ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Dianna Nyad ຍົກເລີກການລອຍນໍ້າ ຈາກຄິວບາ ໄປຫາລັດຟລໍຣີດາ


 ນາງ Diana Nyad ນັກລອຍນໍ້າໄລຍະໄກ
ນາງ Diana Nyad ນັກລອຍນໍ້າໄລຍະໄກ
ແມ່ຍິງສູງອາຍຸ ໄວ 62 ປີຄົນນຶ່ງ ທີ່ພະຍາຍາມຈະເປັນຜູ້ລອຍ
ຂ້າມນໍ້າຄົນທຳອິດໂດຍບໍ່ມີກົງປ້ອງກັນປາສະຫຼາມ ແຕ່ຄິວບາ
ໄປຫາລັດຟລໍຣີດາ ຂອງສະຫະລັດນັ້ນໄດ້ລົ້ມເລີກການລອຍນໍ້າ
ດັ່ງກ່າວແລ້ວ.

ນັກລອຍນໍ້າໄລຍະໄກທີ່ມີປະສົບການສູງ ຊາວອາເມຣິກັນ ນາງ
Dianna Nyad ໄດ້ຍົກເລີກການລອຍນໍ້າ ໃນວັນອັງຄານວານນີ້
ຫຼັງຈາກທີ່ໄດ້ຖືກປາກະພຸນດາດ ພ້ອມທັງລົມພາຍຸ ທີ່ບັງຄັບໃຫ້
ນາງລອຍອອກນອກເສັ້ນທາງ. ບັນດາພະນັກງານຂອງນາງກ່າວ
ວ່າ ນາງພວມລອຍໄປຮອດເຄິ່ງ ຂອງໄລຍະທາງທັງໝົດ166 ກິ
ໂລແມັດ. ນາງ Nyad ໄດ້ເລີ່ມລອຍອອກຈາກນະຄອນ Havana
ໃນວັນເສົາແລ້ວນີ້ໃນການພະຍາຍາມຄັ້ງທີ 4 ເພື່ອລອຍນໍ້າຂ້າມ
ຊ່ອງແຄບຟລໍຣີດາ. ນາງຫວັງທີ່ຈະມາຮອດລັດຟລໍຣີດາ ໃນວັນອັງ
ຄານວານນີ້ ນຶ່ງມື້ກ່ອນຈະຄົບຮອບວັນເກີດ ອາຍຸ 63 ປີ ຂອງນາງ.

ນາງ Susan Maroney ຊາວອອສເຕລເລຍ ໄດ້ປະສົບຜົນສໍາເລັດໃນການລອຍ ຂ້າມຊ່ອງ
ແຄບດັ່ງກ່າວ ໃນປີ 1997 ແຕ່ວ່ານາງໄດ້ໃຊ້ກົງປ້ອງກັນປາສະຫຼາມ.
XS
SM
MD
LG