ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສອນສາສະໜາ ອິສລາມ ຖືກຍິງຕາຍ ຢູ່ນອກວັດມຸສລິມ ໃນນະຄອນ ນິວຢອກ


ປະຊາຊົນ ເຕົ້າໂຮມກັນເພື່ອປະທ້ວງໃນວັນ ເສົາທີ 13 ສິງຫາ 2016 ໃກ້ໆກັບຈຸດກໍ່ເຫດອາຊະຍາກຳ ຫຼັງຈາກ ພະມຸສລິມ ແລະ ເພື່ອນຂອງເພິ່ນໄດ້ຖືກຍິງເສຍຊີວິດ ໃນເວລາທີ່ກຳລັງ
ຍ່າງກັບຄືນບ້ານຈາກວັດມຸສລິມ.
ປະຊາຊົນ ເຕົ້າໂຮມກັນເພື່ອປະທ້ວງໃນວັນ ເສົາທີ 13 ສິງຫາ 2016 ໃກ້ໆກັບຈຸດກໍ່ເຫດອາຊະຍາກຳ ຫຼັງຈາກ ພະມຸສລິມ ແລະ ເພື່ອນຂອງເພິ່ນໄດ້ຖືກຍິງເສຍຊີວິດ ໃນເວລາທີ່ກຳລັງ ຍ່າງກັບຄືນບ້ານຈາກວັດມຸສລິມ.

ຜູ້ສອນສາສະໜາຊາວມຸສລິມ ແລະ ເພື່ອນຄົນໜຶ່ງໄດ້ຖືກຍິງເສຍຊີວິດໃນນະຄອນ ນິວ ຢອກ ໂດຍມືປືນຄົນໜຶ່ງຜູ້ທີ່ຍັງຫຼົບໜີຢູ່.

ຕຳຫຼວດກ່າວວ່າ ມືປືນໄດ້ຍິງຜູ້ເຄາະຮ້າຍທັງສອງຄົນ ໃສ່ງ່ອນດົ້ນຂອງພວກເພິ່ນໃນໄລ ຍະເຜົາຂົນ ໃນຕອນບ່າຍວັນເສົາວານນີ້. ພວກຜູ້້ເຫັນເຫດການກ່າວວ່າ ມືປືນໄດ້ຫຼົບໜີ ອອກຈາກຈຸດເກີດເຫດໃນຂະນະທີ່ກຳລັງຈັບປືນຢູ່.

ຜູ້ເຄາະຮ້າຍທັງສອງຄົນ, ໄດ້ຖືກລະບຸວ່າເປັນພະມຸສລິມຊື່ວ່າ Maulama Akonjee ອາ ຍຸ 55 ປີ ແລະ ພະ Thara Uddin ອາຍຸ 64 ປີ, ໄດ້ຖືກຍິງໃນເວລາທີ່ພວກເພິ່ນເດີນທາງ ອອກຈາກວັດມຸສລິມ ຫຼັງຈາກການສວດມົນໃນຕອນບ່າຍ.

ເຫດການທີ່ຮ້າຍແຮງນັ້ນໄດ້ເກີດຂຶ້ນຢູ່ນອກວັດມຸສລິມ Al-Furqan Jame Masjid ໃນ ຖະໜົນ Queens ຂອງຊຸມຊົນ Ozone Park.

ສຳລັບແຮງດົນໃຈຂອງການຍິງນັ້ນແມ່ນບໍ່ໄດ້ຮູ້ໃນທັນທີທັນໃດ.

ສະມາຊິກຂອງຊຸມຊົນຊາວ ບັງກະລາແດັສ ທີ່ໄດ້ໄປບູຊາໃນວັດມຸສລິມນັ້ນກ່າວວ່າ ພວກ ເຂົາເຈົ້າຢາກໃຫ້ເຈົ້າໜ້າທີ່ຖືວ່າການຍິງນັ້ນເປັນອາຊະຍາກຳແຫ່ງຄວາມຄຽດຊັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG