ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ເກົາຫຼີເໜືອ ຢືນຢັນວ່າ “ບໍ່​ມີ​ບັນຫາ​ຫຍັງ​ທັງ​ນັ້ນ” ກັບສຸຂະພາບ ຜູ້ນຳ Kim


ຜູ້ນຳເກົາຫຼີເໜືອ Kim Jong Un (ກາງ) ແນະນຳ ການໂດດຈ້ອງ ຕົວຈິງ ແລະ ການເຝິກຊ້ອມໂຈມຕີ ຂອງໜ່ວຍໂດດຈ້ອງ ເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ Kim Jong Un (ກາງ) ແນະນຳ ການໂດດຈ້ອງ ຕົວຈິງ ແລະ ການເຝິກຊ້ອມໂຈມຕີ ຂອງໜ່ວຍໂດດຈ້ອງ ເກົາຫຼີເໜືອ.

ເຈົ້າໜ້າ​ທີ່​ລະ​ດັບ​ສູງຄົນ​ນຶ່ງ​ຂອ​ງ​ເກົາຫຼີ​ເໜືອ ​ໄດ້ບອກ ລັດຖະມົນຕີ ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ວ່າ​ບໍ່​ມີ​ບັນຫາ​ຫຍັງ​ ກ່ຽວ​ກັບ
​ສຸຂະພາບ​ຂອງ​ທ່ານ Kim Jong Un.

ລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ທ່ານ Ryoo
Kihi-jae ກ່າວໃນ​ວັນ​ອາທິດ​ມື້​ນີ້ວ່າ ທ່ານ​ໄດ້​ຖາມ​ທ່ານ Kim
Yang Gon ​ເລຂາທິການພັກກຳມະກອນຂອງ​ເກົາຫຼີ​ເໜືອ​ ກ່ຽວ​
ກັບ​ຂ່າວ​ລືເລື້ອງ​ການ​ເຈັ​ບປ່ວຍ ຂອງ​ຜູ້ນຳ​ໄວ​ໜຸມຂອງ​ເກົາຫຼີ​ເໜືອ
​ແຕ່ ທ່ານ Kim ຢືນຢັນ​ວ່າ “ບໍ່​ມີ​ບັນຫາ​ຫຍັງ​ທັງ​ນັ້ນ.”

ຜູ້ນຳ​ເກົາຫຼີ​ເໜືອ ​ໄດ້​ປາກົດ​ໃຫ້​ເຫັນຢູ່​ໃນ​ວີ​ດີ​ໂອ ​ໃນ​ທ່າ​ຍ່າງ​ຂາ​ເຄ
ແລະ ກໍບໍ່​ໄດ້​ອອກ​ມາ​ປາກົດ​ຕົວ​ຢູ່​ໃນ​ທີ່​ສາທາລະນະ ​ເປັນ​ເວລາເດືອນ​ປາຍແລ້ວ ຊຶ່ງໄດ້
ເປັນ​ເລື້ອງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ​ໃນ​ລະຫວ່າງການຢ້ຽມ​ຢາມເກົາຫຼີໃຕ້ ທີ່​ບໍ່​
ໄດ້​ປະກາດ​ໃຫ້ຊາບ​ລ່ວງ​ໜ້າ ຂອງທີ່​ປຶກສາ​ຂັ້ນສູງ​ສາມ​ທ່ານ ຂອງຜູ້ນຳ​ເກົາຫຼີ​ເໜືອ.

ຄະນະຜູ້​ແທນ​ເກົາຫຼີເໜືອ​ດັ່ງກ່າວ ​ໄດ້​ພົບ​ປະ​ກັບ ລັດຖະມົນຕີກະຊວງ ທ້ອນໂຮມຊາດ
ຂອງເກົາຫຼີໃຕ້ ທ່ານ Ryoo​ ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ເມືອງ Incheon ບ່ອນ​ທີ່ເຂົາ​ເຈົ້າ​ໄດ້​
ຕົກລົງທີ່​ຈະ​ຮື້​ຟື້ນການ​ເຈລະຈາ​ລະດັບ​ສູງ​ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ ໄດ້ຫລາຍເດືອນ
ມາແລ້ວນັ້ນ. ການ​ເຈລະຈາ ​ແມ່ນ​ກຳນົດ​ຈະ​ເລີ້ມ​ຂຶ້ນ ​ໃນ​ເວລາລະ​ຫວ່າງ​ທ້າຍ​ເດືອນຕຸລາ
ຫາ ຕົ້ນ​ເດືອນ​ພະຈິກ​ ​ນີ້.

NOKOR LEADER HEALTH VO
please wait

No media source currently available

0:00 0:00:20 0:00

XS
SM
MD
LG