ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອກ່າວໂຈມຕີ ການຊ້ອມລົບ ຂອງເກົາຫລີໃຕ້


ກະຫານຂອງກອງທັບເກົາຫລີໃຕ້ ແລະລົດຖັງກໍາລັງຂ້າມຂົວຟູຢູ່ແມ່ນໍ້າ Imjin River ໃນເຂວງ Paju, ໃນລະ ຫວ່າງການຊ້ອມຮົບປະຈຳປີ ໃນວັນທີ 14 ຕຸລາ, 2010 ເພື່ອຕ້ານການໂຈມຕີຂອງເກົາຫລີເໜືອທີ່ອາດມີຂຶ້ນ
ກະຫານຂອງກອງທັບເກົາຫລີໃຕ້ ແລະລົດຖັງກໍາລັງຂ້າມຂົວຟູຢູ່ແມ່ນໍ້າ Imjin River ໃນເຂວງ Paju, ໃນລະ ຫວ່າງການຊ້ອມຮົບປະຈຳປີ ໃນວັນທີ 14 ຕຸລາ, 2010 ເພື່ອຕ້ານການໂຈມຕີຂອງເກົາຫລີເໜືອທີ່ອາດມີຂຶ້ນ

ເກົາຫລີ​ເໜືອໄດ້​ກ່າວ​ໂຈມ​ຕີ​ເກົາຫລີ​ໃຕ້ຢ່າງ​ໂກດ​ແຄ້ນ ທີ່ໄດ້​ເປັນ​ເຈົ້າພາບ ​ຈັດ​ການ​ຊ້ອມຮົບທາງ​ທະເລຂອງ​ຫລາຍໆ ຝ່າ​ຍ ​ໃນ​ອາທິດ​ຜ່ານ​ມານີ້.

ກໍາ​ປັ່ນ​ລົບ​ແລະເຮືອບິນ​ລົບ ປະມານ 10 ລໍາ ຈາກ​ສະຫະ ລັດ, ຍີ່ປຸ່ນ, ອອສ​ເຕຣ​ເລຍ, ​ເກົາຫລີ​ໃຕ້, ​ແລະອີກ 10 ປະ​ເທດອື່ນໆ ​ໄດ້​ເຂົ້າຮ່ວ​ມ​ໃນ​ການ​ຊ້ອມລົບ ຊຶ່ງມີ​ເປົ້າ​ໝາຍ​ເພື່ອ​ປ້ອງ​ກັນ​ການ​ສົ່ງ​ໂອນອາວຸດ​ທໍາລາຍ​ລ້າງຜານ​ຂະໜານ ໃຫຍ່. ເກົາຫລີ​ເໜືອ​ເອີ້ນການ​ຊ້ອມລົບນີ້ວ່າ ​ເປັນ​ການ “​ເກາະ​ຜິດທາງ​ທະຫານ​ຢ່າງເປີດ​ແປນ” ​ແລະ “​ເປັນ​ແຜນ​ຮ້າຍ​ທາງອາ​ຊະ​ຍາ​ກໍາ” ຊຶ່ງ​ແນ​ໃສ່​ແບ່ງ​ແຍກສອງ​ເກົາຫລີ​ ອອກໄປ​ອີກ.

ໃນບົດວິຈານ​ບົດນຶ່ງ​ອີກນັ້ນ, ອົງການ​ຂ່າວ​ສູນ​ກາງຂອງເກົາ
ຫລີ​ເໜືອເວົ້າວ່າ ເກົາຫລີ​ເໜືອຈະ​ເພີ້ມກຳລັງ​ທະຫານ​ຂອງ​
ຕົນຂຶ້ນອີກ "100 ຫລື 1,000 ​ເທົ່າ” ຕາບ​ໃດທີ່​ການ​ຂົ່ມຂູ່
ທາງ​ທະຫານ​ຂອງສະຫະລັດຕໍ່ກຳລັງ​ຂອງເກົາຫລີ​ເໜືອຫາກ ຍັງ​ດື້ດຶງ ມີ​ຢູ່ຕໍ່​ໄປ.

ໃນ​ຂະນະ​ດຽວກັນ, ປະ​ເທດ​ຄອມ​ມິວນິສ ທີ່​ຢູ່​ຢ່າງ​ໂດດດ່ຽວ​ແຫ່ງນີ້​ ເວົ້າວ່າ ເກົາຫລີ​ເໜືອ “ພ້ອມ​ແລ້ວ​ທີ່​ຈະ​ກັບຄືນ” ​ໄປ​ສູ່ການ​ເຈລະຈາ​ປົດ​ອາວຸດ ລະຫວ່າງ ຫົກ​ປະ​ເທດ ກ່ຽວກັບໂຄງການ​ພັດທະນາອາວຸດ​ນິວ​ເຄລຍຂອງ​ຕົນນັ້ນ. ​ແຕ່​ກໍກ່າວວ່າ ຕົນ​ຈະ​ບໍ່ຟ້າວ​ຝັ່ງ ຊຸກຍູ້​ໃຫ້​ຮື້​ຟື້ນ​ການ​ເຈລະຈາ​ດັ່ງກ່າວ ​ເພາະວ່າ ສະຫະລັດ ​ແລະ ປະ​ເທດ​ອື່ນໆ ນັ້ນ “ຍັງ​ບໍ່ພ້ອມ ສໍາ​ລັບ​ການ​ເຈ​ລະ​ຈາ​ນີ້​ເທື່ອ”

XS
SM
MD
LG