ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າທູດເກົາຫລີເໜືອ ເດີນທາງໄປ ເຈລະຈາກັບ ທູດພິເສດສະຫະລັດ


ຫົວໜ້າທູດພິເສດເກົາຫລີເໜືອ ທ່ານ Kim Kye-gwan (ຂວາສຸດ) ເດີນທາງໄປເຖິງ ສະໜາມບີນປັກກິ່ງ ໃນວັນທີ 21, ກຸມພາ 2012. ເພື່ອເຈລະຈາກຽວກັບອາວຸດນີວເຄລຍ ກັບທູດພິເສດສະຫະລັດ ທ່ານ Glen Davies
ຫົວໜ້າທູດພິເສດເກົາຫລີເໜືອ ທ່ານ Kim Kye-gwan (ຂວາສຸດ) ເດີນທາງໄປເຖິງ ສະໜາມບີນປັກກິ່ງ ໃນວັນທີ 21, ກຸມພາ 2012. ເພື່ອເຈລະຈາກຽວກັບອາວຸດນີວເຄລຍ ກັບທູດພິເສດສະຫະລັດ ທ່ານ Glen Davies

ຫົວໜ້າທູດ​ພິ​ເສດ​ຂອງເກົາຫລີ​ເໜືອ ​ໃນ​ການ​ເຈລະຈາ 6 ຝ່າຍ ກ່ຽວກັບ​ໂຄງການ
ນີວ​ເຄ​ລຍຂອງ​ຕົນ​ນັ້ນ ​ໄດ້​ເດີນທາ​ງ​ໄປເຖິງກຸງ​ປັກ​ກິ່ງ ບ່ອນທີ່​ທ່າ​ນຈະເຈ​ລະ​ຈາຫາລື
ໃນ​ອາທິດ​ນີ້ ກັບຄູ່​ຕຳ​ແໜ່​ງຝ່າຍສ​ະຫະລັດ​.

ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຄົນທີ​ນຶ່ງ​ຂອງ​ເກົາຫຼີ​ເໜືອ ທ່ານ Kim Kye
Gwan ​ໄດ້​ເດີນ​ທາງໄປເຖິງກຸງ​ປັກ​ກິ່ງ​ ໃນ​ວັນ​ອັງ ຄານມື້ນີ້ສອງ​ມື້ກ່ອນ​ໝາຍກຳນົດ​ພົບ​
ປະ​ກັບ​ທູດພິ​ເສດ​ຂອງສະຫະລັດ ທ່ານ Glen Davies. ການ​ປະ​ຊຸມດັ່ງ​ກ່າວ​ນີ້ ​ເປັນ
ການ​ພົບ​ປະ​ຄັ້ງ​ທີ​ສາມລ​ະຫວ່າງສະຫະລັດ​ ແລະ​ເກົາຫລີ​ເໜືອ ນັບ​ຕັ້ງ​ແຕ່​ເດືອນ​ກໍລະ
ກົດ​ ປີ​ກາຍ​ນີ້​ເປັນຕົ້ນມາ ​ແລະ​ເປັນ​ຄັ້ງ​ທໍາ​ອິດ​ນັບ​ຕັ້ງ​ແຕ່​ການ​ເຖິງ​ແກ່​ອະສັນ​ຍະ​ກຳ​ຂອງ​
ມື້ລາງ​ຜູ້​ນໍາ​ເກົາຫຼີ​ເໜືອ ທ່ານ Kim Jong Il ​ໃນວັນ​ທີ 16 ​ເດືອນ​ທັນວາຜ່ານ​ມາ​.

ທັງ​ສອງ​ຝ່າຍ​ຈະ​ສົນທະນາ​ກັນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເປີດການ​ເຈລະຈາ 6
ຝ່າຍ​ຄືນ​ໃໝ່ ທີ່​ແໃສ່​ເພື່ອ​ຊັກ​ຊວນ​ໃຫ້​ເກົາຫຼີ​ເໜືອທັບ​ມ້າງ​ໂຄງ​ການ​ສ້າງອາວຸດ​ນີວ​ຄ​ເລຍ​
ເພື່ອ​ແລກປ່ຽນ​ກັບການຊ່ອຍ​ເຫຼືອທາງ​ອາຫານພະລັງ​ງານໄຟຟ້າ​ແລະການ​ຊ່ວຍ​ເຫ​ລື​ອ
ອື່ນໆ. ​ໃນ​ປີ 2009 ພຽງ​ຢາງ​ໄດ້​ຍ່າງ​ອອກຈາກ​ກອງປະ​ຊຸມແລະ​ໄດ້​ທໍາ​ການທົດ​ລອງ
ອາວຸດປະລະມານູ​ຄັ້ງ​ທີ່​ສອງ ​ພ້ອມ​ທັງການ​ທົດ​ລອງລູກສອນ ​ໄຟທີ່​ຍິງ​ໄດ້​ໃນລະຍະໄກ.

XS
SM
MD
LG