ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນໍເວ ໄດ້ຮັບ ທັງ 3 ຫລຽນ ໃນການແຂ່ງ ແລ່ນສະກີ Cross-Country ທີ່ Sochi (ສະໄລດ໌)


ນາງ Marit Bjoergen ສະຫຼອງ ຫລັງຈາກໄດ້ຮັບ ໄຊຊະນະ ໃນການແຂ່ງຂັນ (22 ກຸມພາ 2014)
ນາງ Marit Bjoergen ສະຫຼອງ ຫລັງຈາກໄດ້ຮັບ ໄຊຊະນະ ໃນການແຂ່ງຂັນ (22 ກຸມພາ 2014)
ນັກແລ່ນສະກີນໍເວໄດ້ຊະນະທັງ 3 ຫລຽນ ໃນການແຂ່ງຂັນຍາດ ເອົາຫລຽນຄຳອັນທຳອິດຂອງຈຳນວນທັງໝົດ 7 ຫລຽນ ທີ່ເມືອງ
Sochi ປະເທດຣັດເຊຍໃນວັນເສົາມື້ນີ້ ຊຶ່ງເປັນມື້ກ່ອນມື້ສຸດທ້າຍ
ຂອງການແຂ່ງຂັນ ກິລາໂອລິມປິກລະດູໜາວ.

ນາງ Merit Bjoergen ຊະນະຫລຽນຄຳ ໃນການແຂ່ງແລ່ນ
ສະກີ cross-country 30 ກິໂລແມັດປະເພດຍິງ ຕິດຕາມດ້ວຍ
ນາງ Therese Johaug ທີ່ໄດ້ຫລຽນເງິນ ແລະນາງ Kristin
Stoermer Steira ທີ່ໄດ້ຫລຽນທອງແດງ ຊຶ່ງທັງ 3 ຕ່າງກໍເປັນ
ເພື່ອນຮ່ວມຊາດດຽວກັນ.

ການແຂ່ງຂັນ snowboard ແບບ parallel slalom ທັງປະເພດຍິງແລະຊາຍກໍຈະຍາດເອົາ ຫລຽນເປັນເທື່ອທຳອິດ ໃນວັນເສົາມື້ນີ້.

ນອກນັ້ນ ຍັງຈະມີການຍາດເອົາຫລຽນ ໃນການແຂ່ງ biathlon ປະເພດຊາຍຕໍ່ກັນ 4 ຄົນ ໄລ ຍະ 7 ກິໂລແມັດເຄິ່ງ.

ການແຂ່ງຂັນສະເກັດຄວາມໄວ ທັງປະເພດຍິງແລະຊາຍ ກໍຈະມີການຕັດສິນວ່າ ຜູ້ໃດຈະໄດ້ ຮັບຫລຽນ ທີ່ເດີ່ນ Adler Arena.

ການແລ່ນສະກີ Slalom ປະເພດຊາຍ ກໍຈະມ້ວນທ້າຍການຍາດເອົາຫລຽນຄຳ ສຳລັບວັນ ເສົາມື້ນີ້.

ນອກນັ້ນ ທີມຕີຄີນໍ້າກ້ອນ ຫລື ice hockey ຂອງສະຫລັດ ກໍຈະລົງແຂ່ງຂັນ ເພື່ອຍາດເອົາ ຫລຽນທອງແດງ ກັບທີມຟິນແລນ.

ກ່ອນເລີ້ມການແຂ່ງຂັນ ໃນວັນເສົາມື້ນີ້ ສະຫະລັດ ແມ່ນນຳໜ້າໝູ່ ໂດຍໄດ້ຮັບຫຼຽນທັງໝົດ
27 ຫລຽນ ຕິດຕາມໂດຍ ປະເທດເຈົ້າພາບ ຄືຣັດເຊຍ ທີ່ໄດ້ຮັບ 26 ຫລຽນ ແລະ ການາດາ
24 ຫລຽນ. ນໍເວແມ່ນໄດ້ຮັບຫລຽນຄຳຫລາຍກວ່າໝູ່ຄືທັງໝົດ 10 ຫລຽນ ຕິດຕາມໂດຍສະ ຫະລັດ ຣັດເຊຍ ແລະການາດາ ປະເທດລະ 9 ຫລຽນ.

ພາບການແຂ່ງຂັນ ໃນມື້ວັນເສົາ:

XS
SM
MD
LG