ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານ ເກົາຫຼີເໜືອ ຄົນນຶ່ງ ໂຕນໜີໄປ ເກົາຫຼີໃຕ້


ແຜນທີ່ແຫຼມເກົາຫຼີ
ແຜນທີ່ແຫຼມເກົາຫຼີ

ບັນດາ​ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້ ກ່າວ​ວ່າ ທະຫານ​ເກົາຫຼີ​ເໜືອ​ຄົນ​ນຶ່ງ
​ໄດ້​ໂຕນ​ໜີ ​ໂດຍ​ຍ່າງ​ຂ້າມ​ເຂດ​ປອດ​ທະຫານ ທີ່ມີການຍາມຮັກ
ສາການ ຢ່າງເຂັ້ມງວດ ຊຶ່ງແບ່ງ​ແຍກ​ສອງ​ປະ​ເທດຄູ່​ປໍ​ລະ​ປັກ
ມາເປັນເວລາຊ້ານານ​.

​ໂຄສົກ​ກະຊວງ​ປ້ອງກັນ​ປະ​ເທດ ​ເກົາຫຼີ​ໃຕ້ ກ່າວ​ວ່າ ທະຫານ
ໜຸ່ມນ້ອຍ ​ຄົນ​ດັ່ງກ່າວ ຖືກ​ອ້ອມໄວ້ ​ຢູ່​ທີ່​ປ້ອມ​ຍາມ​ທີ່​ຫ່າງ​ໄກ​
ສອກຫລີກແຫ່ງນຶ່ງ ​ໃນ​ເມືອງ Hwacheon ​ແຂວງ Gangwon
ຢູ່​ທາງ​ພາກ​ກາງຂອງ​ແຫຼມ​ເກົາຫຼີ. ​ໂຄສົກບໍ່​ໄດ້​ໃຫ້ລາຍ​ລະອຽດ
ຫຍັງ​ເພີ່ມ​ເຕີມ ພຽງ​ແຕ່​ກ່າວ​ວ່າ ທະຫານ​ຄົນ​ນີ້ ​ແມ່ນ​ກຳລັງຢູ່​
ພາຍ​ໃຕ້​ການ​ສືບສວນ​ສອບ​ສວນ.

ອົງການ​ຂ່າວ Yonhap ​ຂອງເກົາຫຼີໃຕ້ ລາຍ​ງານ​ວ່າ ​ເຫດການ​ດັ່ງ ກ່າວ​ ໄດ້​ເພີ້​ມຄວາມ
​ເຄັ່ງ​ຕຶງ​ໃຫ້​ກັບ​ທັງ​ສອງ​ຟາກ ຂອງຊາຍແດນ ​ແຕ່​ບໍ່​ໄດ້ເກີດ​ການ​ຂັດ​ແຍ້​ງ​ໃດໆ.

ສ່ວນ​ໃຫຍ່​ແລ້ວ ຊາວ​ເກົາຫຼີ​ເໜືອ ​ທີ່​ໂຕນ​ໜີໄປເກົາຫຼີ​ໃຕ້ ​ແມ່ນ​ມີຂຶ້ນໂດຍ ຜ່ານປະ​ເທດ​
ທີສາມ ກ່ອນອື່ນ​ພວກ​ເຂົາ​ຂ້າມ​ເຂົ້າ​ໄປ​ໃນປະ​ເທດ​ຈີນແລະ ຕໍ່​ມາຈຶ່ງ​ເດີນທາງ​ເຂົ້າ​ໄປ​
ໃນປະ​ເທດ​ຕ່າງໆ ໃນ​ເຂດ​ເອ​ເຊຍ​ຕາ​ອອກສຽງ​ໃຕ້​.

XS
SM
MD
LG