ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີເໜືອ ຂູ່ວ່າ ຈະໂຈມຕີ ເກາະນຶ່ງ ຂອງ ເກົາຫລີໃຕ້ (ສະໄລດ໌/ວີດິໂອ)


ທ່ານ Kim Jong Un (ກາງ) ຜູ້ນໍາເກົາຫລີເໜືອ ຢ້ຽມຢາມ ໜ່ວຍຍິງປືນໃຫຍ່ໄລຍະໄກ ຂອງກອງທັບປະຊາຊົນ ເກົາຫລີເໜືອ ເລກທີ 641 ໃນວັນທີ 11 ມີນາ 2013
ທ່ານ Kim Jong Un (ກາງ) ຜູ້ນໍາເກົາຫລີເໜືອ ຢ້ຽມຢາມ ໜ່ວຍຍິງປືນໃຫຍ່ໄລຍະໄກ ຂອງກອງທັບປະຊາຊົນ ເກົາຫລີເໜືອ ເລກທີ 641 ໃນວັນທີ 11 ມີນາ 2013
ທ່ານ Kim Jong Un ຜູ້ນໍາເກົາຫລີເໜືອຂູ່ວ່າ ຈະໂຈມຕີ
ເກາະແຫ່ງນຶ່ງທີ່ຕັ້ງຢູ່ໃນເຂດຊາຍແດນຂອງເກົາຫລີໃຕ້ ເພື່ອ
ເປັນການຕອບໂຕ້ຄືນ ຕໍ່ການຊ້ອມລົບປະຈໍາປີຂອງກຸງໂຊລ
ແລະວໍຊິງຕັນ ທີ່ກໍາລັງດໍາເນີນໄປຢູ່ໃນເວລານີ້.

ຄໍາເວົ້າຂອງທ່ານ Kim ໄດ້ຖືກກ່າວອ້າງ ຢູ່ໃນຂ່າວສານຂອງ
ລັດ ໃນວັນອັງຄານມື້ນີ້ ໃນຂະນະທີ່ທ່ານບອກທະຫານແນວ
ໜ້າ ໃຫ້ກຽມຕົວທໍາລາຍ “ເປົ້າໝາຍຂອງສັດຕູ” ຢູ່ເກາະ
Baengnyeong ໃກ້ໆກັບບໍລິເວນ ທີ່ເກົາຫຼີເໜືອ ໄດ້ໂຈມຕີ
ຢ່າງຮ້າຍແຮງ ໃນປີ 2010 ນັ້ນ.

ນີ້ແມ່ນການນາບຂູ່ເທື່ອຫຼ້າສຸດ ທີ່ມີມາເປັນລຳດັບຂອງເກົາຫຼີ
ເໜືອ ລຸນຫລັງທີ່ ມີການລົງໂທດຂອງສະຫະປະຊາຊາດໃນ
ອາທິດແລ້ວນີ້ ຕໍ່ການທົດລອງນີວເຄລຍຄັ້ງຫລ້າສຸດຂອງ
ພຽງຢາງ.

ທ່ານ Kim Min-seok ໂຄສົກປະຈໍາກະຊວງປ້ອງກັນປະເທດ
ຂອງເກົາຫລີໃຕ້ກ່າວໃນວັນອັງຄານມື້ນີ້ວ່າ ບໍ່ມີຫລັກຖານສະແດງໃຫ້ເຫັນວ່າ ໃກ້ຈະ
ມີການໂຈມຕີ ຫລືການທົດລອງນີວເຄລຍຂອງເກົາຫລີເໜືອ ແຕ່ຢ່າງໃດເລີຍ ຊຶ່ງ ທ່ານເວົ້າວ່າ ການເວົ້າແນວນັ້ນ ແມ່ນເປັນພຽງຄວາມພະຍາຍາມ ເພື່ອຈະ “ກົດດັນ ດ້ານຈິດຕະສາດ” ຕໍ່ເກົາຫລີໃຕ້ ເທົ່ານັ້ນ.

ພາບຜູ້ນໍາເກົາຫລີເໜືອ ໄປຢ້ຽມຢາມທະຫານຍາມຝັ່ງ ໃກ້ເກາະຂອງເກົາຫລີໃຕ້:



ໃນອາທິດແລ້ວນີ້ ເກົາຫລີເໜືອນາບຂູ່ວ່າ ຕົນຈະທໍາການໂຈມຕີສະຫະລັດດ້ວຍອາວຸດ
ນີວເຄລຍກ່ອນ ແລະຈະຍົກເລີກສັນຍາສະຫງົບເສິກກັບກຸງໂຊລ ທີ່ມີມາເປັນເວລາ
ຫົກທົດສະວັດນັ້ນ ແຕ່ຝ່າຍດຽວ ຖ້າຫາກວ່າມີການຊ້ອມລົບຮ່ວມ ລະຫວ່າງ ກຸງໂຊລ ແລະສະຫະລັດ.

ແຕ່ວ່າ ການຊ້ອມລົບດັ່ງກ່າວໄດ້ເລີ້ມຂຶ້ນຕາມທີ່ກໍານົດໄວ້ໃນອາທິດນີ້. ເກົາຫລີເໜືອ
ໄດ້ປະກາດຢ່າງເປັນທາງການ ທີ່ຈະຍົກເລີກການຢຸດຍິງ ແຕ່ທັງອົງການສະຫະປະຊາ
ຊາດ ແລະກຸງໂຊລຕ່າງກໍເວົ້າວ່າ ເງື່ອນໄຂຂອງສັນຍາ ໄດ້ລະບຸໄວ້ວ່າ ບໍ່ມີຝ່າຍໃດສາ ມາດຍົກເລີກສັນຍາດັ່ງກ່າວໄດ້ ຕາມລໍາພັງແຕ່ພຽງຜູ້ດຽວ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:
XS
SM
MD
LG