ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາໆຊາດ ປະນາມ ການທົດລອງ ນີວເຄລຍ ຂອງພຽງຢາງ (ວີດິໂອ)


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo (ກາງ) Abe ກ່າວຕໍ່ສື່ມວນຊົນ ລຸນຫລັງທີ່ເຂົ້າຮ່ວມ ກອງປະຊຸມ ສະພາຄວາມໝັ້ນຄົງ ຂອງຍີ່ປຸ່ນ ທີ່ທໍານຽບນາຍົກ ຢູ່ກຸງໂຕກຽວ ໃນວັນທີ12 ກຸມພາ 2013, ກ່ຽວກັບການທົດລອງນີວເຄລຍ ຂອງເກົາຫລີເໜືອ.
REUTERS/Issei Kato
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo (ກາງ) Abe ກ່າວຕໍ່ສື່ມວນຊົນ ລຸນຫລັງທີ່ເຂົ້າຮ່ວມ ກອງປະຊຸມ ສະພາຄວາມໝັ້ນຄົງ ຂອງຍີ່ປຸ່ນ ທີ່ທໍານຽບນາຍົກ ຢູ່ກຸງໂຕກຽວ ໃນວັນທີ12 ກຸມພາ 2013, ກ່ຽວກັບການທົດລອງນີວເຄລຍ ຂອງເກົາຫລີເໜືອ. REUTERS/Issei Kato
ລັດຖະບານ ແລະບັນດາຜູ້ນໍາຈາກທົ່ວໂລກ ພາກັນປະນາມ
ການທົດລອງນີວເຄລຍຄັ້ງຫລ້າສຸດ ຂອງເກົາຫລີເໜືອ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ພັນ ກິມູນ
ກ່າວເຖິງການ ເຄື່ອນໄຫວດັ່ງກ່າວວ່າ “ເປັນການສ້າງຄວາມບໍ່
ທຸ່ນທ່ຽງຢ່າງຮ້າຍແຮງ.” ທ່ານເວົ້າວ່າ ມັນເປັນ “ການລະເມີດ
ຢ່າງຈະແຈ້ງ ແລະຮຸນແຮງ” ຕໍ່ການລົງ ໂທດທີ່ຫ້າມກຸງພຽງຢາງ
ບໍ່ໃຫ້ທົດລອງນີວເຄລຍ ແລະລູກສອນໄຟຂີປະນາວຸດ.

ສ່ວນປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມານັ້ນ
ເອີ້ນການທົດລອງດັ່ງກ່າວວ່າ “ເປັນການທ້າທາຍເກາະຜິດ
ຢ່າງຮຸນແຮງ.” ໃນຖະແຫຼງການ ສະບັບນຶ່ງ ທ່ານກ່າວວ່າ ມັນ ເປັນການບ່ອນທໍາລາຍຕໍ່ສະຖຽນລະພາບຢູ່ໃນຂົງເຂດ ແລະ
ຈະບໍ່ເຮັດໃຫ້ເກົາຫລີເໜືອ ປອດໄພຂຶ້ນກວ່າເກົ່າແຕ່ຢ່າງໃດ. ທ່ານໄດ້ຮຽກຮ້ອງໃຫ້ນາໆ ຊາດ ເອົາມາດຕະການຕອບໂຕ້ “ຢ່າງວ່ອງໄວແລະໜ້າເຊື່ອຖືໄດ້.”

ທາງດ້ານອົງການເນໂຕ້ນັ້ນກໍເວົ້າເຊັ່ນກັນວ່າ ການທົດລອງນີວເຄລຍສົມທົບກັບ ການຍິງ ລູກສອນໄຟຂອງເກົາຫລີເໜືອ ໃນເດືອນທັນວາຜ່ານມາ ແມ່ນເປັນ “ໄພຂົ່ມຂູ່ຢ່າງຮຸນ ແຮງຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຂອງ ນາໆຊາດ” ຈີນ ຊຶ່ງເປັນ ພັນທະມິດທີ່ສຳຄັນຂອງເກົາຫລີເໜືອນັ້ນ ກໍໄດ້ສະແດງອອກໃນສິ່ງ ທີ່ປະເທດນັ້ນເອີ້ນວ່າ “ການຄັດຄ້ານຢ່າງແນ່ວແນ່” ຕໍ່ການທົດລອງນີວເຄລຍ ດັ່ງກ່າວ.

