ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫລີເໜືອ ຂົ່ມຂູ່ຈະໂຈມຕີ ກອງທັບເຮືອ ເກົາຫລີໃຕ້ ທີ່ລ່ວງລຳ້ນ່ານນຳ້


ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກໍງລັງຢືນ ຄຳນັບ ໃນພິທີ່ເດີນສວນສະໜາມ ທະຫານ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກໍງລັງຢືນ ຄຳນັບ ໃນພິທີ່ເດີນສວນສະໜາມ ທະຫານ.

ເກົາຫລີ​ເໜືອ ​ໄດ້​ເຕືອນ​ວ່າ ຕົນ​ຈະ​ທຳ​ການ​ໂຈມ​ຕີ ​ໂດຍປາດສະ​
ຈາກ​ການ​ປະກາດ​ລ່ວງ​ໜ້າ​ ​ຕໍ່​ກຳ​ປັ່ນ​ລົບເກົາຫລີ​ໃຕ້ ທີ່​ລ່ວງ​ລໍ້າ
​ເຂົ້າໄປໃນນານ​ນຳ້ຂອງ​ຕົນ ​ໃກ້​ກັບ​ຊາຍ​ແດນ​ທີ່​ໂຕ້​ຖຽງ​ກັນ ​ຢູ່ໃນ
​ທະ​ເລ​ເຫລືອງ.​

ຄຳເຕືອນດັ່ງກ່າວ​ໄດ້​ມີ​ຂຶ້ນໃນ​ວັນ​ສຸກ​ມື້​ນີ້ ໂດຍສູນ​ກາງ​ຂ່າວ​ທາງ
​ການ​ຂອງເກົາຫລີເໜືອ ທີ່ກ່າວ​ຫາ​ວ່າ ​ເຮືອ​ໄວ 17 ລຳ​ຂອງ​ເກົາຫລີ
​ໃຕ້ລ່ວງ​ລຳ້​ເຂົ້າໄປນ່ານ​ນໍ້່າ​ເກົາຫລີ​ເໜືອ ​ໃນ​ອາທິດທຳ​ອິດ​ຂອງ​
ເດືອນນີ້ ພາຍ​ໃຕ້ຂໍ້​ກ່າວອ້າງ​ວ່າ ​ເຂົ້າໄປ​ສະກັດ​ກັ້ນ​ເຮືອ​ຫາ​ປາຈີນ.

ກະຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້ ບໍ່​ໄດ້​ອອກ​ຄວາມ​ຄິດ​ເຫັນ​ໃດໆ​ ຕໍ່​ການ​ເຕືອນດັ່ງກ່າວ.

​ຂອບ​ເຂດເສັ້ນຊາຍ​ແດນ​ຢູ່​ພາກ​ເໜືອຂອງ​ແຫຼມ​ເກົາຫຼີ​ຝັ່ງ​ຕາ​ເວັນ​ຕົກ​ ​ໄດ້​ຖືກ​ຂີດ​ຂຶ້ນ​ໂດຍ
ສະຫະລັດ ທີ່​ນຳພາ​ກຳລັງ​ທະຫານ ຫລັງ​ຈາກສົງຄາມ​ເກົາຫລີ ​ຊຶ່ງເປັນ​ບ່ອນ​ເກີດການ
ນອງ​ເລືອດທາງ​ນ້ຳ ລະຫວ່າງ ສອງ​ເກົາຫລີ ໃນ​ປີ 1999 2002 ​ແລະ 2009.

XS
SM
MD
LG