ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພຽງຢາງ ບອກໃຫ້ ສະຖານທູດ​ ຕ່າງປະເທດ ​ຍົກຍ້າຍ ພະນັກງານ ອອກໜີ (ວີດີໂອ)


ເກົາຫລີ​ເໜືອ ຮຽກຮ້ອງ​ໃຫ້ ບັນດາ​ສະຖານທູດ​ຕ່າງປະ​ເທດ ພິຈາລະ​ນາ ຍົກຍ້າຍພະນັກງານ ອອກຈາກ​ກຸງພຽງຢາງ
ເກົາຫລີ​ເໜືອ ຮຽກຮ້ອງ​ໃຫ້ ບັນດາ​ສະຖານທູດ​ຕ່າງປະ​ເທດ ພິຈາລະ​ນາ ຍົກຍ້າຍພະນັກງານ ອອກຈາກ​ກຸງພຽງຢາງ
ເກົາຫລີ​ເໜືອ ກໍາລັງ​ຮຽກຮ້ອງ​ໃຫ້ ບັນດາ​ສະຖານທູດ​ຕ່າງ
ປະ​ເທດ ພິຈາລະ​ນາ​ກ່ຽວ​ກັບ​ການ​ຍົກຍ້າຍ ເຈົ້າໜ້າ​ທີ່​ສະຖານ
ທູດ​ ຂອງ​ເຂົາ​ເຈົ້າ ອອກ​ຈາກກຸງ​ພຽງ​ຢາງ ​ເນື່ອງ​ຈາກຄວາມ
ເຄັ່ງ​ຕຶງ​ທີ່​ເພີ້ມທະວີ​ຂຶ້ນຢູ່ໃນແຫລມເກົາ​ຫລີ.

ຣັດ​ເຊຍ ​ແລະ​ອັງກິດ ໃຫ້ການ​ຢືນຢັນວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ຄໍາ​
ຮ້ອງ​ຂໍດັ່ງ ກ່າວ​ໃນວັນ​ສຸກ​ວານ​ນີ້ ຈາກເກົາຫລີ​ເໜືອ ​ເພື່ອ​
ໃຫ້​ຍົກຍ້າຍພະນັກງານ​ສະຖານທູດ ​ແຕ່​ພວກເຂົາ​ເຈົ້າ ບໍ່​ມີ​
ແຜນ​ທີ່​ຈະ​ຖອນ​ພະນັກງານ​ຂອງ​ຕົນ ອອກໄປ​ໃນ​ທັນ​ທີ​ແຕ່​
ຢ່າງ​ໃດ. ​ເຈົ້າ​ໜ້າ​ສະຖານທູດ ຣັດ​ເຊຍ ທີ່​ກຸງ​ພຽງ​ຢາງທ່ານ
Denis Samsonov ກ່າວ​ວ່າ ສະຖານະ​ການ​ຢູ່​ໃນ​ນະ
ຄອນ​ຫລວງ​ຂອງ​ເກົາຫລີ​ເໜືອ ງຽບ​ສະ​ຫງົບ​ດີ.

ສະຖານທູດ​ອັງກິດ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ເຕືອນ​ສະຖານທູດ​ຕ່າງໆ ​ແລະບັນດາ​ອົງການ​ນາໆ​ຊາດທີ່ຢູ່​ໃນ​ປະ​ເທດວ່າ ຕົນ​ບໍ່​ສາມາດໃຫ້ການ ​ຄໍ້າປະກັນຄວາມ​ປອດ​ໄພໄດ້ ຫລັງ​ຈາກວັນ​ທີ 10 ​ເມສາ ​ໃນ​ກໍລະນີທີ່ “​ເກີດ​ການ​ຂັດ​ແຍ້​ງກັນ​ຂຶ້ນ.”

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍທ່ານ Sergei Lavrov ກ່າວ​ວ່າ ຣັດ​ເຊຍກໍາລັງ​ປຶ​ກສາ​ຫາລື​ກ່ຽວ​ກັບ​ການ​ເຕືອນດັ່ງກ່າວ​ກັບ ຈີນ ສະຫະ ລັດ ​ແລະ​ສະ​ມາ​ຊິກອື່ນໆ ຂອງ​ການ​ເຈລະຈາ 6 ຝ່າຍ ກ່ຽວ​ກັບ​ເລື່ອງ ​ເກົາຫລີ​ເໜືອ.

​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ​ທ່ານມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບການ​ເພີ້​ມທະວີ​ຄວາມ​ເຄັ່ງ​ຕືງ​ໃນ​ແຫລມ​ເກົາຫລີ.

​ເກົາຫລີ​ເໜືອ ​ໄດ້​ອອກ​ຖະ​ແຫລງຂົ່ມຂູ່​ຕິດ​ຕໍ່ກັນ​ມາ ​ໃນ​ບໍ່​ເທົ່າໃດ​ອາທິດ​ທີ່​ຜ່ານ​ມານີ້ ຕໍ່ສະຫະລັດ​ແລະ​ເກົາຫລີ​ໃຕ້ ຮວມ​ທັງ​ການ​ຂົ່ມຂູ່ ​ທີ່​ຈະ​ໃຊ້ ​ອາວຸດ​ນິວ​ເຄລຍ​ໂຈມ​ຕີ​ສະຫະລັດ.

Korea Tension
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG