະໜີ້ສິນຢ່າງຫຼວງຫຼາຍ
ນັ້ນ ໂຮມທັງການຕັດໂຄງການຕ່າງໆທີ່ເອີ້ນວ່າ “ການໃຫ້ສິດທິ” ເຊັ່ນສະຫວັດດີການສັງຄົມ ແລະລະບົບປິ່ນປົວສຸຂະພາບຜູ້ເຖົ້າ ຫລືລະບົບເມດິແຄຣ໌.

ປະທານາທິບໍດີໂອບາມາກ່າວວ່າ ມັນເປັນທີ່ແຈ້ງຂາວແລ້ວວ່າ ການຕັດການໃຊ້ຈ່າຍປະຈໍາປີ
ພາຍໃນປະເທດນັ້ນ ແມ່ນຍັງຈະບໍ່ພຽງພໍເພື່ອໃຫ້ບັນລຸສິ່ງທ້າທາຍຕ່າງໆຂອງສົກງົບປະມານ
ໃນໄລຍະຍາວ ໂດຍທ່ານໄດ້ເນັ້ນອີກວ່າ ການຮ່ວມມືຂອງທັງສອງພັກ ແມ່ນມີຄວາມຈໍາເປັນ
ແທ້ ໃນໄລຍະຫລາຍເດືອນຕໍ່ໜ້ານີ້. ຊຶ່ງທ່ານໂອບາມາກ່າວຕໍ່ໄປວ່າ:

ສິ່ງທີ່ພວກເຮົາໄດ້ກະທໍາມານັ້ນ ກໍ​ຄື​ກັນ​ກັບວາງເງິນມັດຈໍໄວ້ລ່ວງໜ້າ ແຕ່ຍັງຈະ
ມີ
ວຽກຫລາຍກ່ວາ​ນັ້ນອີກ ທີ່ຈໍາເປັນຈະຕ້ອງໄດ້ຮັດ ຊຶ່ງວ່າພວກສະມາຊິກພັກ
Democrat ແລະພັກ Republican ຈະຕ້ອງໄດ້ຮ່ວມມືຮ່ວມແຮງ​ຮ່ວມ​ໃຈກັນ ​ເພື່ອ ​ເຮັດ​ໃຫ້ມັນເກີດຂຶ້ນ.”

ໃນຈໍາພວກຫລາຍໆບາດກ້າວທີ່ຈະລົດອັດຕາການຂາດດຸນງົບປະມານໄດ້ນັ້ນ ທ່ານໂອບາມາ
ໄດ້ອ້າງເຖິງຮ່າງສະເໜີຕັດ ທີ່ມີມູນຄ່າ 78 ພັນລ້ານໂດລາໃນການໃຊ້ຈ່າຍຂອງກະຊວງ
ປ້ອງກັນປະເທດຫລືທໍານຽບຫ້າແຈໃນຫ້າປີຕໍ່ໜ້ານີ້ ບາດກ້າວຕ່າງໆເພື່ອຍຸຕິການຜ່ອນຜັນ
ພາສີສໍາລັບພວກບໍລິສັດນໍ້າມັນເຊື້ອໄຟ ແກສທໍາມະຊາດ ແລະຖ່ານຫິນ ແລະພ້ອມກັບການ
ປະຫຍັດການໃຊ້ຈ່າຍຈາກລະບົບຮັກສາສຸຂະພາບ ທີ່ສິ້ນເປືອງນັ້ນ.

ຫລາຍໆການລົງທືນທີ່ທ່ານໂອບາມາຄິດວ່າ ຈໍາເປັນສໍາລັບການຂະຫຍາຍວຽກເຮັດງານທໍາ
ແລະການແຂ່ງຂັນຂອງສະຫະລັດໃນອະນາຄົດນັ້ນ ຖືກເບິ່ງກັນວ່າ ເປັນການສິ້ນເປືອງຫລາຍ
ໂພດໂດຍພັກຣີພັບບລີກັນ ກໍຄືພັກທີ່ສະເໜີໃຫ້ຕັດງົບປະມານປະຈໍາປີ ລົງຫລາຍເຖິງ 100
ພັນລ້ານໂດລາ ສໍາລັບສົກງົບປະມານປະຈໍາປີນີ້.

ປະທານສະພາຕໍ່າສະຫະລັດ ທ່ານ John Boehner ສັງກັດພັກຣີພັບບລິກັນ.
ປະທານສະພາຕໍ່າສະຫະລັດ ທ່ານ John Boehner ສັງກັດພັກຣີພັບບລິກັນ.

ທີ່ຕຶກລັດຖະສະພາສະຫະລັດ
ປະທານສະພາຕໍ່າສັງກັດພັກຣີ
ພັບບລີກັນ ຈາກລັດໂອໄຮໂອ
ທ່ານ ຈອນ ເບນເນີ ໄດ້ອອກ
ຄໍາຖະແຫລງສະບັບນຶ່ງ ທີ່ເວົ້າ
ວ່າງົບປະມານຂອງປະທານາທິ
ບໍດີນັ້ນ ແມ່ນຈະທໍາລາຍວຽກ
ເຮັດງານທໍາ ແລະຍັງຈະສືບຕໍ່
ພາໃຫ້ມີການໃຊ້ຈ່າຍຢ່າງຫຼວງ ຫຼາຍຢູ່ຕໍ່ໄປ.

ທ່ານ Paul Ryan ຜູ້ແທນພັກ
ຣີພັບຣິກັນຈາກລັດວີສຄອນຊິນ
ຜູ້ເປັນຫົວໜ້າກໍາມະການງົບປະ
ມານຂອງສະພາຕໍ່າກ່າວວ່າທ່ານ
ປະທານາທິບໍດີບໍ່ໄດ້ໃຫ້ຄວາມສໍາ
ຄັນກ່ຽວກັບບຸລິມະສິດຕ່າງໆໃນ
ການຂາດດຸນງົບປະມານ ແລະການຫຼຸດຜ່ອນໜີ້ສິນນັ້ນ ແຕ່ຢ່າງໃດ.

ໃນເດືອນເມສາຈະມານີ້ ພັກຣີພັບບລິກັນມີແຜນການທີ່ຈະນຳສະເໜີຮ່າງງົບປະມານຂອງ
ພັກເຂົາເຈົ້າເອງ ຊຶ່ງປະທານສະພາຕໍ່າ ທ່ານເບນເນີ ກ່າວວ່າ ຮ່າງງົບປະມານີ້ ຈະກົງຂ້າມ
ກັບແຜນການໃຊ້ຈ່າຍທີ່ປະທານາທິບໍດີໂອບາມາສົ່ງໄປສະເໜີຕໍ່ສະພາຄອງແກຣສ ເມື່ອວັນ
ຈັນທີ່ຜ່ານມານັ້ນ ຢ່າງໃຫຍ່ຫລວງ.

XS
SM
MD
LG