ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີ ເໜືອ ແລະ ເກົາຫຼີໃຕ້ ເລີ້ມ​ຕົ້ນຄືນ ການ​ເຈລະຈາ ສັນຕິພາບ

ທະຫານເກົາຫຼີໃຕ້ ຄົນນຶ່ງ ຢືນຢາມ ຢູ່ດ້ານຫຼັງ stands guard ສິ່ງກີດຂວາງ ເທິງຂົວປອງດອງຊາດ ທີ່ນຳໄປສູ່ ເຂດປອດທະຫານ, ໃກ້ກັບບ້ານ Panmunjom ໃນ Paju, ປະເທດເກົາຫຼີໃຕ້, ວັນທີ 22 ສິງຫາ 2015.
ທະຫານເກົາຫຼີໃຕ້ ຄົນນຶ່ງ ຢືນຢາມ ຢູ່ດ້ານຫຼັງ stands guard ສິ່ງກີດຂວາງ ເທິງຂົວປອງດອງຊາດ ທີ່ນຳໄປສູ່ ເຂດປອດທະຫານ, ໃກ້ກັບບ້ານ Panmunjom ໃນ Paju, ປະເທດເກົາຫຼີໃຕ້, ວັນທີ 22 ສິງຫາ 2015.

ບັນດາ​ເຈົ້າໜ້າ​ທີ່ ເກົາຫຼີ​ເໜືອ ​ແລະ ​ເກົາຫຼີ​ໃຕ້ ​ເລີ້ມ​ຕົ້ນຄືນ
ການ​ເຈລະຈາ ມາຣາທ້ອນ ​ເມື່ອ​ຕອນບ່າຍ​ວັນ​ອາທິດ​ມື້​ນີ້ ​ໃນ​
ຄວາມ​ຮີບ​ດ່ວນ ​ເພື່ອຫລີກ​ລ່ຽງ​ສົງຄາມ​ ໃນ​ແຫຼມ​ເກົາຫຼີ.

ການ​ເຈລະຈາ​ໃນ​ຂັ້ນຕົ້ນ ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້
​ແລະໄດ້​ຍຸດຕິ​ລົງ ​ພາຍໃນ 10 ຊົ່ວ​ໂມງ​ຕໍ່​ມາ ໃນ​ຕອນເຊົ້າ
ວັນ​ອາທິດ​ມື້ນີ້. ບັນດາ​ເຈົ້າໜ້າ​ທີ່ດັ່ງກ່າວ ບໍ່​ໄດ້​ໃຫ້​ຄຳ​ເຫັນ
​ທີ່​ເປີດ​ເຜີຍຕໍ່​ສາທາລະນະຊົນ ກ່ຽວກັບ​ການ​ປຶກສາ​ຫາລື​ກັນ
​ແລະ ບໍ່​ມີ​ລາຍ​ລະ​ອຽດ​ໃດໆວ່າ ການ​ເຈ​ລະ​ຈາ​ກັນນັ້ນ ມີ​ຄວາມ
​ກ້າວໜ້າໃດໆ ຫຼືວ່າ ພວກ​ເຂົາເຈົ້າຈະ​ສືບ​ຕໍ່​ເຈລະຈາ​ກັນອີກ
ດົນ​ປານ​ໃດ.

ກອງ​ປະຊຸມ​ລະດັບ​ສູງ ​ໄດ້ເລີ້ມຂຶ້ນ ທີ່ບ້ານ​ຢຸດ​ຍິງ ປັນມຸນຈອມ​ເຖິງ​ ແມ່ນ​ວ່າ ພຽງ​ຢາງ ​ໄດ້​
ກຳນົດ ​ວັນ​ເສັ້ນຕາຍ ທີ່ຕົນຂົ່ມຂູ່​ວ່າ ຈະປະບັດ​ການ​ທະຫານ ​ເວັ້ນ​ເສຍ​ແຕ່ ໂຊລຈະຢຸດ
ເຊົາການໂຄສະນາ ຊວນເຊື່ອ ຕໍ່ຕ້ານພຽງຢາງ ດ້ວຍທາງໂທລະໂຄ່ງ ​ເຂົ້າ​ໄປ​ໃນ​ປະ​ເທດ
​ຄອມ​ມິ​ວນິສ​ເໜືອ ​ແລະ ​ໃຫ້​ຍົກຍ້າຍ​ພວກ​ລຳ​ໂພງ ຊຶ່ງ​ຕິດຕັ້ງຢູ່​ຕາມ​ຊາຍ​ແດ​ນນັ້ນ ອອກໄປ.

