ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ​ແລະ ​ໃຕ້ ​​ເລີ້ມ​ຕົ້ນ ເຈລະຈາຄືນ ການທ້ອນ​ໂຮມ​ ​ຄອບ​ຄົວ ຜູ້​ທີ່​ພັດ​ພາກ​ຈາກ​ກັນ


ຊາວເກົາຫຼີໃຕ້ ຜູ້ທີ່ໄດ້ພັດພາກຈາກຄອບຄົວ ໃນລະຫວ່າງ
ສົງຄາມ ເກົາຫຼີ ໂອ້ລົມກັບສະມາຊິກຂອງສະພາກາແດງ ຂະນະທີ່ ພວກເຂົາເຈົ້າ ກວດສອບເບິ່ງໃບສະໝັກ ຂໍທ້ອນ
ໂຮມກັນອີກກັບສະມາຊິກຄອບຄົວຂອງພວກເຂົາເຈົ້າຜູ້ທີ່ອາ
ໄສຢູ່ໃນເກົາຫຼີເໜືອ, ຢູ່ທີ່ສຳນັກງານໃຫຍ່ ໃນໂຊລ ປະເທດເກົາຫຼີໃຕ້ ວັນຈັນທີ 7 ກັນຍາ 2015.
ຊາວເກົາຫຼີໃຕ້ ຜູ້ທີ່ໄດ້ພັດພາກຈາກຄອບຄົວ ໃນລະຫວ່າງ ສົງຄາມ ເກົາຫຼີ ໂອ້ລົມກັບສະມາຊິກຂອງສະພາກາແດງ ຂະນະທີ່ ພວກເຂົາເຈົ້າ ກວດສອບເບິ່ງໃບສະໝັກ ຂໍທ້ອນ ໂຮມກັນອີກກັບສະມາຊິກຄອບຄົວຂອງພວກເຂົາເຈົ້າຜູ້ທີ່ອາ ໄສຢູ່ໃນເກົາຫຼີເໜືອ, ຢູ່ທີ່ສຳນັກງານໃຫຍ່ ໃນໂຊລ ປະເທດເກົາຫຼີໃຕ້ ວັນຈັນທີ 7 ກັນຍາ 2015.

ບັນດາ​ຜູ້ຕາງໜ້າ ຈາກ​ເກົາຫຼີ​ເໜືອ ​ແລະ ​ໃຕ້ ໄດ້ເລີ້ມ​ຕົ້ນການ​
ເຈລະຈາ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ແນ​ໃສ່​ ​ຟື້ນ​ຄືນການທ້ອນ​ໂຮມ​ຂອງ
ບັນດາ​ຄອບ​ຄົວຜູ້​ທີ່​ພັດ​ພາກ​ຈາກ​ກັນ ​ເປັນ​ເວລາ 60 ປີຜ່ານມາ
​ຍ້ອນ​ສົງຄາມເກົາຫຼີນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ສະພາກາ​ແດງ ຈາກທັງ​ໂຊ​ລ ​ແລະ ພຽງ​ຢາງ
​ເຂົ້າຮ່ວມ​ໃນ​ການເຈລະຈາ ຢູ່​ທີ່​ບ້ານ​ຢຸດ​ຍິງ​ປານ​ມູນ​ຈອມ ​ເພື່ອ
ປຶກສາ​ຫາລື​ກັນ ​ເລື້ອງສະຖານທີ່ ​ແລະ ​ເວລາ ​ເພື່ອ​ຈັດຕັ້ງການ​
ທ້ອນ​ໂຮມຄອບຄົວ​ຮອບຫຼ້າສຸດ ​ເຊິ່ງຄັ້ງສຸດ​ທ້າຍ ​ທີ່​ມີ​ຂຶ້ນນັ້ນ ​
ແມ່ນ​ເມື່ອ​ເດືອນ​ກຸມພາ 2014. ​ໄດ້ມີ​ການຄາດ​ຄະ​ເນ​ວ່າ ການ
​ທ້ອນ​ໂຮມ​ດັ່ງກ່າວ ຈະ​ມີ​ຂຶ້ນ​ໃນ​ເດືອນ​ຕຸລາ ຢູ່​ທີ່ີລີ​ສອດ ພູ​ເຂົາ
Kumgang ທີ່​ມີ​ທິວ​ທັດງົດ​ງາມຂອງ​ເກົາຫຼີ​ເໜືອ ອັນ​ເປັນ​ສະຖານ​ທີ່​ຂອງ​ການ​ທ້ອນ​ໂຮມກັນ
​ເມື່ອ​ປີ 2014.

ຫົວໜ້າຄະນະຜູ້ແທນຂອງເກົາຫຼີໃຕ້ ທ່ານ Lee Deok-haeng (ຜູ້ທີສອງຈາກຂວາ) ຈັບມືກັບ ຄູ່ຕຳແໜ່ງ ທ່ານ Pak Yong Il (ຜູ້ທີສອງ ຈາກຊ້າຍ) ກ່ອນໜ້າ ກອງປະຊຸມ ຂັ້ນປະຕິບັດງານຂອງອົງການກາແດງຈາກສອງຝ່າຍ ຢູ່ທີ່ Panmunjom ໃນ Paju, ເກົາຫຼີໃຕ້, ວັນທີ 7 ສິງຫາ 2015.
ຫົວໜ້າຄະນະຜູ້ແທນຂອງເກົາຫຼີໃຕ້ ທ່ານ Lee Deok-haeng (ຜູ້ທີສອງຈາກຂວາ) ຈັບມືກັບ ຄູ່ຕຳແໜ່ງ ທ່ານ Pak Yong Il (ຜູ້ທີສອງ ຈາກຊ້າຍ) ກ່ອນໜ້າ ກອງປະຊຸມ ຂັ້ນປະຕິບັດງານຂອງອົງການກາແດງຈາກສອງຝ່າຍ ຢູ່ທີ່ Panmunjom ໃນ Paju, ເກົາຫຼີໃຕ້, ວັນທີ 7 ສິງຫາ 2015.

ຊາວ​ເກົາຫຼີ ຫຼາຍລ້ານ​ຄົນ​ໄດ້​ພັດ​ພາກ​ຈາກ​ກັນ ​ຍ້ອນ​ສົງຄາມ​ຊ່ວງ​ປີ 1950 ຫາ 1953 ທີ່​
ໄດ້​ແບ່ງ​ແຍກ​ແຫລມ​ເກົາຫຼີ ລະຫວ່າງ ຄ​ອມມິ​ວນິສ​ເໜືອ ​ແລະ ປະຊາທິປະ​ໄຕ​ໃຕ້ ​ແລະ
ຜ່ານພົ້ນ​ໄປ​ໂດຍປາ​ດສະຈາກການ​ຕິດ​ຕໍ່​ຫາ​ກັນ​ແລະ​ກັນ ຈົນ​ກວ່າຫຼັງຈາກ ​ມີ​ກອງ​ປະຊຸມ​
ສຸດ​ຍອດ ລະຫວ່າງ​ເກົາຫຼີ ທີ່​ເປັນ​ປະຫວັດການໃນ​ປີ 2000. ໃນ​ຂັ້ນຕົ້ນ ​ໄດ້ມີ​ການ​ຈັດຕັ້ງ
ການ​ທ້ອນ​ໂຮມ​ຄອບຄົວ ຂຶ້ນ​ແຕ່ລະ​ປີ ​ແຕ່​ໄດ້​ຖືກ​ຫລຸດຜ່ອນ​ລົງ ຍ້ອນສາຍພົວພັນ ຢູ່​ຕາມ​
ເຂດ ​ຂ້າມ​ຊາຍ​ແດນ​ທີ່​ເຄັ່ງ​ຕຶງນັ້ນ​ເອງ. ຜູ້​ເຂົ້າຮ່ວມ​ໃນ​ການ​ທ້ອນ​ໂຮມ​ຄອບຄົວ​ນັ້ນ ສ່ວນຫຼາຍ ​ແມ່ນ​ຢູ່​ໃນ​ໄວ 70 ​ແລະ 80 ປີ ມີ​ໂອກາດ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ໄດ້​ພົບ​ເຫັນ​ຍາດຕິພີ່ນ້ອງ​ທີ່
ຮັກ​ຫອມ ຜູ້​ຫາຍ​ສາບ​ສູນ​ໄປ​ເປັນ​ເວລາ​ດົນ​ນານ ຂອງ​ພວກ​ເຂົາ​ເຈົ້າ ຂະນະ​ທີ່​ ລັດຖະບານ ​ທັງ​ສອງ​ໄດ້​ປະກາດ​ຫ້າ​ມ ການ​ແລກປ່ຽນ​ຈົດໝາ​ຍ ​ໂທລະສັບ ​ແລະ ອີ​ແມ​ລ
ຂ້າມ​ຫາກັນ​ແລະ​ກັນ.

ຊາວ​ເກົາຫຼີ​ໃຕ້ ປະມານ 66,000 ຄົນ ​ໄດ້​ຍື່ນ​ຄຳ​ຮ້ອງ​ ເພື່ອການ​ ຄັດ​ເລືອກ ສຳ​ຫລັບ​ການ​
ທ້ອນ​ໂຮມ​ຄອບຄົວ ​ແຕ່​ພຽງ​ຈຳ​ນວນ​ຄົນຮ້ອຍ​ກວ່າ ຄົນຖືກ​ຄັດ​ເລືອກ ​ໃນ​ແຕ່ລະ​ເທື່ອ.

​ການ​ເຈລະຈາ​ໃນ​ວັນ​ຈັນ​ມື້​ນີ້ ​ໄດ້​ມີຂຶ້ນ ຫຼັງຈາກ​ທີ່​ທັງ​ສອງ​ຝ່າຍ ​ໄດ້​ບັນລຸ​ຂໍ້​ຕົກລົງ ​ເມື່ອ​ທ້າຍ​
ເດືອນ​ແລ້ວ​ນີ້ ທີ່​ໄດ້​ຢຸດ​ສະ​ງັກລົງ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ທີ່​ທະວີ​ຂຶ້ນຈົນ​ປາກົດ​ວ່າ ຈະ​ເກີດ​
ສົງຄາມ​ລະຫວ່າງສອງ​ຝ່າຍ. ບັນດາ​ນັກວິ​ເຄາະ​ຈຳນວນ​ນຶ່ງ ກ່າວ​ວ່າ ຄວາມ​ເຄັ່ງ​ຕຶງ​ອາດ​
ຮ້າຍ​ແຮງ​ຂຶ້ນກວ່ານີ້​ອີກ ຖ້າ​ເກົາຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ຍາວ ​ເພື່ອ​ສະ​
ເຫຼີມສະຫຼອງການ​ສ້າງຕັ້ງພັກ​ກຳມະກອນ ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ຄົບຮອບ 70 ປີ
​ໃນ​ເດືອນ​ໜ້າ​ນີ້.

XS
SM
MD
LG