ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ບອກ ປະຊາຊົນຂອງຕົນ ໃນພາກຕາເວັນອອກກາງ ໃຫ້ຢູ່ທີ່ນັ້ນຕໍ່ໄປ ຍ້ອນ MERS


ເຈົ້າໜ້າທີ່ເກົາຫຼີໃຕ້ (ຊ້າຍ) ໃຊ້ກ້ອງວັດແທກອຸນຫະພູມ ກວດອຸນຫະພູມຮ່າງກາຍ ຂອງຜູ້ຂັບລົດຄົນນຶ່ງ ຈາກເມືອງ Kaesong, ເກົາຫຼີເໜືອ, ເພື່ອເປັນການຕໍ່ຕ້ານແລະປ້ອງກັນ ພະຍາດ Middle East Respiratory Syndrome ຫຼື (MERS), ວັນທີ 13 ມິຖຸນາ 2015.
ເຈົ້າໜ້າທີ່ເກົາຫຼີໃຕ້ (ຊ້າຍ) ໃຊ້ກ້ອງວັດແທກອຸນຫະພູມ ກວດອຸນຫະພູມຮ່າງກາຍ ຂອງຜູ້ຂັບລົດຄົນນຶ່ງ ຈາກເມືອງ Kaesong, ເກົາຫຼີເໜືອ, ເພື່ອເປັນການຕໍ່ຕ້ານແລະປ້ອງກັນ ພະຍາດ Middle East Respiratory Syndrome ຫຼື (MERS), ວັນທີ 13 ມິຖຸນາ 2015.

ທາງ​ດ້ານເກົາຫຼີ​ເໜືອນັ້ນ ກໍໄດ້ສັ່ງ​ໃຫ້​ບັນດາ​ນັກ​ການ​ທູດ
ຂອງ​ຕົນ ​ແລະ ພວກພະນັກງານ​ທີ່​ປະຈຳການ​ ຢູ່​ໃນ​ພາກ
ຕາເວັນ​ອອກ​ກາງ ​ໃຫ້​ຢູ່​ທີ່​ນັ້ນ ​ຕໍ່​ໄປ​ເປັນ​ການ​ຊົ່ວຄາວ ຍ້ອນ
​ຄວາມ​ຢ້ານກົວ​ກ່ຽວ​ກັບພະຍາດ MERS ​ເຊິ່ງ​ໄດ້​ເຮັດ​ໃຫ້
ຢ່າງນ້ອຍ 25 ຄົນແລ້ວ ເສຍຊີວິດຢູ່​ໃນ​ເກົາຫຼີໃຕ້.

ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້​ທ່ານ​ນຶ່ງ ຜູ້​ທີ່​ປະສົງ​ບໍ່​ຂໍ​ອອກ​ຊື່ ​ກ່າວ​ຕໍ່​
ວີ​ໂອ​ເອ ພະ​ແນ​ກພາສາ​ເກົາຫຼີ ວ່າ​ ພຽງ​ຢາງ​ໄດ້​ເອົາ​ມາດ​
ຕະການ​ດັ່ງກ່າວ ໃນຄວາມພະຍາຍາມ ທີ່​ຈະ​ຄວບຄຸມ​ໄວຣັສ
MERS ບໍ່​ໃຫ້​ແຜ່​ລາມເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ.

​ເຈົ້າໜ້າ​ທີ່​ດັ່ງກ່າວ​ເວົ້າວ່າ “ຊາວ​ເກົາຫຼີ​ເໜືອ ​ຄົງ​ຈະມີ​ຄວາມ​ຢ້ານ​ກົວ ຕໍ່​ການ​ແຜ່​ລາມ
ຂອງ​ພະຍາດ​ນີ້ ຢ່າງໃຫຍ່​ຫລວງ ​ເພາະວ່າ​ ລະບົບ​ສາທາລະນະ​ສຸກ​ຂອງ​ເຂົາ​ເຈົ້າ ​
ແມ່ນ​ອ່ອນ​ແອຫຼາຍ.”

ມາ​ເຖິງ​ຕອນ​ນີ້ ກາ​ນ​ຫ້າມເດີນທາງ ປາກົດ​ວ່າ ​ແມ່ນຈຳກັດ​ຢູ່​ແຕ່​ໃນ​ ​ບັນດາປະ​ເທດ ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ ບ່ອນ​ທີ່ ​ເຊື້ອ​ໄວຣັສ ແຜ່​ລະບາດຫຼາຍ. ​ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້ອີກ​ທ່ານ​ນຶ່ງ ກ່າວ​ວ່າ ​ບໍ່​ເປັນ​ທີ່​ຈະ​ແຈ້ງ ວ່າ​ເກົາຫຼີ​ເໜືອ ຫ້າມ​ບໍ່​ໃຫ້​ພົນລະ​ເມືອງ​ຂອງ​ຕົນຢູ່​ໃນ​ປະ​ເທດ​ອື່ນໆອີກ ກັບ​ຄືນ​ມາ​ປະ​ເທດຫລື​ບໍ່.

​ເປັນ​ທີ່ຄາດ​ຄະ​ເນກັນ​ວ່າ ມີຄົນງານ​ເກົາຫຼີເໜືອ 50,000 ຄົນ ເຮັດ​ວຽກ​ຢູ່​ໃນ​ 16 ປະ​ເທດ ໃນທົ່ວ​ໂລກ.

ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ຕົນ​ບໍ່​ໄດ້​ຮັບ​ຄຳຮ້ອງ​ ຂໍ​ຄວາມ​ຊ່ວຍ​ເຫຼືອໃດໆ ​ໃນ​ການ​ຮັບ​ມື​ກັບ ພະຍາດ MERS ຈາກ​ເກົາຫຼີ​ເໜືອ.

ເກົາຫຼີໃຕ້ ຮັບມືແນວໃດ ກັບໄວຣັສ MERS:

How South Korea is Handling a Deadly Virus
please wait

No media source currently available

0:00 0:02:35 0:00


XS
SM
MD
LG