ກະຊວງການຕ່າງປະເທດຂອງກຸງປັກກິ່ງ ໄດ້ຮຽກຮ້ອງໃຫ້ລັດຖະບານກຸງພຽງຢາງ ໃຫ້ຍຶດ ໝັ້ນຕໍ່ພັນທະຂອງຕົນໃນການເປັນປະເທດທີ່ບໍ່ມີນີວເຄລຍ ໂດຍກ່າວວ່າ ບັນຫາດັ່ງກ່າວ ຄວນຈະໄດ້ຮັບການໄຂຢູ່ໃນຂອບຂອງການເຈລະ ຈາ 6 ຝ່າຍ ກ່ຽວກັບການກໍາຈັດອາວຸດ ນີວເຄລຍ ທີ່ໄດ້ຢຸດສະງັກມາເປັນເວລາ ດົນນານແລ້ວນັ້ນ.

ແມ່ນແຕ່ອີຣ່ານ ຊຶ່ງສະຫະລັດເຊື່ອວ່າ ກໍາລັງດໍາເນີນໂຄງການຜະລິດອາວຸດນີວເຄລຍ ຂອງຕົນຢູ່ນັ້ນ ກໍຍັງໄດ້ຕໍາໜິການຍິງລູກສອນໄຟດັ່ງກ່າວ. ໂຄສົກກະຊວງການຕ່າງປະ ເທດອີຣ່ານເວົ້າວ່າ ເຖິງແມ່ນວ່າ ທຸກປະເທດມີສິດ ທີ່ຈະນໍາໃຊ້ກິດຈະກໍາດ້ານນີວເຄລຍ “ເພື່ອຈຸດປະສົງໃນທາງສັນຕິ” ກໍຕາມ ແຕ່ວ່າກຸງເຕຣ່ານຫວັງວ່າ ອາວຸດທີ່ມີອະນຸພາບ ຮ້າຍແຮງ ແລະອາວຸດນີວເຄລຍທັງໝົດ ຄວນຈະຖືກທໍາລາຍຖິ້ມ.

ທາງດ້ານເກົາຫລີໃຕ້ນັ້ນ ເອີ້ນການທົດລອງດັ່ງກ່າວວ່າເປັນ “ການນາບຂູ່ຕໍ່ສັນຕິພາບ ແລະ
ສະຖຽນລະພາບທີ່ຮັບເອົາບໍ່ໄດ້” ແລະກໍເປັນ “ການທ້າທາຍຕໍ່ໜ້າຂອງປະຊາຄົມໂລກ.” ກຸງໂຊລເວົ້າອີກວ່າ ລັດຖະມົນຕີກະຊວງການຕ່າງປະ ເທດເກົາຫຼີໃຕ້ ທ່ານ Kim Sung-hwan ໄດ້ເຫັນດີນໍາລັດຖະມົນຕີກະຊວງ ການຕ່າງປະເທດສະຫະລັດ ທ່ານ John Kerry ໃນໄລຍະທີ່ລົມກັນຢູ່ທາງໂທລະສັບ ທີ່ເວົ້າວ່າໃຫ້ການ “ເອົາມາດຕະການຢ່າງ ວ່ອງໄວ ແລະເປັນອັນນຶ່ງອັນດຽວກັນ” ໃນສະພາຄວາມໝັ້ນຄົງຂອງສະຫະປະຊາຊາດທີ່ ຈະປະຊຸມກັນ ໃນ ຕອນບ່າຍວັນອັງຄານມື້ນີ້ ເພື່ອສົນທະນາຫາລືກັນກ່ຽວກັບການທົດ ລອງດັ່ງ ກ່າວ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ເວົ້າວ່າ ກຸງໂຕກຽວຈະພິຈາລະນາໃຫ້ມີ ການລົງໂທດຄັ້ງໃໝ່ ຕໍ່ເກົາຫລີເໜືອ ເພື່ອເປັນການຕອບໂຕ້ຕໍ່ການທົດລອງນີວເຄລຍ ດັ່ງກ່າວ ທີ່ທ່ານເອີ້ນວ່າ “ເປັນເລື້ອງທີ່ໜ້າເສຍໃຈທີ່ສຸດ.” ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG