ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຂື່ອນ​ນໍ້າ​ເທີນ 2 ສ້າງລາຍ​ໄດ້ ​​ເກືອບຮອດ 140 ລ້ານ​ໂດ​ລາ ​ໃນ​ 6 ​ເດືອນຕົ້ນ​ປີນີ້


ພາບອ່າງນໍ້າ ເຂື່ອນນໍ້າເທີນ 2
ພາບອ່າງນໍ້າ ເຂື່ອນນໍ້າເທີນ 2

ກຸ່ມ​ຜູ້​ລົງທຶນ​ໃນ​ໂຄງການ​ເຂື່ອນ​ນໍ້າ​ເທີນ​ 2 ມີ​ລາຍ​ໄດ້ ​ຈາ​ກການ​ຂາຍ​ກະ​ແສ​ໄຟຟ້າ ​ເກືອບ 140 ລ້ານ​ໂດ​ລາ ​ໃນ​ຊ່ວງ 6 ​ເດືອນ​ທໍາ​ອິດ​ຂອງ​ປີ 2012 ນີ້ ​ແລະ​ຄາດວ່າ​ ລາຍ​ໄດ້​ລວມຕະຫຼອດ​ປີ​ ຈະ​ມີ​ມູນ​ຄ່າ​ເຖິງ 235 ລ້ານ​ໂດ​ລາ.


ທ່ານ​ສົມບູນ ມະ​ໂນ​ລົມ ຜູ້​ອໍານວຍ​ການ​ບໍລິຫານ​ວິ​ສາ​ຫະກິດ
​ຮຸ້ນ​ສ່ວນ​ຂອງ​ລັດຖະບານ​ລາວ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ​ໃນ
​ໄລຍະ 6 ​ເດືອນ​ທໍາ​ອິດ​ຂອງ​ປີ 2012 ນີ້ ​ໂຄງການ​ເຂື່ອນນໍ້າ​
ເທີນ 2 ສາມາດ​ຜະລິດ​ກະ​ແສໄຟຟ້າ​ໄດ້​ໃນ​ປະລິມານ​ລວມ
3,338 ລ້ານ​ກິ​ໂລ​ວັດ/​ໂມງ ຫຼື​ຄິດ​ເປັນ 59.03% ຂອງ​ແຜນ
ການ​ຕະຫຼອດ​ປີ ​ແລະໃນ​ນີ້​ກໍ​ໄດ້​ສົ່ງ​ອອກ​ໄປ​ຂາຍ​ໃຫ້ການ​ໄຟ
ຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໃນ​ປະລິມານ​ລວມ
3,179 ລ້ານ​ກິ​ໂລ​ວັດ/​ໂມງ ສ່ວນ​ອີກ 159 ລ້ານ​ກິ​ໂລ​ວັດ/ໂມງ
ນັ້ນ​ຂາຍ​ໃຫ້​ແກ່​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL)


ຊຶ່ງ​ດ້ວຍ​ຄວາມ​ສາມາດ​ໃນ​ການ​ຜະລິດ​ກະ​ແສ​ໄຟຟ້າ​ດັ່ງກ່າວ​ນີ້
ກໍເຮັດ​ໃຫ້​ກຸ່ມ​ຜູ້​ລົງທຶນ​ໃນ​ໂຄງການ​ທີ່​ປະກອບ​ດ້ວຍ​ລັດ​ວິ​ສາ​ຫະ
ກິດໄຟຟ້າ​ແຫ່ງ​ປະ​ເທດ​ຝຣັ່ງ (EDF) ລັດ​ວິ​ສາ​ຫະກິດ​ຮຸ້ນ​ສ່ວນ
​ຂອງ​ລັດຖະບານ​ລາວ (LHSE) ​ແລະ​ບໍລິສັດ​ຜະລິດ​ໄຟຟ້າ​ຈາກ
​ປະເທດ​ໄທ (EGCO) ນັ້ນ ​ມີ​ລາຍ​ຮັບ​ຈາກ​ການ​ຂາຍ​ກະ​ແສ​ໄຟ
ຟ້າ​ດັ່ງກ່າວ​ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 139 ລ້ານ​ໂດ​ລາ ​ແລະ​ຍັງ
​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ​ໃນ​ຕະຫຼອດ​ປີ​ນີ້ ກຸ່ມ​ຜູ້​ລົງທຶນ​
ໃນ​ໂຄງການ​ເຂື່ອນ​ນໍ້າ​ເທີນ 2 ຈະ​ມີລາຍຮັບ​ລວມ ຫລາຍ​ກວ່າ
235 ລ້ານ​ໂດ​ລາ ​ຢ່າງ​ແນ່ນອນ.

