ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳ​ເກົາຫຼີ​ເໜືອ ຖື​ໄມ້ຄ້ອນ​ເທົ້າ ປະກົດ​ຕົວ ​ສູ່​ສາຍຕາ ​ສາທາລະນະຊົນ

ຜູ້ນຳ​ເກົາຫຼີ​ເໜືອ ທ່ານ Kim Jong Un ​ໄດ້​ອອກ​ມາ​ປະກົດ​ຕົວ
​ສູ່ສາຍຕາ​ສາທາລະນະຊົນ ​ເປັນ​ເທື່ອ​ທຳ​ອິດ ​ໃນ​ຮອບ​ຫລາຍ​
ກວ່າ 40 ມື້.  ຮູບຢູ່​ໃນສື່ຂອງທາງການ ສະ​ແດງ​ໃຫ້​ເຫັນ​ທ່ານ
ຖື​ໄມ້ຄ້ອນ​ເທົ້າ.

ອົງການ​ຂ່າວສູນ​ກາງ KCNA ​ຂອງ​ທາງ​ການ​ ກ່າວໃນ​ວັນ
​ອັງຄານມື້​ນີ້​ ວ່າ ທ່ານKim ​ໄດ້​ໄປ​ຢ້ຽມຢາມ​ຄຸ້ມ​ບ້ານ​ຢູ່​ອາໄສ​
ແຫ່ງ​ນຶ່ງ ​ແລະ​ສະຖາ​ບັນ​ວິທະຍາສາດ ບ່ອນ​ທີ່​ທ່ານ​ໄດ້ ໃຫ້​ຄຳ
​ຊີ້​ນຳ​ໃນ​ພາກ​ສະໜາມ ຊຶ່ງ​ເປັນ​ສິ່ງ​ປົກກະ​ຕິທີ່ຜູ້ນຳໜຸ່​ມນ້ອຍ
​ຄົນ​ນີ້ ປະຕິບັດ​ເປັນ​ປະຈຳ.

KCNA ​ພ້ອມ​ກັບ​ໜັງ​ສືພິມຊັ້ນນຳ Rodong Sinmun ຂອງ​ເກົາຫຼີ​ເໜືອ​ ​ໄດ້​ນຳ​ອອກ​ເຜີຍ
ແຜ່ ຮູບ​ພາບ​ຫຼາຍ​ໃບທີ່​ສະແດງໃຫ້ເຫັນ​ທ່ານ Kim ​ໃນ​ທ່າ​ຍິ້ມ​ຫົວ ຢືນ​ຄ້ຳໄມ້ຄ້ອນ​ເທົ້າດຳ
ທີ່ທ່ານ​ໄດ້​ຖື​ໄວ້​ໃນ​ມື​ເບື້ອງ​ຊ້າ​ຍ.

ລາຍງານ​ບໍ່​ໄດ້ລະບຸ​ວ່າ ພາບ​ເຫລົ່າ​ນັ້ນ​ຖ່າຍຕັ້ງ​ແຕ່​ເມື່ອ​ໃດ ​ແລະ​ກໍ​ບໍ່​ໄດ້​ກ່າວ​ເຖິງ​ສາ​ເຫດ​ ການຫາຍ​ໄປ​ຈາກ​ສາຍຕາ​ສາ​ທາ​ລະນະ​ຊົນຂອງ​ທ່ານ ຫລື​ວ່າເປັນ​ຫຍັງ​ທ່ານ Kim ຈຶ່ງ​ຖື​ໄມ້ຄ້ອນ​ເທົ້າ.

ການ​ບໍ່ປະກົ​ດຕົວ​ໃຫ້​ເຫັນ​ຂອງທ່ານ Kim ຜູ້​ຊຶ່ງ​ຊາວ​ເກົາຫລີ​ເໜືອ​ຫລາຍໆ​ຄົນ ເຄົາລົບ​
ນັບຖື ​ເກືອບ​ວ່າ​ເທົ່າພະ​ເຈົ້າ​ນັ້ນ ໄດ້ພາ​ໃຫ້​ມີ​ການ​ສັນນິຖານ​ກັນ​ຕ່າງໆ​ນາໆ ​ໃນ​ທົ່ວ​ໂລກ
​ວ່າ ທ່ານມີ​ບັນຫາຮ້າຍ​ແຮງ​ທາງສຸຂະພາບ​ ​ແລະ​ມີ​ບັນຫາ​ໜັກທາງການ​ເມືອງ.

ທ່ານ Lim Jae-chun ອາຈານ​ສອນວິຊາກ່ຽວ​ກັບ​ເກົາຫຼີ​ເໜືອ ທີ່​ມະຫາວິທະຍາ​ໄລ​ເກົາຫຼີ​ ບອກ​ກັບ VOA ​ວ່າ ລັດຖະບານ​ພຽງ​ຢາງ ອາດ​ໄດ້ນຳຮູບພາບຂອງທ່ານ Kim ອອກມາ ເຜີຍແຜ່ ເພື່ອເປັນການຕອບ ຂ່າວລືຕ່າງໆນາໆນັ້ນ.

XS
SM
MD
LG