ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ແລະ ເກົາຫລີໃຕ້ ລະນຶກເຖິງ ວັນສະງົບເສິກ ຊົ່ວຄາວ (ວີດີໂອ)


ທະຫານເກົາຫລີເໜືອ ທໍາການຊ້ອມລົບ ເປັນຂີດໝາຍຄົບຮອບ 59 ປີ ຂອງວັນສະງົບເສິກເກົາຫລີຊົ່ວຄາວ ຫລື Armistice Day, ວັນທີ 27 ລະກົດ 2012.
ທະຫານເກົາຫລີເໜືອ ທໍາການຊ້ອມລົບ ເປັນຂີດໝາຍຄົບຮອບ 59 ປີ ຂອງວັນສະງົບເສິກເກົາຫລີຊົ່ວຄາວ ຫລື Armistice Day, ວັນທີ 27 ລະກົດ 2012.

ວັນ​ສຸກ​ວານ​ນີ້ ​ໄດ້​ມີ​ການ​ລະນຶກ​ເຖິງວັນທີ່ສໍາຄັນຫລາຍ​ວັນ​ນຶ່ງ ​ຢູ່​ໃນແຫລມເກົາຫລີ​ ​ໃນ​ພິທີ​ທີ່​ແຕກ​ຕ່າງກັນຢ່າງ​ຫລວງຫລາຍ.

ຄືຢູ່​ໃນເກົາຫລີເໜືອນັ້ນ ໄດ້ມີການຈູດ​ບັ້ງ​ໄຟ​ດ​ອກ ​ແລະສະ​ເຫລີ​ມສ​ະຫລອງ “ໄຊຊະນະ” ​ເພື່ອລະ​ລຶກ​ເຖິງການ​ເຊັນ​ສັນຍາຢຸດ​ຍິງ​ຫລື​ສະ​ງົບ​ເສິກຊົ່ວຄາວ ​ໃນ​ວັນ​ທີ 27 ​ເດືອນ​ກໍລະກົດ ປີ 1953 ອັນ​ເປັນການ​ຕົກລົງ​ກັນ​ ທີ່​ນໍາໄປສູ່​ການ ສີ້​ນສຸດລົງ​ຂອງ​ການ​ສູ້​ລົບ​ກັນ​ ໃນ​ສົງຄາມ​ເກົາຫລີ.

ສໍານັກງານຂ່າວ​ສູນ​ກາງ​ ຂອງທາງ​ການ​ເກົາຫລີ​ເໜືອ ກ່າວ​ວ່າ ບັນດາ​ຊາວໜຸ່ມ ພາກັນ​ໄປ​ຊຸມນຸມ​ກັນ​ຢ່າງ​ແອ​ອັດ​ ຢູ່​ບໍລິ​ເວນ​ເດີ່ນ​ຕ່າງໆໃນກາງ​ເມືອງຫລວງພຽງ​ຢາງ ​ເພື່ອ​ເຕັ້ນ​ລໍາ​ພາ​ຕີ້ມ່ວນ​ຊື່ນ​ ​ແລະ​ທະຫານ​ຜ່ານ​ເສິກ​ເກົາຫລີ​ເໜືອ ຫລາຍ​ພັນ​ຄົນ ​ພາກັນສາບານ​ໂຕ​ສະ​ແດງ​ຄວາມຈົ່ງ​ຮັກ​ພັກດີຕໍ່ Kim Jong Un ຜູ້​ນໍາ​ໜຸ່ມ​ຂອງເກົາຫລີ​ເໜືອ.

ເບິ່ງວີດີໂອການສະຫລອງວັນສະງົບເສິກຊົ່ວຄາວ ທີ່ເກົາຫລີເໜືອຖືກວ່າເປັນໄຊຊະນະຂອງຕົນ:

ສ່ວນຢູ່​ທາງ​ພາກ​ໃຕ້ ບັນດາ​ເຈົ້າ​ໜ້າ​ທີ່ເກົາຫລີ​ໃຕ້ ​ໄດ້​ຈັດ​ພິທີ​ລະນຶກ​ເຖິງ​ວັນ​ດັ່ງ ກ່າວ ​ໃນລັກສະນະ​ທີ່​ເຄ່ງ​ຂຶມ​ກ່ວາ.

​ບັນດາເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້ ​ແລະ​ສະຫະ​ລັດ ​ໄດ້​ພົບປະ​ກັນ ຢູ່​ທີ່ໝູ່​ບ້ານ​ຊາຍ​ແດນ Panmunjom ​ສ​ະ​ແດງ​ຄວາມ​ຫວັງ​ວ່າ ມື້​ໃດມື້​ນຶ່ງ​ ຄົງ​ຈະ​ບໍ່​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະຕ້ອງ​ມີເຂດ​ປອດ​ທະຫານ ​ແບ່ງ​ແຍກ​ລະຫວ່າງ ເໜືອ​ແລະ​ໃຕ້ ອີກ​ຕໍ່​ໄປ.

ພ້ອມ​ດຽວ​ກັນ​ນີ້ ທາງກອງທັບ​ເກົາຫລີ​ໃຕ້ ​ໄດ້​ເຕືອນພຽງ​ຢາງ ຕໍ່​ອັນ​ທີ່​ເຂົາ​ເຈົ້າເອີ້ນວ່າ “ການເກາະ​ຜິດແບບ​ບ້າ​ບິ່ນ.”

ບັນດາຜູ້ຍັນຊາການທະຫານຂເງສະຫະລັດ ສະຫະປະຊາຊາດແລະ ເກົາຫລີໃຕ້ ພົບປະສົນທະນາກັນ ຢູ່ໝູ່ບ້ານສະງົບເສິກ ປັນມຸນຈອມ ໃນມື້ຄົບຮອບວັນສະງົບເສິດຊົ່ວຄາວ ທີ 27 ກໍລະກົດ 2012.
ບັນດາຜູ້ຍັນຊາການທະຫານຂເງສະຫະລັດ ສະຫະປະຊາຊາດແລະ ເກົາຫລີໃຕ້ ພົບປະສົນທະນາກັນ ຢູ່ໝູ່ບ້ານສະງົບເສິກ ປັນມຸນຈອມ ໃນມື້ຄົບຮອບວັນສະງົບເສິດຊົ່ວຄາວ ທີ 27 ກໍລະກົດ 2012.

ການ​ຂັດ​ແຍ້​ງສູ້​ລົບ​ເກີດ​ຂຶ້ນ ພ້ອມ​ກັບ​ການ​ບຸກລຸກ​ຂອງ​ເກົາຫລີ​ເໜືອ ​ເຂົ້າ​ໄປ​ໃນ​ເກົາຫລີ​ໃຕ້ ​ແລະ​ສີ້​ນສຸດ​ລົງ​ດ້ວຍ​ການ​ເຊັນ​ສັນຍາຢຸດ​ຍິງ ​ໂດຍ​ທີ່​ບໍ່ເຄີ​ຍ​ມີ​ການ​ເຊັນ​ສັນຍາ​ສັນຕິພາບ ຕິດຕາມ​ມາ​ເລີຍ ຊຶ່ງເປັນ​ການເຮັດ​ໃຫ້​ທັງ​ສອງ​ເກົາຫລີ ​ໃນທາງ​ເທັກ​ນິກ​ແລ້ວ ​ແມ່ນຍັງ​ຢູ່ໃນສະຖານະ​ພາບ​ ​ຕໍ່ສູ້​ສົງຄາ​ມກັນ​ຢູ່.

XS
SM
MD
LG