ທາງ​ດ້ານ​ລັດຖະບານ​ລາວ​ນັ້ນ ກໍ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ທັງ​ຈາກ
​ຄ່າ​ສໍາ​ປະທານ​ຂອງ​ໂຄງ ການ​ ແລະ​ຈາກ​ພັນທະ​ພາສີ​ຕ່າງໆ ​ໂດຍ​ໃນ​ໄລຍະ 6 ​ເດືອນທໍາ​
ອິດດັ່ງກ່າວ ກໍປາກົດ​ວ່າ​ລັດຖະບານ​ລາວ​ໄດ້​ຮັບ​ຄ່າ​ສໍາ​ປະທານ​ໃນ​ມູນ​ຄ່າ 7 ລ້ານ​ໂດ​ລາ ​ໃນຂະນະ​ທີ່ LHSE ກໍ​ໄດ້​ຮັບ​ສ່ວນ​ແບ່ງ​ໃນ​ຖານະ​ຜູ້​ຮ່ວມ​ລົງທຶນ​ໃນ​ໂຄງການ​ ຄິດ​ເປັນມູນ​
ຄ່າ​ລວມ 7.6 ລ້າ​ນ​ໂດ​ລາ ຫຼື ​ເກີນລະດັບ​ຄາດໝາຍ​ເຖິງ 21.51%.

ທາງ​ການ​ລາວ​ຖື​ວ່າ​ໂຄງການ​ເຂື່ອນ​ນໍ້າ​ເທີນ 2 ​ແມ່ນ​ສັນ​ຍະ​ລັກ​ຂອງ​ການ​ຮ່ວມ​ມືຂອງ
ຫຼາຍໆ​ຝ່າຍ​ທີ່​ສຸມ​ເຂົ້າ​ໃນ​ການ​ພັດທະນາ​ເພື່ອ​ການ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ​ຂອງ
ປະຊາຊົນ​ລາວ ດ້ວຍການ​ນໍາ​ໃຊ້ທ່າ​ແຮງ​ທີ່​ບົ່ມ​ຊ້ອນ ​ຈາກ​ທໍາ​ມະ​ຊາດ​ຢູ່​ໃນ​ລາວ​ເປັນ
ສໍາຄັນ ​ແລະ​ພ້ອມ​ກັນ​ນີ້ ກໍ​ເຊື່ອໝັ້ນ​ວ່າ ​ເຂື່ອນ​ນໍ້າ​ເທີນ 2 ຈະ​ເປັນ​ໂຄງການ​ພັດທະນາ
​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລາວອີກ​ດ້ວຍ ດັ່ງ​ທີ່​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ​ໄດ້​ກ່າວ​ເນັ້ນ​ຢໍ້າ​ໃນ​ຕອນ​ນຶ່ງ​ວ່າ:

“ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ວ່າ ​ໂຄງການ​ເຂື່ອນ​ນໍ້າ​ເທີນ 2 ຈະ​ໄດ້​ຮັບ​ການ​ປົກ
ປ້ອງ ຮັກສາ​ສິ່ງ​ແວດ​ລ້ອມ​ທໍ​າມະ​ຊາດ ​ແລະ​ສັງຄົມ​ເປັນ​ຢ່າງ​ດີ ຈະ​ຜະລິດ​ໄຟ
ຟ້າ​ເພື່ອ​ຮັບໃຊ້​ການ​ພັດທະນາ ​ແລະ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນຂອງ​ປະຊາຊົນ​
ລາວ​ ແລະ​ປະຊາຊົນ​ໄທ​ ສືບ​ຕໍ່​ເປັນ​ສັນຍະລັກ​ແຫ່ງ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ທີ່​
ດີງາມ ​ແລະ​ມີ​ປະສິດທິຜົນ​ຍິ່ງ​ຕະຫຼອດ​ໄປ.”



