ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີ​ເໜືອ ​ແລະ​ໃຕ້ ​​ເຈລະຈາ​ກັນ ​ເລື້ອງຄ່າ​ແຮງ​ງານ ໃນ ເຂດ​ອຸດສາຫະກຳ​ Kaesong.


Koreas Kaesong
please wait
Embed

No media source currently available

0:00 0:00:32 0:00

ບັນດາ​ເຈົ້າ​ໜ້າ​ທີ່​ຂອງເກົາຫຼີ​ເໜືອ​ແລະ​ເກົາຫຼີ​ໃຕ້ ​ໄດ້​ເຈລະຈາ​ກັນ​
ໃນ​ວັນ​ພະຫັດ​ມື້​ນີ້ ໃນຈຸດປະສົງເພື່ອແກ້​ໄຂ​ບັນຫາ​ຂັດແຍ້ງເລື້ອງ
ຄ່າ​ແຮງ​ງານທີ່ແກ່ຍາວມາເປັນເວລາດົນນານ ຢູ່ທີ່​ເຂດອຸດສາຫະ
ກຳ​ຮ່ວມ Kaesong.

​ຄະນະຜູ້ແທນເກົາຫຼີ​ໃຕ້ ​ໄດ້​ອອກເດີນທາງ​ໄປ​ຍັງ​ເຂດ​ອຸດສາຫະ
ກຳ​ຮ່ວມ Kaesong ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ຊຶ່ງ​ຕັ້ງ​ຢູ່ໃນ​ເຂດ​ເກົາ
ຫຼີ​ເໜືອ ທີ່​ມີ​ການ​ຮັກສາ​ຄວາມປອດໄພ ໃນເຂດຊາຍແດນ ​ຢ່າງ
​ເຄັ່ງ​ຄັດ​ນັ້ນ.

ທ່ານ Lee Sang-min ຫົວໜ້າ​ຂອງ​ຄະນະຜູ້ແທນ​ຂອງໂຊ​ລໄດ້​
ກ່າວ​ວ່າ​ ນີ້ແມ່ນ​ການ​ພົບ​ປະກັນ​ຄັ້ງ​ທຳ​ອິດຂອງຄະນະກຳມາທິການ​ຮ່ວມ​ທີ່ຮັບຜິດຊອບໃນ
ການບໍລິຫານງານໃນເຂດອຸດສາຫະກຳຮ່ວມດັ່ງກ່າວ ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ຜ່ານ​ມາ​ນີ້.

ທ່ານ Sang-min ກ່າວ​ວ່າ “ມື້ນີ້ ຄະນະກຳມະການຮ່ວມ​ ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ໃນ​ເກືອບ
ຮອບນຶ່ງ​ປີ. ພວກ​ເຮົາຈະ​ປຶກສາ​ບັນຫາ​ທີ່​ຍັງ​ຄ້າງ​ຄາກ່ຽວ​ກັບ​ເລື້ອງ​ການ​ທີ່​ເຮັດ​ໃຫ້​ເຂດອຸດ
ສາຫະກຳ​ຮ່ວມ Kaesong ນີ້ ກ້າວເຂົ້າສູ່ສະພາບປົກກະຕິ ​ແລະ​ມຸ້ງ​ໝັ້ນ​ເພື່ອໃຫ້​ໄດ້​ ຜົນ​ສະຫຼຸບ​ຕາມທີ່ໄດ້ວາງໄວ້.”

ທັງ​ສອງ​ຝ່າຍ​ແມ່ນ​ໄດ້​ເຄັ່ງຂຶມ​ຕໍ່​ກັນ ​ໃນ​ຮອບຫຼາຍໆ​ເດືອນຜ່ານມາ ​ໃນການຂັດ​ເ​ເຍ້ງຍ້ອນ
ຝ່າຍ​ເກົາຫຼີ​ເໜືອໄດ້​ເອົາ​ບາດກ້າວຂຶ້ນ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ​ໃຫ້​ພວກ​ຄົນ​ງານ​ຂອງ​ຕົນຕາມ
ລຳພັງ ​ໃນເຂດ​ອຸດສາຫະກຳ​ຮ່ວມ ຈາກ 70.35 ​ໂດ​ລ່າ ​ເປັນ 74 ​ໂດ​ລ່າ ​ເລີ້ມແຕ່ ​ເດືອນ​ມີ
ນາ​ເປັນ​ຕົ້ນ​ມາ.

​ເກົາຫຼີ​ໃຕ້ ຢືນຢັດ​ວ່າ ການ​ຂຶ້ນ​ຄ່າ​ແຮງ​ງານ​ໃດໆ​ກໍຕາມ ​ແມ່ນ​ຕ້ອງ ​ໄດ້​ຮັບ​ການຕົກລົງດ້ວຍ ການເຫັນພ້ອມຂອງທັງສອງຝ່າຍ.

​ມີ​ພະນັກງານ​ເກົາຫຼີ​ເໜືອ ຫຼາຍ​ກວ່າ 53 ພັນຄົນ ເຮັດ​ວຽກ ​ໃນ​ 120 ໂຮງງານຂອງ​ເກົາຫຼີ​ໃຕ້ ຢູ່ເຂດອຸດສາຫະກຳຮ່ວມດັ່ງກ່າວ ທີ່​ໄດ້ເປີດກິດຈະການ​ໃນ​ປີ 2004 ​ແລະ​ນີ້​ແມ່ນ​ນຶ່ງ​ຂອງ​ບໍ່​ເທົ່າໃດຂົງ​ເຂດ ​ທີ່ມີການຮ່ວມມື ລະຫວ່າງເກົາຫຼີ​ເໜືອ​ແລະ​ໃຕ້.

XS
SM
MD
LG