ຫົວໜ້າ ຄວາມໝັ້ນຄົງແຫ່ງຊາດ ເກົາຫຼີໃຕ້ ທ່ານ Kim Kwan-jin (ຂວາ) ແລະ ລັດຖະມົນຕີ ປອງ​ດອງ​ຊາດ ເກົາຫຼີໃຕ້ ທ່ານ Hong Yong-pyo (ຜູ້ທີສອງຈາກຂວາ) ຈັບມືກັບ ທ່ານ Hwang Pyong So (ຊ້າຍ) ເຈົ້າໜ້າທີ່ກົມການເມືອງຂັ້ນສູງ ຂອງກອງທັບບົກເກົາຫຼີເໜືອ ແລະ ທ່ານ Kim Yang Gon, ເຈົ້າໜ້າທີ່ອະວຸໂສ ທີ່ຮັບຜິດຊອບ ກິດຈະການ ສຳຫລັບ ເກົາຫຼີໃຕ້, ໃນລະຫວ່າງພົບປະກັນ ຢຸ່ທີ່ Paju, ເກົາຫຼີໃຕ້, ວັນທີ 22 ສິງຫາ 2015.

​ເສັ້ນຕາຍ​ໄດ້​ຜ່ານ​ພົ້ນ​ໄປ ​ໂດຍ​ປາດ​ສະ​ຈາກ​ເຫດການ​ໃດໆ​ເກີດ​ຂຶ້ນ ​ແລະ ປາດ​ສະ​ຈາກ ການ​ຍົກຍ້າຍອອກຂອງ​ພວກ​ລຳ​ໂພງ​ໃຫຍ່ ​ແລະ ການ​ເຈລະຈາ ໄດ້​ເລີ້ມ​ຕົ້ນຂຶ້ນ 90 ນາທີ ຕໍ່​ມາ ​ໃນ​ເວລາ 6 ​ໂມງ​ແລງ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ.

ຢູ່ໃນ​ວໍ​ຊິງ​ຕັນ ບັນດາ​ເຈົ້າໜ້າ​ທີ່ທຳນຽບຂາວ ກ່າວ​ວ່າ ປະທານາທິບໍ​ດີ ບາຣັກ ​ໂອ​ບາ​ມາ ​ໄດ້​ຮັບ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ສະຖານະ​ການ​ດັ່ງກ່າວ ​ໃນ​ແຫຼມ​ເກົາຫຼີ. ​ໂຄສົກ​ທຳນຽບຂາວ ທ່ານ​ນຶ່ງ ກ່າວ​ວ່າ ​“​ດັ່ງ​ທີ່​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ກ່າວ​ໄປ​
ແລ້ວວ່າ ພວກ​ເຮົາ​ຍັງ​ຄົງຢຶດໝັ້ນ ​ໃນ​ຄວາມ​ໝັ້ນໝາຍ​ຂອງ​ພວກ​ເຮົາ ຕໍ່​ຄວາມ​ສຳ​
ພັນຂອງ​ພວກ​ເຮົາກັບ​ເກົາຫຼີໃຕ້ ຊຶ່ງ​ພວກເຮົາ​ຈະ​ສືບ​ຕໍ່​ປະສານ​ງານ​ຮ່ວມ​ກັນຢ່າງ​
ໃກ້ຊິດ​ໄປ​ເລື້ອຍໆ.”

ຊາວເກົາຫຼີໃຕ້ ພາກັນເບິ່ງ ໂທລະພາບ ທີ່ຖ່າຍທອດ ພາບຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un, ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ວັນທີ 21 ສິງຫາ 2015.
ຊາວເກົາຫຼີໃຕ້ ພາກັນເບິ່ງ ໂທລະພາບ ທີ່ຖ່າຍທອດ ພາບຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un, ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ວັນທີ 21 ສິງຫາ 2015.

ເຖິງ​ແມ່ນ​ວ່າ ​ໂດຍ​ປາດ​ສະ​ຈາກຜົນທີ່​ຊັດ​ແຈ້ງ​ກໍ​ຕາມ ​ແຕ່ບັນດາ​ນັກວິ​ເຄາະ ກໍກ່າວ​ວ່າ ການ​ເຈລະຈາ​ມາຣາທອນ ​ໄດ້​ຖ່ວງ​ດຶງ​ເວລາ ກິດຈະກຳ​ທາງ​ດ້ານ​ທະຫານອອກ​ໄປ​ຕື່ມ​ອີກ ​ແລະ ​ໄດ້​ອຳນວຍ ​ເວລາ​ຕື່ມ​ອີກ​ໃຫ້​ແກ່​ເກົາຫຼີທັງ​ສອງ​ຝ່າຍ ຫາ​ທາງ​ຍຸດຕິ​ຕໍ່​ວິ​ກິດ​ການ​ໃນ​ປັດຈຸບັນ​ນີ້ ດ້ວຍ​ສັນຕິ​ວິທີ.

ຊາຍຄົນນຶ່ງ ນັ່ງຢູ່ໃຕ້ ປ້າຍໂຄສະນາ ຊວນເຊື່ອ ໃນນະຄອນພຽງຢາງ ປະເທດເກົາຫຼີເໜືອ, ວັນທີ 23 ສິງຫາ 2015.
ຊາຍຄົນນຶ່ງ ນັ່ງຢູ່ໃຕ້ ປ້າຍໂຄສະນາ ຊວນເຊື່ອ ໃນນະຄອນພຽງຢາງ ປະເທດເກົາຫຼີເໜືອ, ວັນທີ 23 ສິງຫາ 2015.

​ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານນາງ Park Geun-hye ປະທານາທິບໍດີ
ເກົາຫຼີໃຕ້ ທ່ານ Kim Kwan-jin ແລະ ລັດຖະມົນຕີ ປອງ​ດອງ​ຊາດ ທ່ານ Hong
Yong-pyo ​ໄດ້​ພົບ​ປະ​ກັບ ບັນດາ​ຄູ່​ຕຳ​ແໜ່​ງຈາກ​ເກົາຫຼີ​ເໜືອ ຢູ່​ທີ່ ປານ​ມູນ​ຈອມ ​ໃນ​ເຂດ
​ປອດ​ອາວຸດ ຫຼື DMZ ທີ່​ເປັນ​ເຂດ​ແບ່ງ​ແຍກ​ສອງ​ປະ​ເທດ​ນັ້ນ.

ພົນລະເມົືອງທີ່ອາໄສ ຢູ່ໃນໝູ່ບ້ານ ເຂດຊາຍແດນ ກຳລັງ ຍົກຍ້າຍ ອອກຈາກສະຖານທີ່ຫລີ້ໄພ ບໍ່ໄກຈາກເຂດປອດທະຫານ ທາງພາກໃຕ້ ທີ່ແບ່ງແຍກ ສອງເກົາຫຼີ ນັ້ນ, ໃນເມືອງ Yeoncheon, ເກົາຫຼີໃຕ້, ວັນທີ 22 ສິງຫາ 2015.
ພົນລະເມົືອງທີ່ອາໄສ ຢູ່ໃນໝູ່ບ້ານ ເຂດຊາຍແດນ ກຳລັງ ຍົກຍ້າຍ ອອກຈາກສະຖານທີ່ຫລີ້ໄພ ບໍ່ໄກຈາກເຂດປອດທະຫານ ທາງພາກໃຕ້ ທີ່ແບ່ງແຍກ ສອງເກົາຫຼີ ນັ້ນ, ໃນເມືອງ Yeoncheon, ເກົາຫຼີໃຕ້, ວັນທີ 22 ສິງຫາ 2015.

Koreas Tension
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG