ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກສຶກສາຕ່າງປະເທດ ເຂົ້າມາຮຽນຕໍ່ ໃນສະຫະລັດ ຫຼາຍຂຶ້ນນັບມື້ (ວີດີໂອ)


Number of International Students At US Colleges Rising
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້

ປັດຈຸບັນ​ນີ້ ຈໍານວນ​ນັກ​ສຶກສາ​ຕ່າງປະ​ເທດ ທີ່ກໍາລັງ​ເຂົ້າ​ມາ
ສຶກສາ​ຮໍ່າຮຽນຕໍ່ຢູ່​ໃນ​ສະຫະລັດ ກໍາລັງ​ຖີບ​ຕົວ​ສູງ​ຂຶ້ນ​ໄປ​ນັບ​ມື້.
ຕົວ​ເລ​ກດັ່ງກ່າວ ​ໄດ້​ນໍາອອກ​ເຜີຍ​ແຜ່​ໂດຍ​ລາຍ​ງານ​ເປີດ​ກວ້າງ
ດ້ານແລກປ່ຽນ​ການ​ສຶກສາລະຫວ່າງຊາດ ທີ່ພົບ​ວ່າ ຈໍານວນ
​ນັກ​ສຶກສາ​ຕ່າງປະ​ເທດ ທີ່​ກໍາລັງ​ຮຽນ​ຢູ່​ຕາມ​ວິທະຍາໄລ ແລະ
​ມະຫາ​ວິທະຍາ​ໄລ​ສະຫະລັດ ​ໄດ້​ເພີ່ມ​ຂຶ້ນ​ເຈັດ​ເປີ​ເຊັນໃນ​ລະ
ຫວ່າງສົກປີການ​ສຶກສາ 2012-2013 ຊຶ່ງ​ນັ້ນສະ​ແດງ​ໃຫ້​ເຫັນ​
ວ່າເປັນ​ຈໍານວນ​ສູງ​ເປັນ​ປະຫວັດ​ການຄື​ປະມານ​ເກືອບ​ແປດ
ແສນ​ສອງໝື່ນ​ຄົນ ​ແລະ ກໍ​ຄາດ​ວ່າ ທ່າ​ອ່ຽງດັ່ງກ່າວ​ຈະ​ດຳ​ເນີນ
​ຕໍ່​ໄປ. Mil Arcega ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍງານ​ເລຶ່ອງນີ້​ເພີ່ມ
​ຕື່ມ ຊຶ່ງ​ວັນນະ​ສອນ ຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


​ການ​ອອກ​ໄປ​ສຶກສາ​ຕໍ່​ຂັ້ນ​ສູງນັ້ນ ສະຫະລັດ​ຍັງ​ເປັນ​ປະ​ເທດປາຍທາງ​ອັນ​ດັບ​ສູງສຸດຢູ່.

ຢູ່​ທີ່​ບ້ານ​ພັກ​ນັກ​ສຶກສາ​ລະຫວ່າງ​ຊາດ ທີ່​ວໍ​ຊິງ​ຕັນ​ດີ​ຊີ ຊຶ່ງ​ເປັນ​ບ່ອນຢູ່​ອາ​ໄສ​ຊົ່ວຄາວ​ສໍາຫຼັບ​
ພວກ​ນັກ​ສຶກສາ​ຈາກ​ 40 ກວ່າ​ປະ​ເທດນັ້ນ ນາງ Neena Dominic ນັກ​ສຶກສາ​ວິຊາ​ການ
​ສື່ສານ ຈາກ​ປະ​ເທດ​ອິນ​ເດຍ​ ເວົ້າວ່າ ສະຫະລັດ​ເປັນ​ທາງ​ເລືອກ​ອັນ​ດັບ​ນຶ່ງສໍາ​ຫຼັບ​ບ່ອນ​ທີ່​
ນາງ​ຈະ​ເຂົ້າມາ​ສຶກສາ​ຕໍ່​ຂັ້ນສູງ.

ນາງ ນີນາ ເວົ້າວ່າ: “ມັນເປັນຄວາມຈິງທີ່ຮູ້ກັນໂດຍທົ່ວໄປວ່າ ສະຫະລັດ ເປັນ ປະເທດທີ່ມີອິດ​ທິພົນທີ່ສຸດ ໃນດ້ານການສຶກສາ ແລະລະດັບຄວາມຊໍານານ ແລະຂ້ອຍຈຶ່ງຢາກຈະສໍາພັດກັບມັນເບິ່ງ.”

ນາງ ນີນາ ເປັນຜູ້ນຶ່ງ ຢູ່ໃນກຸ່ມນັກສຶກສາທີ່ກໍາລັງເພີ່ມຈໍານວນຫຼາຍຂຶ້ນໄປ ນັບມື້ ທີ່ເຂົ້າ ມາສຶກສາຕໍ່ໃນສະຫະລັດ.

ນັກສຶກສາສ່ວນໃຫຍ່ ແມ່ນມາຈາກຈີນ ຄືມີປະມານສອງຮ້ອຍສາມສິບຫ້າພັນຄົນທີ່ເຂົ້າ ຮຽນຢູ່ຕາມວິທະຍາໄລຕ່າງໆຂອງສະຫະລັດ ລອງລົງມາ ກໍ ແມ່ນອິນເດຍ ເກົາຫຼີໃຕ້ ແລະ Saudi Arabia.

ທ້າວ Zheng Zhu ນັກສຶກສາຈາກຈີນເວົ້າວ່າ ລະບົບການສຶກສາຂອງສະຫະລັດແມ່ນ ເກີນຄວາມຄາດໝາຍຂອງລາວ ແຕ່ສິ່ງທີ່ເຮັດໃຫ້ລາວແປກ ໃຈທີ່ສຸດນັ້ນ ກໍຄືຊາວ ອາ ເມຣິກັນ.

ທ້າວ Zheng Zhu ເວົ້າວ່າ:“ຂ້ອຍເວົ້າໄດ້ວ່າ ຊາວອາເມຣິກັນ ຈະມີຄວາມ ອ່ອນໂຍນ ມີໄມຕີຈິດ ຫຼາຍກວ່າທີ່ຂ້ອຍຄິດ​ໄວ້ ແມ່ນແທ້ບໍ່? ເອີ ແມ່ນແລ້ວ.”

ນອກຈາກຈະມີເພື່ອນໃໝ່ແລ້ວ ທ້າວ ເຊັງ ເວົ້າວ່າ ປະສົບການຂອງລາວ ໄດ້​ເຮັດ​ໃຫ້ ລາວມີ​ຄວາມ​ເຂົ້າ​ໃຈຫຼາຍຂຶ້ນ ກ່ຽວກັບສະຫະລັດ.

ແຕ່ທ່ານ Alan Goodman ປະທານສະຖາບັນການສຶກສານາໆຊາດ ຫຼື IIE ເວົ້າວ່າ ການ​ແລກປ່ຽນທາງດ້ານວັທະນະທໍາຄືຖະໜົນທີ່ມີ​ສອງ​ທາງ​ຄື ທັງ​ທາງ​ໄປແລະ​ກັບ.

ທ່ານ ກູດແມນ ເວົ້າວ່າ: “ນາໆຊາດ ຄວນຈະເປັນພາກສ່ວນຂອງການສຶກສາ ຂອງທຸກໆຄົນ. ພວກເຮົາຄວນຈະຊຸກຍູ້ສົ່ງເສີມເລຶ່ອງນີ້. ພວກເຮົາຄວນ ກໍາ ໜົດໃຫ້ພວກນັກສຶກສານ້ອງໃໝ່ທຸກໆຄົນ ທີ່ເຂົ້າມາສຶກສາຕໍ່ຂັ້ນສູງ ໃນ ສະ ຫະລັດນັ້ນ ຕ້ອງເຂົ້າມາດ້ວຍໜັງສືຜ່ານແດນຫຼືພາສປອດ ແລະ ຕໍ່ຈາກ ນັ້ນ ພວກເຂົາເຈົ້າກໍຈະວາງແຜນການສຶກສາ ກັບຄະນະອາຈານສອນຂອງພວກ ເຂົາເຈົ້າ ກ່ຽວ​ກັບ​ທິດ​ທາງ​ຂອງ​ໄລຍະ​ສີ່​ປີ ທີ່ໃຊ້ພາສປອດນັ້ນ.”

ເຖິງແມ່ນວ່າ ມີຊາວອາເມຣິກັນທີ່ກໍາລັງ​ໄປສຶກສາຕໍ່ຢູ່ຕ່າງປະເທດ ​ໄດ້ເພີ່ມຂຶ້ນ 3% ຄື​ເປັນ​ຈຳນວນເກືອບເຖິງສາມຮ້ອຍພັນຄົນເມື່ອປີຜ່ານມາກໍຕາມ ​ແຕ່ມີຕໍ່າກວ່າ 10 %​ຂອງຈໍາ ນວນນັກສຶກສາອາເມຣິກັນໃນລະດັບວິທະຍາໄລ ​ໄປສຶກສາຢູ່ໃນຕ່າງປະເທດ ສ່ວນຫຼາຍ ແລ້ວສຶກສາແຕ່ພຽງ ນຶ່ງ​ເທີ​ມຫຼື semester ດຽວເທົ່ານັ້ນ.

ນາງນີນາ ເວົ້າວ່າ ແຕ່ນັ້ນ ກໍໜ້າເສຍໃຈຫຼາຍ

ນາງນີນາ ເວົ້າວ່າ: “ຂ້ອຍມາຢູ່ນີ້ ຂ້ອຍຮູ້ດີຢ່າງນຶ່ງ ​ໃນ​ຂະນະ​ທີ່ ພວກເຮົາຮູ້ ເລຶ່ອງ ອາເມຣິກາຫຼາຍສົມຄວນ ແຕ່ຂະນະດຽວກັນຊາວອາເມຣິກັນບໍ່ຮູ້ຈັກ ເລຶ່ອງຂອງ ປະເທດພວກເຮົາດີປານໃດ.”

ຂໍ້ຕ້ອງຕິອີກປະການນຶ່ງນັ້ນ ກໍຄືກົດໝາຍຄົນເຂົ້າເມືອງສະຫະລັດ ທີ່ວາງຂໍ້ຈໍາກັດຮັດ ແຄບເຄັ່ງຄັດເກີນໄປ ຕໍ່ພວກນັກສຶກສາ ທີ່ຈະສາມາດອາໄສ ແລະທໍາງານຢູ່ໃນສະຫະ ລັດໄດ້ ຫຼັງຈາກຮຽນຈົບປະລິນຍາແລ້ວ.

ຂະນະນີ້ ບັນດາ​ສະມາຊິກ​ລັດຖະສະພາກໍາລັງພິດຈາລະນາທີ່ຈະເປີດໃຫ້ມີທາງເລືອກ ຫຼາຍຂຶ້ນ ເພື່ອທີ່ຈະ​ໃຫ້​ພວກນັກສຶກສາທີ່ວ່າຮຽນດີ ແລະເກັ່ງທີ່ ສຸດ ຢູ່​ໃນ​ປະ​ເທດ​ນີ້ໄດ້ ແຕ່ທ່ານ Evan Ryan ລັດຖະມົນຕີຊ່ວຍວ່າ​ການ ກະຊວງຕ່າງປະເທດຮັບ ຜິດຊອບ ກິດຈະການດ້ານການສຶກສາແລະວັທະນະ ທໍາ ເວົ້າວ່າ ກົດໝາຍຊຸດປັດຈຸບັນ ນີ້ ​ແມ່ນ​ສະທ້ອນ​ໃຫ້​ເຫັນ​ເຖິງນະໂຍບາຍ ຂອງອາເມຣິກັນ.

ທ່ານ Ryan ເວົ້າວ່າ: “ພາລະກິດ ຫຼືນະໂຍບາຍ ຂອງພວກເຮົາ ກໍຄືຮັບເອົາ ພວກ ນັກສຶກສາ ເຂົ້າມາຮຽນຕໍ່ໃນສະຫະລັດ ແລະເມື່ອຮຽນຈົບແລ້ວ ພວກ ເຂົາເຈົ້າຕ້ອງກັບຄືນບ້ານ ຍ້ອນວ່າ ຄວາມເຊື່ອຖືຂອງພວກເຮົາກໍຄື​ເປັນວິທີ ທາງດຽວເທົ່ານັ້ນ ທີ່ຈະເພີ່ມຄວາມເຂົ້າໃຈຊຶ່ງ​ກັນ​ແລະ​ກັນໃຫ້​ດີຕື່ມ​ຂຶ້ນ.”

ທ້າວ Zheng Zhu ເຫັນພ້ອມກັບການສຶກສາໃນຕ່າງປະເທດ ທີ່ຊ່ວຍສົ່ງ ເສີມຊຸກຍູ້ ໃຫ້ຮູ້ຈັກໂລກກວ້າງຂວາງຂຶ້ນ ຊຶ່ງທ້າວ Zheng Zhu ເວົ້າວ່າມັນອາດຊ່ວຍຫລຸດຜ່ອນ ກໍລະນີຂໍ້ຂັດແຍ້ງ ຂອງໂລກລົງໄດ້.

ທ້າວ Zheng Zhu ເວົ້າອີກວ່າ: “ຖ້າພວກເຮົາມີ ການສື່ສານ ການແລກປ່ຽນ ດ້ານວັທະນະທໍາກັນຫຼາຍຂຶ້ນ ເຊັ່ນວ່າ ພວກຄົນຈາກຈີນມາອາເມຣິກາ ແລະ ເປີດໂອກາດໃຫ້ນັກສຶກສາອາເມຣິກັນໄປຈີນ ສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ຂ້ອຍຄິດວ່າ ມັນຈະຊ່ວຍແກ້ໄຂບັນຫານີ້ໄດ້.”

ຈໍານວນນັກສຶກສາຕ່າງປະເທດ ແມ່ນຊ່ວຍເສີມສ້າງເສດຖະກິດອາເມຣິກັນ ໃນມູນຄ່າ 24 ພັນລ້ານໂດລ່າ ຊຶ່ງສ່ວນໃຫຍ່ ຈະເປັນເງິນຈ່າຍຄ່າສຶກສາ ​ໂດຍເຕັມ. ບ່ອນທີ່ພວກ ນັກສຶກສາ ພາກັນໄປຮຽນຫຼາຍທີ່ສຸດນັ້ນ ກໍຄື ລັດ California, New York ແລະ Texas ຕາມລໍາດັບ.
XS
SM
MD
LG