ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ມີກຳນົດ ເປີດກອງປະຊຸມໃຫຍ່ ພັກກຳມະກອນ ໃນຮອບ 36 ປີ


ພາບຊາວເກົາຫລີເໜືອເດີນສວນສະໜາມຖືທຸງຊາດເກົາຫລີເໜືອ.
ພາບຊາວເກົາຫລີເໜືອເດີນສວນສະໜາມຖືທຸງຊາດເກົາຫລີເໜືອ.

ເກົາຫລີ​ເໜືອ ​ຈະ​ເປີດກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກຳມະກອນ ທີ່​ປົກຄອງ​ປະ​ເທດ ຢູ່​ໃນເວ ລາ​ນີ້ ຕາມ​ທີ່​ໄດ້​ມີ​ການ​ຄາດໝາຍ​ກັນ​ໄວ້ ​ໃນ​ວັນ​ທີ 6 ​ເດືອນ​ພຶດສ​ະພາ​ຈະ​ມາເຖິງ​ນີ້.

ການ​ປະກາດ​ໃນ​ວັນ​ພຸດ​ມື້​ນີ້ ໂດຍອົງການ​ຂ່າວສູນ​ກາງຫຼື KCNA ຂອງ​ທາງ​ການ​ເກົາຫຼີ​ ເໜືອ ບໍ່​ໄດ້​ກ່າວ​ວ່າ ຈະ​ມີ​ການ​ປະຊຸມ​ກັນ​ດົນ​ປານ​ໃດ ​ແລະກໍ​ບໍ່​ໄດ້ໃຫ້​ລາຍ​ລະອຽດ​ໃດໆ ​ກ່ຽວ​ກັບ​ລາຍການປະຊຸມ. ແຕ່​ບັນດາ​ຜູ້​ສັງ​ເກດ​ການ​ເຊື່ອ​ວ່າ ທ່ານ Kim Jong Un ຜູ້ນຳ​ເກົາຫລີເໜືອ ຈະ​ໃຊ້​ກອງ​ປະຊຸມ​ນີ້ ​ເພື່ອ​ເສີມອຳນາດຂອງຕົນ ​ໃຫ້​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ ໂດຍໃຫ້ການ​ຢືນຢັນ​ຕໍ່​ການ​ກ່າວ​ອ້າງ ​ຫວ່າງ​ບໍ່​ດົນ​ມານີ້​ເຖິງຄວາມ​ກ້າວໜ້າກ່ຽວ​ກັບ​ໂຄງ ການນິວ​ເຄລຍ​ແລະ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ຂອງເກົາຫລີ​ເໜືອ. ບັນດາ​ນັກວິ​ເຄາະ​ຍັງ ​ຈະ​ໃຫ້ຄວາມ​ສົນ​ໃຈ​ຢ່າງ​ໃກ້ຊິດ​ ຕໍ່​ການ​ປ່ຽນ​ແປງ​ນະ​ໂຍບາຍ​ໃດໆ ຫຼື​ສັບ​ປ່ຽນ​ໜ້າ​ທີ່​ຂອງ ບັນດາ​ເຈົ້າ​ໜ້າ​ທີ່ຄົນສຳຄັນ.

​ເກົາຫລີ​ເໜືອ​ໄດ້​ທຳ​ການ​ຍິງ​ລູກ​ສອນ​ໄຟ​ຢ່າງ​ຕໍ່​ເນຶ່ອງ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ ມາເພື່ອທ້າ​ທາ​ຍຕໍ່ການ​ລົງ​ໂທດຄັ້ງ​ໃໝ່​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ ໂດຍອົງການສະຫະ​ປະຊາ ​ຊາ​ດຕໍ່​ການ​ທົດ​ລອງ​ນິວເຄລຍ ຄັ້ງ​ທີສີ່​ ໃນ​ເດືອນ​ມັງກອນ​ທີ່ຜ່ານ​ມາ ​ແລະ​ການ​ທົດ​ລອງ ລູກ​ສອນໄຟຂີ​ປະ​ນາ​ວຸດ​ໃນ​ເດືອນ​ຕໍ່ມາຂອງ​ເກົາຫລີ​ເໜືອ​ນັ້ນ ​ແລະ​ເກົາຫຼີ​ໃຕ້​ໄດ້​ເຕືອນ ວ່າ ​ພຽງ​ຢາງຈະທຳ​ການທົດ​ລອງ​ນິວ​ເຄລຍ​ເທື່ອ​ທີ​ຫ້າ ບໍ່​ນານ​ກ່ອນ​ກອງ​ປະຊຸມ​ໃຫຍ່ພັກກຳມະກອນຈະ​ເລີ້​ມຂຶ້ນ.

ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ໃນ​ເດືອນ​ໜ້າ​ນີ້ ​ແມ່ນ​ເປັນ​ຄັ້ງ​ທີ​ເຈັດ ນັບ​ແຕ່ໄດ້​ມີ​ການກໍ່​ຕັ້ງ ​ເກົາຫລີ​ເໜືອ​ ໃນ​ທ້າຍ​ຊຸມປີ 1940 ​ແລະ​ເປັນ​ເທື່ອ​ທຳ​ອິດ ​ນັບ​ແຕ່​ປີ 1980 ເປັນຕົ້ນມາ ເວລາມື້​ລາງ ບິດາຂອງທ່ານ Kim ຄື​ທ່ານ Kim Jong II ​ໄ​ດ້ປາກົດໂຕ​ເປັນ​ຜູ້​ສືບທອດ ​ຕຳແໜ່ງ​ແທນ​ບິດາຂອງທ່ານເອງ ຜູ້​ກໍ່​ຕັ້ງ​ເກົາຫລີ​ເໜືອ ທ່ານ Kim II Sung.

N. Korea Congress
please wait
Embed

No media source currently available

0:00 0:00:58 0:00

ອ່ານຂ່າວເລື້ອງນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG