ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນລົບ ເກົາຫລີເໜືອ ແລະເກົາຫລີໃຕ້ ຍິງປືນ ເຕຶອນໃສ່ກັນ


ແຜນທີ່ ຂົງເຂດ ກຳປັ່ນລົບ ເກົາຫລີເໜືອ ແລະເກົາຫລີໃຕ້ ຍິງປືນເຕຶອນ ໃສ່ກັນ
ແຜນທີ່ ຂົງເຂດ ກຳປັ່ນລົບ ເກົາຫລີເໜືອ ແລະເກົາຫລີໃຕ້ ຍິງປືນເຕຶອນ ໃສ່ກັນ

ກຳ​ປັ່ນ​ລົບ ຂອງ​ເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ຍິງ​ປືນ​ເຕືອນ
​ໃສ່​ກັນ ​ຢູ່​ໃກ້​ກັບ​ຊາຍ​ແດນ​ທາງ​ທະ​ເລ ​ທີ່​ເປັນ​ຈຸດ​ຜິດຖຽງ​ກັນນັ້ນ
ໃນ​ວັນ​ອັງຄານ​ມື້​ນີ້ ບໍ່​ເທົ່າ​ໃດ​ວັນຫລັງ​ຈາກສອງ​ຝ່າຍ​ໄດ້​ຕົກ​ລົງ
ຈະ​ທຳ​ການ​ສົນທະນາກັນ​ລະດັບ​ສູ​ງ ທີ່​ຫລາຍໆ​ຄົນ​ຫວັງ​ວ່າ ຈະ
ສາມາດ​ເຮັດ​ໃຫ້​ສາຍ​ພົວພັນ ລະຫວ່າງ​ທັງ​ສອງປະ​ເທດ ດີ​ຂຶ້ນ
​ໄດ້​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ປະ​ເທດ ​ທີ່ນະຄອນຫລວງ​ໂຊ​ລ ກ່າວ
​ວ່າ ​ເ​ຮື​ອລົບ​ເກົາ ຫລີ​ໃຕ້​ໄດ້​ຍິງ​ເຕືອນ ​ຫລັງ​ຈາກກຳ​ປັ່ນລົບ​ເກົາ
ຫລີເໜືອລຳ​ນຶ່ງ ​ໄດ້​ຜ່ານ​ຂ້າມ​ເສ້ນ ​ຊາຍ​ແດນທີ່​ຮ້ອງ​ວ່າ ​ເສ້ນ​
ຈຳກັດທາງ​ເໜືອ ນອກຝັ່ງ​ທະ​ເລ​ກ້ຳຕາ​ເວັນ​ຕົກນັ້ນ. ​ກຳ​ປັ່ນ​ລົບ
​ເກົາຫລີ​ເໜືອ ໄດ້​ຍິງ​ຕອບ​ໂຕ້ຄືນ ກ່ອນ​ຖອນກັບ​ຄືນ​ໄປ.

ບັ​ນດາ​ເຈົ້າ​ໜ້າ​ທີ່ ທີ່ຂໍ​ບໍ່​ໃຫ້​ບອກ​ຊື່ ກ່າວ​ວ່າ ​ກຳປັ່ນ​ທັງ​ສອງລຳ​ ບໍ່​ໄດ້ຕັ້ງ​ໃຈ​ທີ່​ຈະ​ຍິງ​ໃສ່ໃຫ້​
ຖືກ​ກັນ ​ແລະກໍ​ບໍ່ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ຫລືໄດ້​ຮັບ​ຄວາມເສຍ​ຫາຍ ໃນການ​ປະ​ເຊີນ​ໜ້າ​
ກັນເມື່ອ​ເຊົ້າ​ວັນ​ອັງຄານ​ມື້​ນີ້. ​ເຂົາ​ເຈົ້າກ່າວ​ວ່າ ​ກຳປັ່ນ​ລົບເກົາຫລີ​ໃຕ້ ​ໄດ້​ຍິງເຕືອນ ປະມານ
90 ນັດ​ ​ເປັນ​ເວລາປະມານ 10 ນາ​ທີ.

ການ​ບຸ​ກລຸກ​ດັ່ງກ່າວ ແມ່ນ​ເກີດ​ຂຶ້ນ​ຢູ່​ເລື້ອຍໆ ຍ້ອນ​ວ່າ​ເກົາຫລີ​ເໜືອ ບໍ່​ເຄີ​ຍ​ຮັບ​ຮູ້ເຂດຊາຍ
​ແດນ​ໃນທະ​ເລ​ເຫລືອງ ທີ່​ອົງການສະຫະ​ປະຊາ​ຊາດ​ໄດ້ຂີດ​ໄວ້ ​ໃນ​ເວລາ​ສິ້ນ​ສຸດສົງ​ຄາມ
​ເກົາຫລີ ​ໃນຊຸມ​ປີ 1950 ນັ້ນ​.

​ແຕ່​ວ່າ ​ເຫດການດັ່ງກ່າວແມ່ນຍົກ​ລະ​ດັບຄວາມ​ເຄັ່ງ​ຕຶງຂຶ້ນ ລ່ວງໜ້າການ​ສົນທະນາ​ຂັ້ນ​ສູງ
ທີ່​ໄດ້​ຕົກລົງ​ກັນວ່າ​ຈະ​ຈັດ​ຂຶ້ນ ຫລັງ​ຈາກເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເກົາຫລີ​ເໜືອຄະນະ​ນຶ່ງ ​ໄດ້
ໄປ​ຢ້ຽມຢາມ​ເກົາ​ຫລີໃຕ້ ​ແບບ​ບໍ່​ໄດ້​ແຈ້ງ​ ໃຫ້​ຊາບ​ລ່ວ​ງໜ້າ ເພື່ອ​ໄປຮ່ວມ​ພິທີ​ອັດ​ການ​ແຂ່ງ
ຂັນກິລາ​ເອ​ເຊຍ ຫລື​ເອຊຽນ​ເກ​ມ ​ໃນ​ວັນ​ເສົາ​ທີ່​ຜ່ານມາ.

KOREAS TENSIONS VOSOT
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG