ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດຜູ້ບໍລິຫານ ​ສາຍການບິນເກົາຫຼີ ຖືກກ່າວຫາວ່າ ລະເມີດ ກົດໝາຍ​ ຄວາມ​ປອດ​ໄພ ການບິນ


ທ່ານນາງ Cho Hyun-ah ອະດີດຜູ້​ບໍລິຫານແລະຫົວໜ້າ
​ພະ​ແນ​ກ ໃຫ້​ບໍລິການເທິງ​ເຮືອບິນ ຂອງສາຍການບິນເກົາຫຼີ.
ທ່ານນາງ Cho Hyun-ah ອະດີດຜູ້​ບໍລິຫານແລະຫົວໜ້າ ​ພະ​ແນ​ກ ໃຫ້​ບໍລິການເທິງ​ເຮືອບິນ ຂອງສາຍການບິນເກົາຫຼີ.

ໄອ​ຍະ​ການເກົາຫລີ​ໃຕ້​ໄດ້​ກ່າວ​ຫາ​ລູກ​ສາວ​ຂອງ​ປະທານ​ສາຍ
​ການບິນເກົາຫລີວ່າ ​ລະເມີດກົດໝາຍ​ຄວາມ​ປອດ​ໄພ​ການບິນ
​ແລະ​ຂັດຂວາງການ​ສືບ​ສວນ​ຂອງ​ລັດຖະບານ ຫຼັງ​ຈາກ​ທີ່​ທ່ານ
ນາງ​ໄດ້​ກໍ່​ໃຫ້​ເກີດ​ເຫດການ​ ໃນ​ອັນ​ທີ່​ເອີ້ນ​ວ່າ ຄວາມບໍ່ພໍໃຈ
ຢ່າງແຮງໃນການເສີບໝາກຖົ່ວ
macademia ຫຼື “nut rage”
ຢູ່​ເທິງ​ເຮືອ​ບິນ​ນັ້ນ.

ທ່ານນາງ Heather Cho ອະດີດຜູ້​ບໍລິຫານແລະຫົວໜ້າ​ພະ​ແນ​ກ​
ໃຫ້​ບໍລິການເທິງ​ເຮືອບິນ​ໄດ້​ຖືກຟ້ອງ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ເຫດ​ເກີດ
ທີ່​ຂຶ້ນ​ເມື່ອວັນ​ທີ 5 ທັນວາ​ຜ່ານ​ມານີ້ ຊຶ່ງ​ທ່ານນາງ​ໄດ້​ເປັນສາ​ເຫດ
​ພາໃຫ້ມີການ​ຊັກ​ຊ້າ​ຂອງ​ຖ້ຽວ​ບິນ ​ແລະ​ທວງ ​ໃຫ້​ຫົວໜ້າ​ຂອງ
​ພະນັກງານໃຫ້ບໍລິການເທິງອາກາດລາ​ອອກ ​ເພາະວ່າ ລາວ​ໄດ້ເສີ​ບໝາ​ກຖົ່ວ macade-
mia ​ໃສ່​ຖົງ ​ແທນ​ທີ່​ຈະ​ໃສ່ຈານ.

ທ່ານນາງ Cho ​ໄດ້​ລາ​ອອກ​ຈາກ​ສາຍ​ການບິນ ​ແລະ​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ສາທາລະນະ​ຊົນ​ແລ້ວ. ທ່ານນາງ​ໄດ້​ຢູ່​ໃນ​ການ​ດູ​ແລ​ຂອງ​ສານນັບ​ຕັ້ງ​ແຕ່​ວັນທີ 30 ທັນ​ວາ ​ເປັນ​ຕົ້ນ​ມາ ຫຼັງ​ຈາກ​ທີ່ໄດ້ມີການລົງຄວາມເຫັນວ່າ ທ່ານນາງ​ໄດ້ພາ​ໃຫ້ຖ້ຽວ​ບິນມີ​ຄວາມສ່ຽງ​ ຫຼື​ບໍ່ກໍຈະ​ທຳລາຍ​ຫຼັກ​ຖານ.

ຮອງ​ຫົວໜ້າໄອ​ຍະ​ການ ທ່ານ Kim Chang-hee ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານນາງ Cho ​ໄດ້​ຂົ່ມຂູ່ທີ່ຈະ​ທຳລາຍ​ຄວາມ​ປອດ​ໄພ​ຂອງ​ເຮືອບິນ​ ດ້ວຍ​ອາລົມ​ໂມ​ໂຫ​ໂທ​ໂສ​ຂອງ​ທ່ານນາງ. ທ່ານ Kim ຍັງ​ໄດ້​ກ່າວ​ຕື່ມ​ວ່າ ພະນັກງານ​ຂອງ​ສາຍ​ການບິນ​ໃນ​ປະຈຸ​ບັນ​ນີ້ ​ໄດ້​ຖືກ​ກ່າວ​ຫາວ່າ​ທຳລາຍ​ຫຼັກ​ຖານ ​ແລະ​ລົບ​ກວນ​ການ​ສືບສວນ​ຂອງ​ລັດຖະບານ.
​ເຈົ້າ​ໜ້າ​ທີ່​ຂອງກະຊວງ​ຄົມມະນາຄົມ ທ່ານ​ນຶ່ງ ກໍ​ໄ​ດ້ຖືກກ່າວ​ຫາ​ເຊັ່ນ​ກັນ ​ໃນ​ຖານເປີດເຜີຍ​ລາຍ​ລະອຽດ​ຂອງ​ການ​ສືບສວນ​ທີ່​ວ່າ​ນີ້.

XS
SM
MD
LG