ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນໍເວ ຍັງຢູ່ໃນລະຫວ່າງ ການລະວັງໄພ ໃນລະດັບສູງ


ເກາະ Utoya ບ່ອນຄ້າຍພັກແຮມຂອງຊາວໜຸ່ມ ທີ່ຖືກນາຍ Anders Behring Breivik ໂຈມຕີ ແລະສັງຫານໝູ່ຫລາຍສິບຄົນ.(AP Photo/Mapaid, Lasse Tur) NORWAY OUT
ເກາະ Utoya ບ່ອນຄ້າຍພັກແຮມຂອງຊາວໜຸ່ມ ທີ່ຖືກນາຍ Anders Behring Breivik ໂຈມຕີ ແລະສັງຫານໝູ່ຫລາຍສິບຄົນ.(AP Photo/Mapaid, Lasse Tur) NORWAY OUT

ຕໍາຫລວດນໍເວກ່າວວ່າ ຫີບເດີນທາງທີ່ໜ້າສົງໄສໜ່ວຍນຶ່ງໄດ້ພົບເຫັນຢູ່ເທິງລົດເມຄັນນຶ່ງຢູ່ທີ່ ສະຖານີກາງໃນນະຄອນຫລວງອອສໂລ ປະເທດ ນໍເວ ແຕ່ບໍ່ໄດ້ເປັນໄພອັນຕະລາຍໃດໆ.

ພວກເຈົ້າໜ້າທີ່ລົດໄຟ ກ່າວວ່າ ຫລາຍພາກສ່ວນຂອງສະຖານີລົດໄຟດັ່ງກ່າວ ໄດ້ມີການ ຍົກຍ້າຍຜູ້ຄົນອອກໜີເມື່ອວັນພຸດມື້ນີ້ ຫລັງຈາກໄດ້ພົບເຫັນຫີບເດີນທາງທີ່ຖືກປະຖິ້ມໄວ້ຢູ່ ໃນບໍລິເວນ ບ່ອນທີ່ລົດເມຈະແລ່ນໄປຍັງເດີ່ນຍົນນັ້ນ.

ເວລານີ້ນໍເວກໍາລັງຢູ່ໃນລະຫວ່າງການລະວັງໄພລະດັບສູງ ຫລັງຈາກໄດ້ ມີການວາງລະເບີດ ແລະການສັງຫານໝູ່ເມື່ອອາທິດຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 76 ຄົນນັ້ນ.

ເມື່ອວັນອັງຄານວານນີ້ ຕໍາຫລວດໄດ້ເລີ່ມແຈ້ງຊື່ຂອງພວກເສຍຊີວິດບາງຄົນ ຄືສາມຄົນເສຍ ຊີວິດໃນເຫດລະເບີດທີ່ນະຄອນຫລວງອອສໂລ ແລະອີກຜູ້ນຶ່ງເສຍຊີວິດໃນເຫດການບຸກຍິງ ຢູ່ທີ່ເກາະຄ້າຍຊາວໜຸ່ມແຫ່ງນຶ່ງ.

ທະນາຍຄວາມຂອງນາຍ Anders Behring Breivik ຜູ້ຊາຍຊາວນໍເວ ທີ່ຮັບສາລະພາບ ວ່າເປັນຜູ້ທຳການໂຈມຕີນັ້ນ ກ່າວວ່າ ຕາມຮູບການທີ່ໄດ້ເກີດຂຶ້ນນັ້ນສະແດງໃຫ້ເຫັນວ່າລູກ ຄວາມຂອງລາວແມ່ນເປັນຄົນເສຍຈິດ.

ໃນການຖະແຫລງຕໍ່ສື່ມວນຊົນທີ່ນະຄອນຫລວງອອສໂລເມື່ອວັນອັງຄານວານນີ້ ທະນາຍ ຄວາມ Geir Lippestad ກ່າວພວກຜູ້ສື່ຂ່າວວ່າ ມັນຈະໄວເກີນໄປ ທີ່ຈະເວົ້າໄດ້ວ່າ ນາຍ Breivik ຈະຮ້ອງຮຽນຕໍ່ສານວ່າລາວ ເປັນຄົນເສຍຈິດແລະທ່ານກ່າວຕື່ມວ່າ ຜູ້ກ່ຽວບໍ່ໄດ້ຮູ້ ເລຶ່ອງວ່າມີຜູ້ເສຍຊີວິດຈັກຄົນ ຫລືແມ່ນແຕ່ການສະແດງປະຕິກິລິຍາຂອງປະຊາຊົນ ຕໍ່ການສັງຫານໝູ່ໃນຄັ້ງນີ້.

ໃນຂະນະທີ່ນາຍ Breivik ໄດ້ຍອມຮັບຜິດໃນການໂຈມຕີດັ່ງກ່າວ ແຕ່ຜູ້ກ່ຽວໄດ້ກ່າວຕໍ່ສານ ວ່າລາວບໍ່ມີຄວາມຜິດ ໃນຂໍ້ຫາການກໍ່ການຮ້າຍ ໂດຍກ່າວອ້າງວ່າ ທີ່ລາວໄດ້ກະທໍາໄປນັ້ນ ແມ່ນເພື່ອຊ່ວຍກອບກູ້ພາກພື້ນຢູໂຣບໄວ້ ຈາກອັນທີ່ ລາວເອີ້ນວ່າ ການຕົກເປັນເມືອງຂຶ້ນຂອງຊາວມຸສລິມ.

XS
SM
MD
LG