ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກໍ່າປັ່ນບັນທຸກສິນຄ້າ ເກົາຫຼີເໜືອ ຖືກກັກຢູ່ທ່າເຮືອ ຟີລິບປິນ


ໃນຮູບພາບທີ່ຖ່າຍໃນວັນທີ 4 ມີນາ 2016 ນີ້, ຄົນງານເຮືອ ຂອງ ກໍ່າປັ່ນສິນຄ້າ ເກົາຫຼີເໜືອ Jin Teng ຢືນຢູ່ກາງເຮືອ ໃນຂະນະທີ່ເຮືອລຳດັ່ງກ່າວກຳລັງຂົນສິນຄ້າລົງທີ່ອ່າວ Subic, ແຂວງ Zambales ພາກຕາເວັນຕົກສຽງເໜືອຂອງນະຄອນຫຼວງ ມະນີລາ, ປະເທດ ຟີລິບປິນ.
ໃນຮູບພາບທີ່ຖ່າຍໃນວັນທີ 4 ມີນາ 2016 ນີ້, ຄົນງານເຮືອ ຂອງ ກໍ່າປັ່ນສິນຄ້າ ເກົາຫຼີເໜືອ Jin Teng ຢືນຢູ່ກາງເຮືອ ໃນຂະນະທີ່ເຮືອລຳດັ່ງກ່າວກຳລັງຂົນສິນຄ້າລົງທີ່ອ່າວ Subic, ແຂວງ Zambales ພາກຕາເວັນຕົກສຽງເໜືອຂອງນະຄອນຫຼວງ ມະນີລາ, ປະເທດ ຟີລິບປິນ.

ລັດຖະບານ ຟີລິບປິນ ກ່າວວ່າຕົນໄດ້ກັກກໍ່າປັ່ນສິນຄ້າຂອງ ເກົາຫຼີ ເໜືອ ໃນການກະທຳຕາມມາດຕະການລົງໂທດສະບັບໃໝ່ຂອງ ອົງການ ສະຫະປະຊາຊາດ ທີ່ມີຜົນບັງຄັບໃຊ້ໃນສັບປະດາທີ່ຜ່ານ ມາ ໂດຍຮຽກຮ້ອງໃຫ້ມີການກວດກາເຮືອຂອງ ເກົາຫຼີເໜືອ ທຸກໆ ລຳຢູ່ໃນທ່າເຮືອຕ່າງປະເທດ.

ເຮືອສິນຄ້າ MV Jing Teng ໄດ້ເດີນທາງເຂົ້າໃນອ່າວ Subic ໃນ ວັນພະຫັດທີ່ຜ່ານມາ ບ່ອນທີ່ຜູ້ກວດກາກ່າວວ່າ ພວກເຂົາເຈົ້າບໍ່ໄດ້ ພົບເຫັນເຮືອສິນຄ້າທີ່ຕ້ອງສົງໄສ, ແຕ່ວ່າການລ່ວງລະເມີດຄວາມປອດໄພຫຼາຍຢ່າງທີ່ຕ້ອງໄດ້ຖືກກວດກາ ກ່ອນເຮືອລຳດັ່ງກ່າວ ຈະສາມາດເດີນທາງອອກຈາກທ່າເຮືອໄດ້.

ເຮືອສິນຄ້າລຳນີ້ໄດ້ເດີນທາງມາຈາກອ່າວໃນປະເທດ ອິນໂດເນເຊຍ ແລະ ໄດ້ມຸ່ງໜ້າໄປປະ ເທດ ຈີນ. ແຕ່ຕອນນີ້, ໂຄສົກປະທານາທິບໍດີ ຟີລິບປິນທ່ານ Manolo Quezon ກ່າວວ່າ ເຮີືອ ລຳດັ່ງກ່າວຈະບໍ່ໄດ້ຣັບອະນຸຍາດໃຫ້ເດີນທາງ ອອກຈາກທ່າເຮືອຕາມກຳນົດເວລາ, ແລະ ຄົນງານປະຈຳເຮືອຈະຖືກເນລະເທດ.

ນີ້ແມ່ນກໍລະນີທຳອິດທີ່ໄດ້ຖືກຮັບຮູ້ ຈາກຜົນກະທົບຂອງມາດຕະການລົງ ໂທດໃໝ່ດ້ານການ ຄ້າຕໍ່ ເກົາຫຼີເໜືອ ໃນມາດຕະການລົງໂທດທີ່ຮຸນແຮງທີ່ສຸດທີ່ ໄດ້ຈັດຕັ້ງຂຶ້ນໃນປະຈຸບັນນີ້. ມາດຕະການຕ່າງໆຮຽກຮ້ອງໃຫ້ມີການກວດກາ ເຮືອບັນທຸກສິນຄ້າ ເກົາຫຼີເໜືອ ທຸກໆລຳທີ່ ເດີນທາງເຂົ້າ ແລະ ອອກຈາກປະເທດທາງອາກາດ ຫຼື ທະເລ, ແລະ ຫ້າມທຸກໆການຊື້ຂາຍ ແລະ ການສົ່ງອາວຸດເບົາ ຫຼື ອາວຸດຕ່າງໆໄປ ພຽງຢາງ.

XS
SM
MD
LG