ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຂ່າວ ສະຫະລັດ ແລະ ນາຍພາສາ ຖືກຂ້າຕາຍໃນ ອັຟການິສຖານ


ຮູບຖ່າຍຂອງ ນັກຂ່າວວິທະຍຸ NPR ທ່ານ David Gilkey ກຳລັງປະຕິບັດໜ້າທີ່ຂອງລາວ ສະແດງໃຫ້ເຫັນໃນ Twitter ຂອງໝູ່ຂອງລາວ ໃນວັນທີ 17 ພຶດສະພາ, 2016, (via @MEvstatieva).
ຮູບຖ່າຍຂອງ ນັກຂ່າວວິທະຍຸ NPR ທ່ານ David Gilkey ກຳລັງປະຕິບັດໜ້າທີ່ຂອງລາວ ສະແດງໃຫ້ເຫັນໃນ Twitter ຂອງໝູ່ຂອງລາວ ໃນວັນທີ 17 ພຶດສະພາ, 2016, (via @MEvstatieva).

ມີລາຍງານວ່າ ນັກຂ່າວອາວຸໂສ ອາເມຣິກັນ ຄົນໜຶ່ງ ແລະ ນາຍແປພາສາຊາວ ອັຟກາ ນິສຖານ ຂອງລາວໄດ້ຖືກຂ້າຕາຍໃນປະເທດ ອັຟການິສຖານ ໃນວັນອາທິດວານນີ້, ຫຼັງ ຈາກໄດ້ຖືກໂຈມຕີໃນຂະນະທີ່ກຳລັງເດີນທາງໄປກັບກອງທະຫານ ອັຟການິສຖານ ໃນ ແຂວງ Helmand ທາງພາກໃຕ້ຂອງປະເທດ.

ວິທະຍຸແຫ່ງຊາດທີ່ມີສະຖານີຕັ້ງຢູ່ ສະຫະລັດ ໄດ້ລະບຸຕົວຜູ້ທີ່ເສຍຊີວິດວ່າແມ່ນນັກຂ່າວ David Gilkey ແລະ ນາຍແປພາສາທ່ານ Zabihullah Tammana. ລາຍງານເວົ້າວ່າ ນັກຂ່າວຄົນອື່ນອີກສອງຄົນທີ່ຢູ່ໃນຂະບວນດຽວກັບພວກເຂົາເຈົ້ານັ້ນ ບໍ່ໄດ້ຮັບບາດເຈັບ ແຕ່ຢ່າງໃດ.

ຂໍ້ມູນອື່ນໆແມ່ນຍັງບໍ່ທັນມີຂຶ້ນໃນທັນທີທັນໃດ, ແລະ ຂະໜາດຂອງກອງທະຫານ ຫຼື ວ່າ ພວກເຂົາເຈົ້າໄດ້ຮັບບາດເຈັບ ຫຼື ການເສຍຊີວິດອື່ນໆນັ້ນກໍແມ່ນຍັງບໍ່ຊັດເຈນເທື່ອ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ໃນຕອນນີ້ກຳລັງຢ້ຽມ ຢາມນະຄອນຫຼວງ ປັກກິ່ງ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ການໂຈມຕີຄັ້ງນີ້ ແມ່ນສິ່ງເຕືອນຄວາມຊົງຈຳທີ່ເປັນຕາຢ້ານຂອງອັນຕະລາຍທີ່ປະຊາຊົນ ອັຟການິສ ຖານ ກຳລັງສືບຕໍ່ປະເຊີນໜ້າກັບມັນ ແລະ ຄວາມກ້າຫານຂອງບັນດານັກຂ່າວ.”

ເວັບໄຊທ໌ NPR ແຈ້ງວ່າ ທ່ານ Gilkey ທີ່ມີອາຍຸ 50 ປີ ດັ່ງກັບນັກຖ່າຍຮູບ ແລະ ນັກຕັດ ຕໍ່ພາບວິດີໂອທີ່ໄດ້ຮັບລາງວັນຊະນະເລີດ, ແລະ ໜຶ່ງໃນບັນດານັກຂ່າວທີ່ບໍ່ໄດ້ຮັບການ ຄຸ້ມກັນເພື່ອເດີນ ທາງເຂົ້າໄປປະເທດ ອັຟການິສຖານ ຫຼັງຈາກເຫດການໂຈມຕີກໍ່ການ ຮ້າຍໃນ ສະຫະລັດ ເມື່ອວັນທີ 11 ກັນຍາ 2001.

ນອກນັ້ນລາວຍັງໄດ້ລາຍງານເຖິງຄວາມຂັດແຍ້ງໃນເຂດ Gaza ລະຫວ່າງຊາວ ອິສຣາ ແອລ ແລະ ຮາມາສ໌ ໃນປີ 2008 ຫາ 2009, ເຊິ່ງເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງວ່າສົງ ຄາມ ເຂດ Gaza, ພ້ອມກັບຜົນທີ່ຕາມມາຂອງເຫດການແຜ່ນດິນໄຫວທີ່ໄດ້ເກີດຂຶ້ນ ໃນ ປະເທດ Haiti ໃນຕົ້ນປີ 2010.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG