ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມມຸສລິມ ຫົວຮຸນແຮງ ຂັບໄລ່ ພວກກະບົດ Tuareg ອອກຈາກເມືອງ Gao (ສະໄລດ໌)


ນາຍ Ag Intalla Algabass (ຂວາ) ຫົວໜ້າຂອງກຸ່ມ Ansar Dine
ນາຍ Ag Intalla Algabass (ຂວາ) ຫົວໜ້າຂອງກຸ່ມ Ansar Dine

ພວກ​ທີ່​ເຫັນ​ເຫດການ​ໃນ​ພາກ​ເໜືອ​ຂອງ​ມາລີ ກ່າ​ວວ່າ ຢ່າງ​ໜ້ອຍມີ​ປະຊາ ຊົນ 20 ຄົນ​ເສຍ​ຊີວິດ​ ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ການ​ປະ​ທະ​ກັນ​ຫຼາຍ​ບັ້ນ​ ລະ ຫວ່າງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ອິສລາມ ​ແລະ​ພວກ​ກະບົດ​ທີ່​ກໍາລັງ​ທໍາ​ການ ຕໍ່ສູ້​ເພື່ອ​ສ້າງຕັ້ງ​ປະ​ເທດ​ເອກ​ກະລາດ Tuareg ຂຶ້ນໃນ​ຂົງ​ເຂດນັ້ນ.

ນັກ​ຂ່າວ​ວີ​ໂອ​ເອ ກ່າວ​ວ່າ ກຸ່ມ MUJAO ທີ່ເປັນ​ເຄືອ​ຂ່າຍ​ຂອງ​ພວກ​ກໍ່​ການ ຮ້າຍ al-Qaida ໄດ້​ເຂົ້າ​ຄວບ​ຄຸມ​ເມືອງ Gao ທີ່​ສໍາຄັນ​ຈາກ​ກຸ່ມ​ຫົວ​ແບ່ງ​ແຍກດິນ​ແດນ MNLA ຫຼັງຈາກ​ໄດ້​ຍິງໂຈມ​ຕີ​ກັນ​ດ້ວຍ​ປືນ​ໃຫຍ່​ຕະຫຼອດວັນ ນັກ​ຂ່າວ​ວີ​ໂອ​ເອ​ເວົ້າວ່າ ຈໍານວນ​ຜູ້​ບາດ​ເຈັບ​ຫຼື​ເສຍ​ຊີວິດທີ່​ແນ່ນອນ​ໃນເວລາ​ນີ້ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ ​ໃນ​ຂະນະ​ທີ່​ມີ​ຜູ້​ບາດ​ເຈັບ​ຫຼາຍ​ຄົນ ຊຶ່ງ​ເປັນ​ພວກ​ພົນລະ​ເຮືອນ​ນັ້ນ. ນັກ​ຂ່າວ​ຄົນນີ້​ກ່າວ​ຕໍ່​ໄປ​ວ່າ ຫຼັງ​ຈາກ​ພວກ​ກະບົດ​ຫົວ​ແບ່ງ​ແຍກ​ດິນ​ແດນ​ຖືກ​ຂັບ​ໄລ່ອອກ​ຈາກ​ເມືອງ Gao ​ແລ້ວການ​ດໍາ​ເນີນ​ຊີວິດ​ໄດ້​ກັບ​ຄືນ​ເຂົ້າສູ່ສູ່​ສະພາບ​ປົກກະຕິ ຄື​ພວກ​ຮ້ານ​ຄ້າ​ໄດ້​ໄຂ​ຄືນ ​ແລະ​ພວກ​ພໍ່ຄ້າ​ແມ່​ຄ້າ​ກໍ​ກັບ​ຄືນ​ມາ​ປະ​ຈໍາ​ຮ້ານຂອງ​ເຂົາ​ເຈົ້າ​ໃນ​ຕະ​ຫຼາດ.

ນັກຂ່າວວີໂອເອ Idriss Fall ໄດ້ໄປຢາມເມືອງ Gao ຫລັງຈາກພວກກະບົດໄດ້ເຂົ້າຍຶດເອົາ
ແລະມີຮູບມາໃຫ້ເບິ່ງ:

ກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ MNLA ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ Ansar Dine ​ໄດ້​ເຂົ້າ​ຄວບ​ຄຸມ​ພາກ​ເໜືອ​ຂອງ​ມາລີ​ ໃນ​ຕົ້ນ​ປີ​ນີ້. ທັງ​ສອງ​ກຸ່ມແມ່ນ​ປະກອບ​ດ້ວຍ​ຊົນ​ເຜົ່າ Tuareg ຈາກ​ວົງ​ຕະກູນ​ຕ່າງໆ. ​ແຕ່​ໃນ​ຂະນະ

ທີ່​ກຸ່ມ MNLA ຢາກ​ຕັ້ງ​ປະ​ເທດ​ເອກ​ກະລາດຂອງ​ພວກ Tuareg ຂຶ້ນ ທີ່​ໃສ່​ຊື່ວ່າ Azawad ​ໃນ​ພາກ​ເໜືອ​ຂອງ​ມາລີ ​ແຕ່ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ອິສລາມ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຢາກ​ຮວມປະ​ເທດ​ມາລີ​ເຂົ້າກັນ ​ແລະ​ປົກ ຄອງ​ດ້ວຍກົດໝາຍ sharia ຂອງ​ສາສະໜາ​ອິສລາມ. ທັງສອງ​ຝ່າຍ​ໄດ້ປະ​ທະ​ກັນ​ມາ​ຫຼາຍ​ບັ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້.

​ໃນ​ນະຄອນຫຼວງ Bamako ໃນວັນພຸດວານນີ້ ພວກອົບພະຍົບຈາກພາກ ເໜືອຂອງມາລີ ໄດ້ທໍາການປະທ້ວງເປັນມື້ທີສອງລຽນຕິດ ຢູ່ນອກສໍານັກ ງານນາຍົກລັດຖະມົນຕີ ພາກັນຮຽກຮ້ອງໃຫ້ລັດຖະບານເຂົ້າແຊກແຊງໃນ ພາກເໜືອຂອງປະເທດນັ້ນ.

XS
SM
MD
LG