ທາງ​ດ້ານ ທ່ານ​ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງ​ຄໍາ​ມ່ວນ ກໍ​ໄດ້​ຖະ​ແຫຼ​ງ
ຢືນຢັນ​ວ່າ ​ໂຄງ ການ​ເຂື່ອນ​ນໍ້າ​ເທີນ 2 ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​
ແກ່​ປະຊາຊົນ​ໃນ​ແຂວງ​ຄໍາ​ມ່ວນ ​ແລະ​ແຂວງ​ໃກ້​ຄຽງ​ຢ່າງ​ຫຼວງ​ຫຼາຍ
​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ 6,300 ກວ່າ​ຄົນ ທີ່​ຖືກ​ຍົກຍ້າຍ
​ຈາກ 16 ບ້ານ​ໃນ​ເຂດ​ເມືອງ​ນາ​ກາຍ ​ແລະ​ເມືອງ​ຍົມ​ມະ​ລາດ ທີ່ໄດ້
ຮັບ​ຜົນກະທົບ​ຈາ​ກການ​ກໍ່ສ້າງ​ເຂື່ອນ​ນັ້ນ ມາ​ຮອດ​ປັດຈຸບັນ​ນີ້​ ກໍ​ປາ
ກົດ​ວ່າ ມີຊີວິດ​ຄວາມ​ເປັນ​ຢູ່​ທີ່​ດີ​ຂຶ້ນກວ່າ​ເມື່ອ​ກ່ອນ​ໃນ​ທຸກໆ​ດ້ານ.

​ໂດຍ​ສະ​ເພາະ​ຈະ​ເປັນ​ການ​ມີ​ເຮືອນ​ຢູ່​ຢ່າງ​ຖາ​ວອນ​ໃນ​ເຂດ​ຈັດ
​ສັນ​ໃໝ່ ການ​ມີ​ນໍ້າສະອາດ​ ແລະ​ມີ​ໄຟຟ້າ​ໃຊ້​ຢ່າງ​ທົ່ວ​ເຖິງ ສ່ວນ
​ເດັກນ້ອຍໃນ​ໄວ​ຮຽນ​ກໍ​ໄດ້​ເຂົ້າຮຽນຢ່າງ​ຄົບ​ຖ້ວນ ​ແລະ​ຍາມ​ເຈັບ​ປ່ວຍ​ກໍ​ມີ​ໂຮງໝໍ​ທີ່​ພ້ອມຈະ​
ໃຫ້ການ​ຮັກສາ​ປິ່ນປົວ​ຕະຫຼອດ​ເວລາ ສ່ວນ​ປະຊາຊົນ​ ທີ່ຢູ່​ເຂດ​ຮອບ​ອ່າງ​ນໍ້າຂອງ​ເຂື່ອນ​ກໍ​ຍັງ​
ໄດ້ຮັບ​ຜົນປະ​ໂຫຍ​ດຈາ​ກການ​ປະມົງ ​ແລະ​ປະຊາຊົນ​ທີ່ຢູ່​ເຂດ​ຕົວ​ເຂື່ອນ​ກໍ​ໄດ້​ໃຊ້​ນໍ້າ​ເພື່ອ​ປະ​ໂຫຍ​ດ​ໃນ​ດ້ານ​ກະສິກໍາ​ອີກ​ດ້ວຍ.

​ແຕ່​ສໍາລັບ​ປະຊາຊົນ​ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ນັ້ນ ກໍ​ໄດ້​ຮັບ​ການຈັດ​ສັນ​ທີ່ດິນທໍາ
ກິນ 0.6 ​ເຮັກ​ຕ້າ ຕໍ່​ຄອບຄົວ ນອກຈາກ​ນັ້ນ ກໍ​ຍັງ​ຈະ​ມີ​ການຈັດ​ສັນ​ພື້ນ​ທີ່ 3 ​ເຮັກ​ຕ້າ​ສໍາລັບ​ປູກ​ຕົ້ນ​ໄມ້​ກັບອີກ 5 ​ເຮັກ​ຕ້າ ສໍາລັບ​ລ້ຽງສັດ​ໃຫ້​ແຕ່​ລະ​ຄອບຄົວ
XS
SM
MD
LG