ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ໄທ ຈັດຕັ້ງ ສາຍ Hotline ເພື່ອຮັບແຈ້ງ ລາຍງານກ່ຽວກັບ ພະສົງທີ່ປະພຶດບໍ່ດີ (ວີດີໂອ)


ພົນເອກ ປຣະຍຸດ ຈັນໂອຊາ
ພົນເອກ ປຣະຍຸດ ຈັນໂອຊາ

ລັດຖະບານ​ທະຫານ​ໄທ ກຳລັງ​ດຳ​ເນີນມາດ​ຕະການຕ່າງໆ ທີ່
​ແນ​ໃສ່ເພື່ອ​ຟື້ນ​ຟູ​ ລະບຽບວິ​ໄນ​ ຫຼັກ​ສີນລະ​ທຳ ​ແລະ​ຄວາມ​ຮັກ​
ຊາດ ​ໃນ​ໝູ່ປະຊາຊົນ​ໄທ​ທັງ​ປວງ. ມາດ​ຕະການ​ຕ່າງໆ​ເຫຼົ່າ​ນີ້ ​
ແມ່ນຮວມທັງ​ ​ປາບ​ປາມການ​ພະນັນ​ເຖື່ອນ ​ປະຕິ​ຮູບ​ການ​ສຶກ
ສາເພື່ອ​ສົ່ງ​ເສີມ​ພັດທະ ນາການ​ດ້ານ​ສີນລະທຳ​ຂອງ​ພວກ​ນັກ
ຮຽນ​ນັກ​ສຶກສາ ​ແລະຈັດ​ຕັ້ງ ​ໂທລະສັບ​ສາຍ​ດ່ວນ 24 ຊົ່ວ​ໂມງ
ສຳຫລັບໃຫ້ພົນລະ​ເມືອງ​ແຈ້ງ​ໃຫ້​ທາງ​ການ​ຮູ້ ກ່ຽວ​ກັບ​ພວກ​ພະ
ສົງທີ່​ປະພຶດ​ໃນ​ທາງ​ບໍ່​ດີ. ສິງ​ມີ​ລາຍ​ລະອຽດ ກ່ຽວ​ກັບ​ເລື້ອງ​ນີ້ ​
ຈາກລາຍ​ງານ​ທີ່ Steve Sandford ​ຜູ້​ສື່​ຂ່າວ​ວີ​ໂອ​ເອ ສົ່ງ​ມາ​
ຈາກ​ບາງກອກ.

ທີ່​ຫ້ອງການ​ສາສະໜາ​ພຸດ​ແຫ່ງ​ຊາດ ປະຊາຊົນ​ໄທສາມາດ​ໂທລະສັບໄປ​ລາຍ​ງານ​
ໃຫ້​ທາງ​ການ​ຊາບ ​ກ່ຽວ​ກັບການ​ພົບ​ເຫັນພວກ​ພະສົງທີ່​ປະພຶດ​ໃນ​ທາງ​ທີ່ບໍ່​ຖືກຕ້ອງ​.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມັນ​ເປັນ​ການ​ເຄື່ອນ​ໄຫວເພື່ອຟື້ນຟູ​ພາບ​ພົດ​ຂອງສາສະໜາ
​ພຸດ​ຂອງ​ປະ​ເທດ​ຄືນ​ມາ ທີ່​ໄດ້​ຮັບ​ຄວາ​ມ​ເສື່ອ​ມ​ເສຍ​ຈາກ​ຂ່າວ​ນອງ​ນັນ​ໃນ​ລະດັບ​ສູງ​
ຕ່າງໆ ​ເຊັ່ນ ການ​ໃຊ້​ຊີວິດ​ຢ່າງ​ຟຸມ​ເຟືອຍ​ແບບ​ເສດຖີຂອງ​ພະ​ອົງ​ນຶ່ງ ຫລື​ພວກພະສົງ​
ທີ່ໃຊ້​ຢາ​ເສບ​ຕິດ ​ແລະ​ດື່ມເຫລົ້າ ຕະຫຼອດ​ທັງ​ການກ່າວ​ຫາ​ກ່ຽວ​ກັບການລະ​ເມີດ​ທາງ​
ເພດ​ເດັກນ້ອຍ ທີ່​ວັດ​ແຫ່ງ​ນຶ່ງ​ໃນ​ພາກ​ເໜືອ​ຂອງໄທ.

​ແຕ່​ເຖິງ​ແມ່ນໄດ້ມີການຈັດ​ຕັ້ງ​ສູນ​ບໍລິການ​ໂທລະສັບ​ສາຍ​ດ່ວນ​ ຫລື Hotline ຂຶ້ນ​ໃນ
ທັງ 76 ຈັງຫວັດ ຕັ້ງ​ແຕ່​ທ້າຍ​ເດືອນ​ມິ​ຖຸນາ​ມາກໍ​ຕາມ ກໍ​ບໍ່​ໄດ້​ມີລາຍ​ງານ​ເຂົ້າ​ມາ​ຢ່າງ​ຫລວງຫລາຍ​ພໍ​ປານ​ໃດ ອິງ​ຕາມ​ພວກ​ພະນັກງານ ຮັບໂທລະສັບ ​ເຊັ່ນ​ທ້າວ ສຸຣິຍາ
ຊູ​ຫາ​ເວັນ.


ທ້າວ ສຸຣິຍາ ​ເວົ້າ​ວ່າ: “ຄວາມ​ຈົ່ມ​ວ່າ​ທີ່ໃຫຍ່​ທີ່​ສຸດ ກໍ​ແມ່ນ​ກ່ຽວ​ກັບ​ພວກ​ພະສົງ​
ທີ່ເອົາຂອງ​ທານ​ທີ່​ພວກ​ຕົນໄດ້ມາ​ນັ້ນ ​ກັບ​ຄືນ​ໄປ​ຂາຍ​ເອົາ​ເງິນ ​ແລະນອກນັ້ນ
ກໍ​ແມ່ນ​ຄຳ​ຈົ່ມ​ວ່າ ພວກ​ພະສົງ​ບໍ່​ອອກ​ໄປ​ບິນທະບາດ​ອີກ.”

ທ່ານ ນົບພະຣັດ ​ເບັນ​ຈະ​ວັດທະນາ ຫົວໜ້າ​ຫ້ອງການ​ສາສະໜາ​ພຸດ​ແຫ່ງ​ຊາດ ກ່າວ​ວ່າ ສູນ Hotline ຈະ​ດຳ​ເນີນ​ງານ​ກັບ​ພວກ​ອົງການ ​ປະຕິບັດ​ກົດໝາຍ​ອື່ນໆ ​ເພື່ອ​ຕິດຕາມ
​ເບິ່ງ ບໍ່​ພຽງ​ແຕ່​ພວກ​ພະສົງ​ທີ່ ປະພຶດ​ບໍ່​ດີ​ເທົ່າ​ນັ້ນ ​ແຕ່ຕິດຕາມ​ເບິ່ງການປະພຶດທາງ​ດ້ານ​ສາສະໜາ​ທີ່​ບໍ່​ເໝາະ​ສົມ ​ຂອງ​ພວກ​ຄົນ​ໄທ ​ແລະ​ພວກ​ແຂກ​ຢ້ຽມຢາມ​ຕ່າງປະ​ເທດ​ນຳ
ເຊັ່ນ​ກັນ.

ທ່ານ​ນົບພະຣັດ ​ເວົ້າ​ວ່າ “ເວລາ​ພວກ​ເຮົາ​ໄດ້​ຮັບຄຳຈົ່ມ​ວ່າ ພວກ​ເຮົາ​ສາມາດ​
ເລີ້ມ​ດຳ​ເນີນ​ການ​ໄດ້​ໃນ​ທັນທີ​ອກັບ​ພວກ​ກົມ​ກອງ​ອື່ນໆ ດັ່ງ​ງ​ໂຕ​ຢ່າງ ຖ້າ​ມີ​ຜູ້​
ໃດ​ຜູ​້ນຶ່ງ​ລົງຄລິບ​ວີ​ດີ​ໂອ​ທີ່​ບໍ່​ດີ ​ໃນໜ້າ Facebook ພວກ​ເຮົາກໍ​ສາມາດ​ບອກ
​ກະຊວງ​ ເທັກ​ໂນ​ໂລ​ຈີຂໍ້​ມູນ​ແລະຊຸມ​ຊົນ ​ໃຫ້​ປິດໜ້າ Facebook ນັ້ນ​ ຫຼື​ພວກ​
ເຮົາ​ສາມາດ​ຊອກຮູ້​ໄດ້ວ່າ​ ຜູ້​ໃດ​ເປັນ​ຜູ້ນຳ​ເອົາ​ຄລິບວີ​ດີ​ໂອ​ອັນ​ນັ້ນ​ມາ​ລົງ ​ແລະ
​ພວກ​ເຮົາ​ກໍສາມາດ​ທຳ​ການ​ສືບສວນ​ສອບ​ສວນ​ໄດ້.”

ການ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ​ແບບ​ນີ້ ຕໍ່​ພວກຕາໜ່າງສື່​ມວນ​ຊົນ ​ແລະ​ສື່ສັງຄົມຂອງ​ໄທ
​ທີ່​ເຄີຍ​ມີ​ເສລີ​ພາບ​ມາ​ຫລາຍກ່ວາ​ນີ້​ໃນ​ເມື່ອ​ກ່ອນ​ນັ້ນ ​ໄດ້​ກາຍ​ມາເປັນ​ສັນຍະລັກ​ ຂອງ
ອຳນາດປົກຄອງ ທະຫານ​ໄທ. ​ແຕ່​ບັນດາ​ນັກ​ຊ່ຽວຊາ​ນດ້ານ​ສາສະໜາ​ພຸດ ກ່າວ​ວ່າ
ວົງ​ການ​ພະສົງ​ໃນ​ໄທ ​ໄດ້ດິ້ນຮົນ​ຕໍ່ສູ້​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ ຊຶ່ງ​ສາ​ເຫດສ່ວນ​ນຶ່ງ​ກໍ
ເປັນຍ້ອນ​ການ​ສຶກສາ​ຟຣີໃນ​ຂັ້ນ​ມັດທະຍົມ​ ​ແລະ​ການວາງ​ແຜນ​ຄອບ​ຄົວ​ທີ່​ດີ​ຂຶ້ນ ຊຶ່ງ​
ເຮັດ​ໃຫ້ມີ​ພວກຊາວ​ໜຸ່ມ​ທີ່​ມີ​ຄຸນ​ນະພາ​ບສູງ ​ເຂົ້າ​ມາບ​ວດ​ເປັນ​ພະໃນຈຳນວນ​ໜ້ອຍ​ລົງ

ແຕ່ທ່ານ​ສັງ​ ຈັນ​ງາມ ຜູ້​ຊ່ຽວຊານ​ດ້ານ​ສາສະໜາ​ພຸດ ທີ່​ເຄີຍ​ບວດ​ເປັນ​ພະມາ​ກ່ອນ ຍັງ​
ຄົງ​ມີ​ຄວາມ​ເຊື່ອ​ໝັ້ນ​ຢູ່​ວ່າ ຫລັການພື້ນ​ຖານ​ຕົ້ນຕໍ​ຂອງ​ສາສະໜາ​ພຸດ ຈະ​ເອົາ​ໂຕ​ລອດ
​ໄດ້​ຢູ່​ ໃນ​ພະລາດຊະ​ອານາ​ຈັກ​ໄທ ເຖິງ​ແມ່ນ​ຈະ​ມີ ຫຼືບໍ່​ມີ ສູນ Hotline ກໍ​ຕາມ.

ທ່ານ​ສັງ​ ຈັນ​ງາມ ກ່າວ​ວ່າ “ສຳ​ຫລັບ​ກົດ​ລະບຽບ​ວິ​ໄນ​ໃນ​ວັດ ​ທີ່​ຖືກວາງ​ໄວ້​ໂດຍ
ພະພຸດທະ​ເຈົ້າ ​ໃນ​ຄຳ​ພີ​ສາສະໜາ​ພຸດ ​ແມ່ນ​ບໍ່​ມີ​ຜູ້​ໃດກ້າ ​ ທີ່​ຈະ​ທຳ​ການ​ປ່ຽນ​
ແປງ​ໄດ້​ດອກ ​ເພາະ​ມັນ​ໄດ້​ກາຍ​ເປັນ​ສິ່ງ​ສັກສິດ​ແລ້ວ. ​ແຕ່​ກົດ​ລະບຽບ​ທີ່​ຄົນ​
ແຕ່ງ​ຂຶ້ນ ຫຼື​ວັດ ​ແລະ​ພວກພະສົງ ​ເຮັດ​ຂຶ້ນ​ມາ​ນັ້ນ ກົດ​ລະບຽບ​ເຫຼົ່າ​ນີ້ ​ແມ່ນ​
ສາມາດ​ປ່ຽນ​ແປງ​ໄດ້
.”

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ທຳ​ການ​ສືບສວນ​ສອບ​ສວນ​ ຄວາມ​ຈົ່ມ​ວ່າ​ທຸກໆ​ກໍລະນີ ກ່ຽວ​ກັບ​ພະສົງ​ຈຳນວນ​ປະມານ 2​ ແສນ 5 ໝື່ນ​ຮູບ ​ໃນ​ປະ​ເທດ​ໄທ​ນັ້ນ.

With Thailand's military government firmly in control after May's bloodless coup, authorities are carrying out plans they say are aimed at restoring discipline, morality and patriotism to all Thais. The measures include a crackdown on illegal gambling, education reforms to promote students' moral development, and a new 24-hour phone hotline for citizens to report misbehaving monks. Steve Sandford reports from Bangkok.

Here at the National Office of Buddhism, Thai citizens are being told to report any monks spotted misbehaving.

Officials say it's a move to restore the country's image of Buddhism, tarnished by recent high profile scandals such as the opulent lifestyle of one jet-setting monk, monks seen using drugs and drinking, as well as allegations of child sex abuse at a temple in the North.

But despite call centers operating in 76 provinces since late June, things have been a bit slow for phone operators like Suriya Choohaven, who says the most common grumble is about monks recycling alms.

"The biggest complaint is about the monks doing business with the vendors by selling back the food they collect, to make money and then they don't walk around anywhere."

The National Office of Buddhism director says the hotline will work with other enforcement agencies to monitor not only bad monks, but also inappropriate religious behavior by both Thais and foreign visitors.

"When we receive the complaint case we can start work immediately with the other departments. For example if someone posts a bad clip on Facebook, we can tell ICT ((Ministry of Information and Community Technology)) to shutdown that page. Or we can find out who release the clip and we can investigate."

Such tight controls over Thailand once much-freer media and social networks have become a hallmark of the junta's rule.
But Buddhist experts say monkhood in Thailand has been struggling for years, in part because free secondary education and better family planning means fewer high-quality candidates seek monkhood.

Buddhist expert and former monk Sang Chan-Ngam remains confident that the basic fundamentals of Buddhism will survive in the kingdom, with or without a hotline.

"As far as the monastery rules which were laid down by the Buddha in the Buddhist text, would not dare change them because they have become sanctified. But as for man-made rules or rules made by the temple and the monks, they can be changed."

Authorities say they will investigate any complaints made against the country's estimated quarter million monks.

Steve Sandford, reporting for VOA from Bangkok, Thailand.

XS
SM
MD
LG