ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສອງເກົາຫຼີ ຈະຮື້ຟື້ນ ການເຈລະຈາ ໃນລະດັບສູງ ເລື້ອງການ ພົບປະ ບັນດາ ຄອບຄົວ


ທະຫານເກົາຫລີເໜືອ ເດີນສວນສະໜາມ ຜ່ານຈະຕຸລັດ Kim Il Sung ໃນປະເທດເກົາລີເໜືອ.
ທະຫານເກົາຫລີເໜືອ ເດີນສວນສະໜາມ ຜ່ານຈະຕຸລັດ Kim Il Sung ໃນປະເທດເກົາລີເໜືອ.

ເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ຕົກລົງທີ່​ຈະ​ຈັດ​ໃຫ້​ມີ​ການ​ສົນ
ທະນາ​ກັນ ​ໃນ​ອາທິດ​ໜ້າ​ນີ້ ອັນເປັນ​ພາກສ່ວນ​ຂອງ​ຄວາມ​ພະ
ຍາຍ​າມ ໃຫ້ມີ​ການ ສົນທະນາ​ກັນ​ໃນ​ລະດັບ​ສູງ​ ລະຫວ່າງ​ສອງ
​ລັດຖະບານ ກັບ​ຄືນ​ມາ​ອີກ.

ຄະນະ​ກຳ​ມະ​ການ ​ທ້ອນ​ໂຮມ​ຢ່າງ​ສັນ​ຕິ​ຂອງ​ພຽງຢາງ ຂອງ
​ແຫລມ​ເກົາຫລີ ທີ່​ກຳກັບ​ດ້ານສຳພັນ​ທະ​ໄມຕີ ຂອງ ເກົາຫລີ​
ເໜືອ ແລະ​ ເກົາຫລີ​ໃຕ້ ​ໃນ​ວັນ​ພະຫັດ​ວານນີ້ ​ໄດ້​ສະ​ເໜີ​ໃຫ້​ມີ​
ການ​ສົນທະນາ​ກັນ.

ກະຊວງ​ທ້ອນໂຮມ​ຊາດຂອງໂຊ​ລ ​ໃນ​ວັນ​ສຸກ​ມື້ນີ້​ໄດ້​ກ່າວ​ວ່າ ຕົນ​ໄດ້​ຮັບ​ເອົາການສະ​ເໜີ
ຮັບ​ຮູ້​ວ່າ​ການ​ສົນທະນາ​ນີ້ ຈະມີ​ຂຶ້ນ​ໃນ​ເດືອນ​ພະຈິກ ທີ່ 26 ຈະ​ມາ​ເຖິງ​ນີ້ ຢູ່​ໝູ່​ບ້ານຊາຍ
​ແດນ Panmunjom.

ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye.
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye.

ລະດັບການ​ປະຕິບັດງານ​ສົນທະນາ ​ໄດ້​ແນ່ໃສ່ ການ​ກະກຽມ​ໃຫ້​ລະດັບລັດຖະບານ ​ເຈລະຈາ ທີ່ໄດ້​ເຫັນ​ດີໃນ​ເດືອນ​ສິງຫາຜ່ານ​ມາ​ນີ້ ຊຶ່ງ​ເປັນ​ຂີດ​ໝາຍສຳພັນ​ໃຫ້​ດີ​ຂຶ້ນ.

ການ​ຕົກລົງ​ດັ່ງກ່າວ​ໄດ້​ ສິ້ນສຸດ​ລົງຂອງ​ການ​ປະ​ເຊີນ​ໜ້າ​ກັນ ​ກ່ຽວ​ກັບ ອຸປະຕິ​ເຫດ​ລະ​ເບີດ​ຝັງ​ດິນ ທີ່​ເຮັດ​ໃຫ້ ທະຫານ​ເກົາຫລີ​ໃຕ້​ສອງ​ຄົນ​ ໄດ້​ຮັບ​ບາດ​ເຈັບ ຢູ່​ໃກ້​ກັບເຂດ​ຊາຍ​ແດນ​ທີ່ມີ​ການ​ຮັກສາ​ການ​ຢ່າງ​ເຄັ່ງ​ຂັດ ທີ່​ແບ່ງ​ແຍກສອງ​ປະ​ເທ​ດນັ້ນ.

ພາກ​ສ່ວນ​ການ​ຕົກລົງ ​ໂຊ​ລ ​ແລ​ະພຽງ​ຢາງ ​ໄດ້ຕົກລົງ​ສົນທະນາໃນລະດັບ​ສູງ. ​ເຂົາ​ເຈົ້າ​ຍັງໄດ້ເຫັນ​ດີ​ທີ່​ຈະ​ເລີ້ມການ​ເຕົ້າ​ໂຮມ​ຄອບ​ຄົວ ທີ່​ໄດ້​ແຕກ​ແຍກ​ກັນ​ຈາກ​ການ​ຄັດ​ແຍ້​ງ​ໃນ​ປີຊຸ່ມ 1950.

ນັບ​ແຕ່ນັ້ນ​ ມາ ​ເກົາຫລີໃຕ້ ​ໄດ້​ສະ​ເໜີ​ຫລາຍ​ເທື່ອ​ໃຫ້​ມີ​ການ​ສົນທະນາ ​ແຕ່​ວ່າ ​ເກົາຫລີ​ເໜືອ ​ໄດ້​ປະຕິ​ເສດ​ການສະ​ເໜີອີງ​ຕາມ​ກະຊວງ​ທ້ອນ​ໂຮມ​ ເກົາຫລີ​ໃຕ້.

ສາຍ​ພົວພັນ ​ເກົາຫລີ​ເໜືອ ​ແລະ​ ​ເກົາຫລີ​ໃຕ້ ​ເປັນ​ທີ່​ຮູ້​ກັນ​ວ່າ​ບໍ່​ປົກກະ​ຕິ. ທັງ​ສອງ​ປະ​ເທດຍັງ​ຢູ່​ໃນສະພາວະ​ສົ​ງຄາມ ນັບ​ແຕ່​ສົງ​ຄາມ​ ເກົາຫລີ ​ໄດ້​ສິ້ນສຸດ​ລົງ​ດ້ວຍ​ການ​ຢຸດ​ຍິງ ​ແລະ​ບໍ່​ໄດ້​ເຊັນ​ສັນຍາ​ສະຫງົບ​ເສິກ.

XS
SM
MD
LG