ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານກິມຈົງອຸນ ຈະໄດ້ຮັບຕຳແໜ່ງ ທີ່ມີກຽດ ຕື່ມອີກ ຕຳແໜ່ງນຶ່ງ


ທ່ານກິມຈົງອຸນ ຜູ້ນຳເກົາຫລີເໜືອ.
ທ່ານກິມຈົງອຸນ ຜູ້ນຳເກົາຫລີເໜືອ.

ກອງ​ປະຊຸມ​ຄັ້ງປະຫວັດສາດ​ຂອງ​ພັກ​ແຮງ​ງານ​ເກົາຫຼີ​ເໜືອກ້າວ​ເຂົ້າສູ່​ວັນ​ທີ​ 2 ​ໃນ​ວັນ​ເສົາ​ມື້ນີ້ ​ໂດຍ​ທີ່​ຄາດ​ກັນວ່າ ຈະ​ມີ​ການ​ມອບ​ຕຳ​ແໜ່​ງ​ໃໝ່ ທີ່​ມີ​ກຽດ​ອີກ​ຕຳ​ແໜ່​ງນຶ່ງໃຫ້​ແກ່ທ່ານ ກິມຈົງ​ອຸນ ຜູ້ນຳ​ຂອງ​ເກົາຫຼີ​ເໜືອ.

ອົງການ​ຂ່າວ​ສູນ​ກາງຂອງ​ທາງ​ການ​ເກົາຫຼີ​ເໜືອ​ລາຍ​ງານ​ວ່າ ລາຍການ​ປະຊຸມ​ໃນ​ວັ​ນ​ເສົາ ມື້ນີ້ ​ແມ່ນ​ຮວມທັງ​ການ​ເລືອກ​ເອົາ​ທ່ານ​ກິມ ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃໝ່ທີ່​ມີ​ທ່າ​ທາງ​ວ່າຈະຍົກ ​ລະດັບ​ຂອງ​ທ່ານ​ຂຶ້ນ ​ໃຫ້​ເທົ່າ​ທຽມ​ກັນ ​ກັບມື້ລາງ​ບິດາ ​ແລະ​ປູ່ຂອງ​ທ່ານ ທີ່​ໄດ້​ກຳ​ຕຳ​ແໜ່​ງ​ເລຂາ​ທິການ​ໃຫຍ່​ຂອງ​ພັກ​ນັ້ນ.

​ໃນ​ປັດຈຸບັນ​ນີ້ ທ່ານ​ກິມ ມີ​ແຕ່​ກຳຕຳ​ແໜ່​ງ​ ເລຂາທິການ​ເອກ​ ​ແລະ​ໃນ​ຂະນະ​ທີ່​ເປັນ​ພຽງ​ສັນຍາ​ລັກ​ ການ​ຍົກ​ລະດັບ​ຕຳ​ແໜ່​ງດັ່ງກ່າວ ​ແມ່ນ​ຮ່ອງຮອຍ ​ທີ່​ຈະ​ແຈ້ງອີກ​ອັນ​ນຶ່ງ​ ທີ່​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ທ່ານ​ກິມ​ໄດ້​ກຳ​ອຳນາດ​ຢ່າງ​ໝັ້ນຄົງ​ແລ້ວຢູ່​ໃນ​ປະ​ເທດ​ຂອງ​ທ່ານ.

ຫົວ​ຂໍ້ປະຊຸມ​ໃນ​ວັນ​ເສົາ​ມື້ນີ້ ຍັງ​ຮວມທັງ​ການ​ທົບ​ທວນ​ເບິ່ງ​ລາຍ​ງານ​ແລະ​ກວດການສອບ​ໂດຍ​ຄະນະ​ກຳມາ​ທິການພັກ​ແລະ​ດັດ​ແປງ​ແກ້​ໄຂ​ກົດ​ລະບຽບ​ຂອງ​ພັກ.

ບັນດາ​ກຸ່ມ​ທີ່​ຕິດຕາມ​ສິ້ງຊອມ​ເບິ່ງ​ກອງ​ປະຊຸມ​ຂອງ​ສະຫະລັດກ່າວ​ວ່າ ​ເກົາຫລີເໜືອ​ອາດ​ພວມ​ກະກຽມ​ທີ່​ຈະ​ທຳ​ການ​ທົດ​ລອງ​ອາວຸດ​ນິວ​ເຄລຍອີກ​ຄັ້ງນຶ່ງ​ໃນ​ໄວໆນີ້.

​ເວັບ​ໄຊ 38 ເໜືອ ຊຶ່ງ​ໄດ້​ຕິດ​ຕາມ​ເພັ່ງ​ເລັງ​ເບິ່ງ​ບັນຫາ​ຕ່າງໆ​ ຂອງ​ເກົາຫລີີ​ເໜືອ ກ່າວ​ໃນ ວັນ​ສຸກ​ວານ​ນີ້ວ່າ ຮູບ​ຖ່າຍ​ຈາກ​ດາວ​ທຽມໃນ​ວັນ​ທີ 5 ພຶດສະພາ​ນີ້ ​ເບິ່ງບ່ອນ​ທົດ​ລອງ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອສະ​ແດງ​ໃຫ້​ເຫັນ​ວ່າມີ​ການ​ເຄື່ອນ​ໄຫວໄປມາ​ຂອງ​ຍານພາຫະນະ ຕ່າງໆ ​ທີ່​ສູນ​ບັນຊາ​ການ ບ່ອນ​ທີ່​ຕາມ​ປົກກະຕິ​ແລ້ວ ​ຈະ​ບໍ່​ມີ​ການເຄື່ອນ​ໄຫວ​ຫຍັງ ນອກ ຈາກ​ໃນ​ໄລຍະ​ທີ່​ມີ​ການ​ກະກຽມ​ທົດ​ລອງ​ເທົ່າ​ນັ້ນ.

​ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້​ພວມ​ຢູ່​ໃນ​ທ່າ​ກຽມພ້ອມ​ໃນ​ກໍລະນີ​ທີ່​ເກົາຫຼີ​ເໜືອ​ທຳ​ການ​ທົດ​ລອງອາ ວຸດ​ນິວ​ເຄລຍຄັ້ງທີ 5 ພ້ອມໆ​ກັນ​ກັບ​ລະຫວ່າງ​ ທີ່​ມີ​ກອງປະຊຸມ​ໃຫຍ່​ຂອງພັກ​ທີ່​ກຳລັງ​ດຳ ເນີນ​ຢູ່​ໃນ​ເວລາ​ນີ້​ ຊຶ່ງ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 36 ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Nokor Congress
please wait
Embed

No media source currently available

0:00 0:00:22 0:00

XS
SM
MD
LG