ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນອະເມຣິກັນ ທີ່ເກົາຫຼີເໜືອປ່ອຍ ເດີນທາງໄປເຖິງຈີນ


ທູດພິເສດດ້ານສິດທິມະນຸດຂອງສະຫະລັດທ່ານ Robert King (ກາງ) ຖືກຕ້ອນຮັບໂດຍເຈົ້າໜ້າທີ່ສະຖານທູດ ຫຼັງຈາກເດີນທາງໄປຮອດນະຄອນຫຼວງປັກກິ່ງໃນວັນເສົາມື້ນີ້ (28 ພຶດສະພາ 2011)
ທູດພິເສດດ້ານສິດທິມະນຸດຂອງສະຫະລັດທ່ານ Robert King (ກາງ) ຖືກຕ້ອນຮັບໂດຍເຈົ້າໜ້າທີ່ສະຖານທູດ ຫຼັງຈາກເດີນທາງໄປຮອດນະຄອນຫຼວງປັກກິ່ງໃນວັນເສົາມື້ນີ້ (28 ພຶດສະພາ 2011)

ຜູ້ຊາຍອະເມຣິກັນຄົນນຶ່ງ ທີ່ຖືກຄຸມຂັງຢູ່ເກົາຫຼີເໜືອເປັນ
ເວລາ 6 ເດືອນ ໄດ້ເດີນທາງໄປເຖິງປະເທດຈີນໃນວັນ
ເສົາມື້ນີ້ພ້ອມດ້ວຍຄະນະຜູ້ແທນພາຍໃຕ້ການນຳພາຂອງ
ທູດພິເສດດ້ານສິດທິມະນຸດຂອງສະຫະລັດທ່ານ Robert
King.

ທ່ານ King ກ່າວຕໍ່ພວກນັກຂ່າວທີ່ສະໜາມບິນນະຄອນ
ຫຼວງປັກກິ່ງວ່າ ນາຍ Jun Yong-su ທີ່ຖືກປ່ອຍໃນມື້
ວັນສຸກວານນີ້ ຈະກັບຄືນໄປພົບພໍ້ ກັບຄອບຄົວຂອງລາວ
ທີ່ສະຫະລັດໃນໄລຍະນຶ່ງຫາສອງມື້ຂ້າງໜ້ານີ້.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອລາຍງານໃນມື້ວັນສຸກວານນີ້ວ່າ ທ່ານ King ໄດ້ສະແດງຄວາມເສຍໃຈກ່ຽວກັບເລື່ອງດັ່ງກ່າວແລະດ້ວຍເຫດນີ້ ພຽງຢາງຈຶ່ງໄດ້ຕົກລົງປ່ອຍ
ນາຍ Jun ຍ້ອນເຫັນແກ່ມະນຸດສະທຳ.

XS
SM
MD
LG