ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານນໍເວ ພົບວ່າ ນາຍ Breivik ບໍ່ໄດ້ເສຍຈິດ


ມືປືນສັງຫານໝູ່ Anders Behring Breivik ສະແດງການຄຳນັບ ຂະນະທີ່ຜູ້ກ່ຽວໄປຮອດສານ ຢູ່ນະຄອນອົສໂລ (24 ສິງຫາ 2012)
ມືປືນສັງຫານໝູ່ Anders Behring Breivik ສະແດງການຄຳນັບ ຂະນະທີ່ຜູ້ກ່ຽວໄປຮອດສານ ຢູ່ນະຄອນອົສໂລ (24 ສິງຫາ 2012)
ສານແຫ່ງນຶ່ງຂອງນໍເວ ພົບເຫັນວ່າ ນາຍ Anders Behring
Breivik ມືປືນສັງຫານໝູ່ທີ່ຍອມຮັບສາລະພາບຜິດນັ້ນບໍ່ໄດ້
ເສຍຈິດ ໃນການໂຈມຕີສອງຄັ້ງຊ້ອນ ເມື່ອເດືອນກໍລະກົດປີ
ກາຍ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 77 ຄົນ.

ການຕັດສິນໃຈວັນສຸກມື້ນີ້ ແມ່ນໝາຍຄວາມວ່າ ນາຍ Brei-
vik ຈະຕ້ອງໄດ້ເຂົ້າຄຸກ 21 ປີ ຊຶ່ງເປັນໂທດ ທີ່ອາດມີການຕໍ່
ອາຍຸອອກໄປຕື່ມອີກ ຕາບໃດທີ່ຍັງເຫັນວ່າຜູ້ກ່ຽວເປັນອັນຕະ
ລາຍ. ການຟ້ອງຮ້ອງດຳເນີນຄະດີຢາກໃຫ້ຕັດສິນນາຍ Brei-
vik ເປັນຄົນເສຍຈິດ ເພື່ອວ່າ ຈະໄດ້ສົ່ງລາວ ໄປເຂົ້າໂຮງໝໍ
ໂຣກຈິດ.

ນາຍ Breivik ໄດ້ຮັບສາລະພາບ ກ່ຽວກັບການສັງຫານ ທີ່
ເກີດຂຶ້ນໃນລະຫວ່າງການວາງ ລະເບີດ ແລະການຍິງແບບບໍ່ເລືອກໜ້າທີ່ຕຶກໂຮງການ ລັດຖະບານແຫ່ງນຶ່ງ ໃນນະຄອນຫຼວງອົສໂລແລະທີ່ຄ້າຍໂຮມຊຸມທາງການເມືອງຂອງ
ພວກຊາວໜຸ່ມ. ລາວໄດ້ຮັບການຊັ່ງຊາຕີລາຄາທາງ ດ້ານຈິດຕະວິທະຍາສອງຄັ້ງ ຊຶ່ງ
ຈຸນຶ່ງ ລົງຄວາມເຫັນວ່າ ມີຈິດໃຈໄຮ້ຄວາມສາມາດ ແລະອີກຈຸນຶ່ງລົງຄວາມເຫັນວ່າ ບໍ່
ໄດ້ເສຍຈິດ.

ທະນາຍຄວາມທີ່ຕໍ່ສູ້ຄະດີໃຫ້ນາຍ Breivik ເວົ້າວ່າ ລູກຄວາມຂອງລາວຈະບໍ່ຂໍອຸທອນ ຕໍ່ການຕັດສິນໂທດຈຳຄຸກ.

ກ່ຽວຂ້ອງກັນ

XS
SM
MD
LG