ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ມີທ່າທາງ ຈະເລີ້ມແລ່ນ ເຕົາແຍກ ນິວເຄລຍ ຄືນອີກ (ວີດິໂອ)


ພາບຖ່າຍທາງດາວທຽມ ສະແດງໃຫ້ເຫັນ ໂຮງງານທີ່ມີເຕົາແຍກ ນິວເຄລຍ ທີ່ໃຊ້ທາດປລູໂຕນຽມ ຢູ່ເຂດ Yongbyon ໃນວັນທີ 28 ກໍລະກົດ, 2013.
ພາບຖ່າຍທາງດາວທຽມ ສະແດງໃຫ້ເຫັນ ໂຮງງານທີ່ມີເຕົາແຍກ ນິວເຄລຍ ທີ່ໃຊ້ທາດປລູໂຕນຽມ ຢູ່ເຂດ Yongbyon ໃນວັນທີ 28 ກໍລະກົດ, 2013.
ພວກນັກຄົ້ນຄວ້າກຸ່ມນຶ່ງ ທີ່ກຸງວໍຊິງຕັນເວົ້າວ່າ ເກົາຫຼີເໜືອ
ມີທ່າທາງວ່າຈະເລີ້ມແລ່ນເຕົາແຍກນິວເຄລຍທີ່ໃຊ້ທາດປລູ
ໂຕນຽມຄືນອີກ ຊຶ່ງເປັນໄປໄດ້ວ່າຈະເປັນການປະຕິບັດຕາມ
ຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ ໃນການຂະຫຍາຍໂຄງການອາ
ວຸດນິວເຄລຍຂອງຕົນນັ້ນ.

ສະຖາບັນລະຫວ່າງສະຫະລັດ-ເກົາຫລີ ທີ່ມະຫາວິທະຍາໄລ
Johns Hopkins ໄດ້ທໍາການສະຫລຸບ ໂດຍອີງໃສ່ພາບຖ່າຍ
ທາງດາວທຽມທີ່ຫາກໍໄດ້ຮັບເມື່ອມໍ່ໆມານີ້ ຊຶ່ງປະກົດວ່າສະແດງ
ໃຫ້ເຫັນອາຍສີຂາວໂຜ່ອອກມາ ຈາກອາຄານຫຼັງນຶ່ງຢູ່ໃກ້ເຕົາ
ແຍກນີວເຄລຍ ທີ່ຕັ້ງຢູ່ທາງເໜືອຂອງໂຮງໄຟຟ້າໃຫຍ່ Yongbyon ຂອງເກົາຫຼີເໜືອ.

ເຕົາແຍກນີວເຄລຍດັ່ງກ່າວໄດ້ຖືກປິດໄວ້ໃນປີ 2007 ພາຍໃຕ້ການຕົກລົງໃຫ້ການຊ່ວຍ
ເຫລືອ ເພື່ອແລກກັບການປົດອາວຸດ. ແຕ່ວ່າ ໃນເດືອນເມສາປີນີ້ກຸງພຽງຢາງໄດ້ເຕືອນ
ວ່າ ຕົນຈະເລີ້ມ ແລ່ນເຕົາແຍກຄືນອີກໝົດທຸກໜ່ວຍຢູ່ທີ່ໂຮງໄຟຟ້າ Yongbyon ເພື່ອເພີ້ມກໍາລັງນີວເຄລຍຂອງ ຕົນທັງທາງດ້ານ “ປະລິມານ ແລະຄຸນນະພາບ.”

ບົດລາຍງານ ທີ່ພິມເຜີຍແຜ່ໃນການລົງຂ່າວທາງອິນເຕີແນັດໂດຍກຸ່ມ 38 North ຂອງ
ສະຖາບັນດັ່ງກ່າວ ເວົ້າວ່າ ສີແລະປະລິມານຂອງອາຍສີຂາວ ທີ່ເຫັນໃນພາບຖ່າຍ
ທາງດາວທຽມການ ຄ້າ ໃນວັນທີ 31 ສິງຫາ ແນະໃຫ້ຮູ້ວ່າ ເຕົາແຍກນີວເຄລຍດັ່ງກ່າວ
ປັດຈຸບັນນີ້ ກໍາລັງທໍາງານຢູ່.

ທ່ານ Kim Min-seok ໂຄສົກກະຊວງປ້ອງກັນປະເທດເກົາຫລີໃຕ້ ບໍ່ຍອມໃຫ້ການ
ຢືນຢັນກ່ຽວກັບລາຍງານດັ່ງກ່າວ. ທ່ານເວົ້າວ່າ:

“ເກົາຫລີໃຕ້ແລະລັດຖະບານສະຫະລັດ ກໍາລັງຕິດຕາມເບິ່ງການເຄື່ອນ
ໄຫວທາງດ້ານນີວເຄລຍຂອງເກົາຫລີເໜືອຢ່າງໃກ້ຊິດ. ພາບດັ່ງກ່າວ ໄດ້
ຖືກຖ່າຍໂດຍດາວທຽມ ຂອງກຸ່ມ 38 North ສະນັ້ນ ມັນຈະບໍ່ມີຄວັນ ຖ້າ
ຫາກບໍ່ມີການດັງໄຟ. ເຮົາສາມາດຕີຄວາມໝາຍໄດ້ແນວນັ້ນ.”


ທ່ານ James Acton ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຢູ່ໃນໂຄງການນະໂຍບາຍນີວເຄລຍ
ຢູ່ອົງການ Carnegie Endowment for International Peace ເວົ້າວ່າ ທ່ານບໍ່
ຄິດວ່າ ເຕົາແຍກທີ່ແລ່ນດ້ວຍທາດປລູໂຕນຽມ ໄດ້ເລີ້ມປະຕິບັດງານຄືນແລ້ວ.
ແຕ່
ທ່ານກໍໄດ້ກ່າວຕໍ່ວີໂອເອວ່າ ມັນອາດໃຊ້ດົນສົມຄວນ ກ່ອນທີ່ເຕົາແຍກດັ່ງກ່າວຈະ
ສາມາດຜະລິດທາດປລູໂຕນຽມທີ່ສາມາດໃຊ້ເພື່ອຜະລິດອາວຸດໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດີໂອ-ໂຮງງານນີວເຄລຍ ຂອງເກົາຫລີເໜືອ
please wait

No media source currently available

0:00 0:01:17 0:00
XS
SM
MD
LG